ຕອນເຊົ້າວັນທີ 20 ທັນວາປີ 2020, ວິທະຍາໄລກົດໝາຍພາກກາງສົມທົບກັບມະຫາວິທະຍາໄລກົດໝາຍ - ມະຫາວິທະຍາໄລ ເຫ້ວ ໄດ້ຈັດພິທີປິດສົກຮຽນແບບຕໍ່ເນື່ອງແຕ່ກົກໝາຍຊັ້ນກາງຂຶ້ນປະລິນຍາຕີກົດໝາຍ ສົດຮຽນ 2018 ກວາງບິ່ງ. ເຂົ້າຮ່ວມພິທີປິດສົກຮຽນມີທ່ານຮອງສາດສະດາຈານ, ປະລິນຍາເອກ ຫງວຽນ ຢີ ເຟືອງ - ຮອງອະທິການບໍດີມະຫາວິທະຍາໄລກົດໝາຍ ເຫ້ວ, ປະລິນຍາໂທ ຫວໍ ຄັກ ຮວານ - ຮັກສາການອຳນວຍການວິທະຍາໄລກົດໝາຍພາກກາງພ້ອມດ້ວຍບັນດາຄູອາຈານ, ຕາງໜ້າການຂອງຄະນະ ວິຊາສະເພາະ ແລະພະແນກຕ່າງໆຂອງສອງໜ່ວຍງານ ແລະການປະກອບສ່ວນຢ່າງສົມບູນຂອງ 29 ບັນດິດໝ່ ຂອງມະຫາວິທະຍາໄລກົດໝາຍ ສົກຮຽນ 2018 ກວາງບິ່ງ.

ຕາງໜ້າການນຳຂອງມະຫາວິທະຍາໄລກົດໝາຍ -
ມະຫາວິທະຍາໄລເຫ້ວຮອງສາດສະດາຈານ, ປະລິນຍາເອກ ຫງວຽນ ຢີ ເຟືອງ ໄດ້ກ່າວຄຳປາໄສເອື້ອເຟື້ອ, ຕັກເຕືອນ ແລະຊົມເຊີຍບັນດາບັນດິດໃໝ່, ແລະຂອບໃຈ ບັນດາຄູອາຈານ, ພະແນກ, ຄະນະວິຊາສະເພາະຂອງວິທະຍາໄລກົດໝາຍພາກກາງໄດ້ຊ່ວຍເຫຼືອສະໜັບສະໜູນ ແລະ ໃຫ້ຄວາມຮ່ວມມືກັບມະຫາວິທະຍາໄລໃນໄລຍະທີ່ຜ່ານມາເພື່ອໃຫ້ບັນດາສຳມະນາກອນ, ນັກສຶກສາ ໄດ້ປະສົບຜົນສຳເລັດໃນມື້ນີ້; ພ້ອມດຽວກັນນີ້, ທ່ານຮອງອະທິການບໍດີກໍ່ຫວັງວ່າບັນດາບັນດິດໃໝ່ ຕ້ອງພະຍາຍາມໄດ້ເສີມຂະຫຍາຍສະຕິການຮຽນຮູ້ດ້ວຍຕົນເອງ, ຄວາມກ້າຫານ ແລະຄວາມປະດິດສ້າງ ໃນການນຳໃຊ້ຄວາມຮູ້ທີ່ໄດ້ຮຽນມາໃຫ້ເໝາະສົມກັບໃນຄວາມເປັນຈິງ
.
ຮອງຮັບເຖິງຜົນສຳເລັດຂອງບັນດິດໃໝ່ໃນລະຫວ່າງການຮ່ຳຮຽນ, ມະຫາວິທະຍາໄລໄດ້ຕັດສິນໃຈ ໃຫ້ລາງວັນບັນດານັກສຶກສາທີ່ມີຜົນງານດີເດັ່ນໃນການຮຳ່ຮຽນ, ຝຶກຝົນຫຼໍຫຼອມ ແລະຕັ້ງໜ້າ ໃນການ ເຄື່ອນໄຫວທົ່ວໄປຂອງຫ້ອງຮຽນ, ຂອງໂຮງຮຽນ
.
ກ່າວຄຳປາໄສໃນພິທີ, ອາຈານ ຫວໍ ຄັກ ຮວານ - ຮັກສາການອຳນວຍການວິທະຍາໄລກົດໝາຍພາກກາງ ໄດ້ຊົມເຊີຍ ແລະຍອມຮັບເຖີງຄວາມພະຍາຍາມຂອງຄະນະບັນດິດໃນໄລຍະເວລາທີ່ຜ່ານມາ. ເຊື່ອວ່າ ສຳມະນາກອນຂອງຫ້ອງຮຽນຫຼັງຈົບການສຶກສາຈະນຳເອົາທ່າທາງໃໝ່, ບໍ່ຢຸດຢັ້ງການຊອກຮູ້, ເສີມຂະຫຍາຍ ຄວາມຮູ້ທີ່ຮຽນໄດ້ດີ, ປະສົບຜົນສຳເລັດໃນໜ້າທີ່ວຽກງານທຸກປະການທີ່ໄດ້ຮັບມອບໝາຍ ແລະສືບຕໍ່ ພັດທະນາໃນຖານະຕຳແໜ່ງວຽກງານຂອງຕົນເອງ. ພ້ອມດຽວກັນນີ້, ອາຈານ ຫວໍ ຄັກ ຮວານ ຍັງໄດ້ກ່າວຂອບໃຈຄະນະບໍດີ, ບັນດາ ຄູອາຈານ, ພະນັກງານຂອງມະຫາວິທະຍາໄລກົດໝາຍ -
ມະຫາວິທະຍາໄລເຫ້ວທີ່ໄດ້ມາຮ່ວມງານ ກັບມະຫາວິທະຍາໄລຕະຫຼອດຮອດກໍຄືສຳມະນາກອນຂອງ ຫ້ອງຮຽນ. ຫວັງວ່າໃນໄລຍະຕໍ່ໄປ, ສອງໜ່ວຍ ງານຈະສືບຕໍ່ປະສານສົມທົບການຜັນຂະຫຍາຍບັນດາ ຫ້ອງຮຽນຮ່ວມກັນໃນເຂດແຂວງກວາງບິ່ງເພື່ອຕອບສະໜອງຄວາມຕ້ອງການຊັບພະຍາກອນມະນຸດ ດ້ານກົດໝາຍຂອງທ້ອງຖິ່ນໃຫ້ດີທີ່ສຸດ
.
ໃນຄວາມເບີກບານມ່ວນຊື່ນ ແລະຕື່ນເຕັ້ນໃນພິທີຈົບການສຶກສາ, ຕາງໜ້າຫ້ອງຮຽນ, ນັບັນດິດໃໝ່ ເລ ຈຽວ ກວານ ໄດ້ຕາງໜ້າງຫ້ອງຮຽນໄດ້ສະແດງຄວາມຂອບອົກຂອບໃຈຢ່າງຊາບຊື້ງຕໍ່ໂຮງຮຽນສອງແຫ່ງ, ບັນດາຄູອາຈານທີ່ໄດ້ໃຫ້ຄວາມເອົາໃຈໃສ່, ຊ່ວຍເຫຼືອ, ອຳນວຍຄວາມສະດວກໃຫ້ແກ່ອ້າຍເອື້ອຍນ້ອງ ສຳມະນາກອນ, ສຸດອົກສຸດໃຈຖ່າຍທອດບັນດາຄວາມຮູ້ ແລະທັກສະທີ່ຈຳເປັນໃນລະຫວ່າງການຮຽນ, ແລະໃຫ້ສັນຍາວ່າໃນສະຖານທີ່ໃດ, ເຮັດວຽກຢູ່ໃສກໍ່ຕາມ, ບັນດິດໝ່ຈະປະຕິບັດ ຕາມແບບຢ່າງຂອງຄົນລຸ້ນກ່ອນ, ດຳລົງຊີວິດ ແລະເຮັດວຽກໃຫ້ເໝາະສົມກັບປະເພນີຂອງນັກຮຽນ, ນັກສຶກສາຂອງມະຫາວິທະຍາໄລ
.