ພິທີໄຂສົກຮຽນລາຍການວັດທະນະທໍາ ລະດັບມັດທະຍົມຕອນປ່າຍ ສົກປີ 2018 - 2019

ພິທີໄຂສົກຮຽນລາຍການວັດທະນະທໍາ ລະດັບມັດທະຍົມຕອນປ່າຍ ສົກປີ 2018 - 2019
ໃນຕອນເຊົ້າຂອງວັນທີ 5/9/2018, ທົ່ວປະເທດໄດ້ພ້ອມກັນສ້າງສັນບັນຍາກາດຢ່າງມ່ວນຊື່ນໃນພິທີໄຂສົກຮຽນໃໝ່ ສົກປີ 2018 - 2019, ໂຮງຮຽ ກົດໝາຍຊັ້ນກາງດົງເຫີຍໄດ້ ປະສານສົມທົບກັບສູນຝຶກອົບຮົມ - ວິຊາຊີບດົງເຫີຍໄດ້ຈັດພິທີໄຂສົກຮຽນລາຍການວັດທະ ນະທໍາ ລະດັບມັດທະຍົມຕອນປ່າຍ ສົກປີ 2018 - 2019 ໃຫ້ແກ່ນັກຮຽນຂອງໂຮງຮຽນ.
ສູນຝຶກອົບຮົມ - ວິຊາຊີບດົງເຫີຍເປັນໜ່ວຍງານທີ່ໄດ້ປະສານສົມທົບກັບໂຮງຮຽນທີ່ສິດ ສອນບັນດາວິຊາໃນລາຍການວັດທະນະທໍາໃຫ້ແກ່ນັກຮຽນ. ທັງສອງໜ່ວຍງານທີ່ໄປະສານ ສົມທົບຢ່າງແໜ້ນແຟ້ນໃນການຄຸ້ມຄອງ ແລະ ການສິດສອນບັນດາວິຊາວັດທະນະທໍາເພື່ອ ຊ່ວຍໃຫ້ນັກຮຽນໄດ້ຮັບຄວາມຮູ້ເພີ່ມເຕີມເພື່ອຮັບໃຊ້ໃນການຮຽນກົດໝາຍລະດັບຊັ້ນກາງ.

ໃນໄລຍະ 6 ປີ ທີ່ຜ່ານມາ, ມາດຕາສ່ວນການຈົບການສຶກສາຂອງນັກຮຽນທີ່ຈົບຊັ້ນມັດທະ ຍົມຕອນປ່າຍຂອງໂຮງຮຽນໄດ້ຮັບຜົນດີຢ່າ ສູງສະເໝີ, ເຊິ່ງເປັນການປະສານສົມທົບຢ່າງ ແໜ້ນແຟ້ນໃນການຄຸ້ມຄອງແລະ ການສິດສອນຂອງທັງສອງໜ່ວຍງານດັ່ງກ່າວ. ເຂົ້າຮ່ວມພິທີໄຂສົກຮຽນຄັ້ງນີ້ ມາຈາກສູນຝຶກອົບຮົມ - ວິຊາຊີບດົງເຫີຍ ມີພະນັກງານ, ຄູ-ອາຈານທັງໝົດ, ຍັງມີ ຫົວໜ້າຂອງບັນດາໜ່ວຍງານທີ່ສົມທົບ ພ້ອມດ້ວຍນັກຮຽນແຕ່ ຊັ້ນ 10, ຊັ້ນ 11 ແລະ ຊັ້ນ 12; ສ່ວນທາງໂຮງຮຽນກົດໝາຍຊັ້ນກາງດົງເຫີຍ ມີອາຈານ ຫວໍ໊ ຄັກ ຮວານ - ຮອງອໍານວຍການໂຮງຮຽນ, ບັນດາຄູ-ອາຈານປະຈໍາຫ້ອງ ແລະ ນັກ ຮຽນ ຊຸດທີ 5, ຊຸດທີ 6, ຊຸດທີ 7 ແລະ ຍັງມີນັກຮຽນລາວ ຊຸດທີ 2ຂອງໂຮງຮຽນທີ່ກໍາ ລັງຮຽນລາຍການວັດທະນະທໍາ ລະດັບມັດທະຍົມຕອນປ່າຍ.
ກ່າວຄໍາປາໄສຕໍ່ພິທີໄຂສົກຮຽນ, ອາຈານ ຮ່າ ຊວນ ຕິ໋ - ອໍານວຍການສູນຝຶກອົບຮົມ - ວິຊາຊີບດົງເຫີຍໄດ້ກ່າວຄໍາເຕືອນ ເຖິງ ຄູ-ອາຈານ ແລະ ນັກຮຽນທີ່ຕ້ອງການເສີມຂະ ຫຍາຍຜົນທີ່ດີທີ່ໄດ້ຮັບໃນເວລາຜ່ານມາ, ສືບຕໍ່ດໍາເນີນ ແລະ ແກ້ໄຂວຽກງານຕ່າງໆເພື່ອ ປະຕິບັດໜ້າທີ່ວຽກງານຂອງສົກປີ 2018 - 2019 ໃຫ້ສໍາເລັດໄປດ້ວຍດີ ແລະໄດ້ຮັບຜົນ ຢ່າງສູງສຸດໃນສົກຮຽນໃໝ່.

C:\Users\Truong Xuan\Desktop\khaigiangvanhoa2018-1.jpg

ອາຈານ ຮ່າ ຊວນ ຕິ໋ - ອໍານວຍການສູນຝຶກອົບຮົມ - ວິຊາຊີບດົງເຫີຍ

ກ່າວຄໍາປາໄສໄຂສົກຮຽນໃໝ່


 

C:\Users\Truong Xuan\Desktop\khaigiangvanhoa2018-2.jpg




 























ອາຈານ ຮ່າ ຊວນ ຕິ໋ - ອໍານວຍການສູນຝຶກອົບຮົມ -ວິຊາຊີບດົງເຫີຍ

ຕີກອງເພື່ອໄຂສົກຮຽນ 2018 - 2019



ພິທີໄຂສົກຮຽນ ສົກປີ 2018 - 2019 ໄດ້ສໍາເລັດໄປດ້ວຍດີດ້ວຍການຕີກອງເພື່ອເປີດສົກ ຮຽນໃໝ່ຂອງອໍານວຍການສູນຝຶກອົບຮົມ - ວິຊາຊີບດົງເຫີຍ.

 

ເຈົ້າຂອງກະທູ້: Ngoc Cam