ກະວີ: ເຊີນເຈົ້າໄປ... ໂຮງຮຽນຂອງຂ້ອຍ!

ເຊີນເຈົ້າໄປ...​​ ໂຮງຮຽນຂອງຂ້ອຍ!
ແຕ່ງໂດຍ: ດັ້ງ ກົງ  ຮັວນ - ຄະນະການສຶກສາວິຊາສະເພາະ

ເຊີນເຈົ້າໄປບ້ານເກີດເມືອງນອນກວາງບີ່ງ

ໄປທີ່ດິນທີ່ມີບ່ອນມີແດດແລະລົມທີ່ບ້ານເກີດເມືອງນອນຂອງຂ້ອຍ

ຢ້ຽມຢາມໂຮງຮຽນທີ່ສົດໃສນີ້

ຢູ່ທ່າມກາງປ່າໄມ້ແປກທີ່ມີສີຂຽວ

ກົດໝາຍຊັ້ນກາງດົງເຫີຍທີ່ຮັກແພງ!

ເຈັດປີໃນການເດີນທາງ

ໂຮງຮຽນຍັງມີຄວາມກ້າແກ່ນຕໍ່ແດດລົມ!

ເຖິງວ່າຈະມີການຂຶ້ນລົງ ແລະ ມີຄວາມທຸກຍາກລໍາບາກ

ຢືນຢູ່ຢ່າງຫມັ້ນຄົງຂະໜົງແກ່ນບໍ່ມີບັນຫາຫຍັງ

ຍ້ອນວ່າທັງຫມົດແມ່ນຄໍາວ່າ "ເພື່ອ"

ເພື່ອຮຸ່ນຫັລງອະນາຄົດໄປຂ້າງຫນ້າ!

ເພື່ອຮຸ່ນພໍ່ຮຸ່ນອ້າຍ, ພວກເຮົາຈະສືບຕໍ່!

ອົບຮົມຜູ້ເກັ່ງກ້າໃຫ້ແກ່ປະເທດຊາດ, ບ້ານເກີດເມືອງນອນ

ຍ້ອນບ່ອນນີ້ມີໂຮງຮຽນໜຶ່ງ

ກົດໝາຍຊັ້ນກາງດົງເຫີຍທີ່ຮັກແພງ!

ຂອງບ້ານເກີດເມືອງນອນທີ່ມີຮູບຊົງຂອງ "ແມ່"

ຮັກແພງລູກທັງຫມົດໃນຫົວໃຈ

ບ່ອນມີເຮືອຜ່ານແມ່ນໍ້າ.

ເຈົ້າຂອງກະທູ້: ແປໂດຍ: Ngọc Cẩm