ໂຮງຮຽນກົດໝາຍຊັ້ນກາງດົ່ງເຮິຍໄດ້ຈັດກອງປະຊຸມສົນທະນາລະຫວ່າງການນຳໂຮງຮຽນ ກັບນັກຮຽນທີ່ກໍາລັງຮຽນຢູ່ໂຮງຮຽນ

ໂຮງຮຽນກົດໝາຍຊັ້ນກາງດົ່ງເຮິຍໄດ້ຈັດກອງປະຊຸມສົນທະນາລະຫວ່າງການນຳໂຮງຮຽນ ກັບນັກຮຽນທີ່ກໍາລັງຮຽນຢູ່ໂຮງຮຽນ
ໃນຕອນບ່າຍວັນທີ 22 ແລະ 23 ມັງກອນ 2019, ໂຮງຮຽນກົດໝາຍຊັ້ນກາງດົ່ງເຮິຍໄດ້ຈັດ ກອງປະຊຸມສົນທະນາລະຫວ່າງການນຳໂຮງຮຽນກັບນັກຮຽນຊຸດທີ 5, 6, 7 ແລະ ນັກຮຽນລາວ ຊຸດທີ 2 ທີ່ຮຽນຢູ່ໂຮງຮຽນ.
ເຂົ້າຮ່ວມກອງປະຊຸມມີທ່ານອາຈານຫວໍຄັກຮວານ - ຮັກສາການອໍານວຍການໂຮງຮຽນ, ຕາງໜ້າຫົວຫນ້າ, ຮອງຫົວໜ້າຂອງຫົວໜ່ວຍຂຶ້ນກັບ, ຄ ອາຈານແລະພ້ອມກັບຊຸດທີ 5, 6, 7 ແລະນັກຮຽນລາວຊຸດທີ 2.

ຕາງໜ້າຫ້ອງການສຶກສາ ແລະ ກິດຈະການນັກຮຽນທ່ານອາຈານຫງວຽນແທງເຕີນ - ຮັບ ຜິດຊອບວຽກງານກິດຈະການນັກຮຽນ, ລາຍງານສະພາບການຮຽນ, ການດໍາລົງຊີວິດ ແລະ ປະຕິບັດ ລະບຽບການຂອງນັກຮຽນໄລຍະເວລາຜ່ານມາ, ປະກາດແຈ້ງເວລາພັກປີໃໝ່. ແນະນຳ ຕັກເຕືອນບາງເນື້ອໃນກ່ຽວກັບນັກຮຽນກ່ອນໜ້າ, ໃນ ແລະ ຫຼັງຈາກພັກປີໃໝ່.

https://lh3.googleusercontent.com/Qv2Gqo0b8CWukoFTe82etRP_xcqOurIUgALWgRBlhAu6LL21IFMqxZO5uKalKZ2xJBe2_CvUrNNXbmR60iVVG6Vl6LKs-h6A9ggHcFcYn8fuLYOKtDAqs-kejSjbs_4W-l6_qYTxI2GDreiSaQ

ທ່ານອາຈານຫວໍຄັກຮວານ - ຮັກສາການອໍານວຍການໂຮງຮຽນກ່າວຄຳປາໄສຊີ້ນຳທີ່ກອງປະຊຸມ

ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນໃນບັນຍາກາດເປີດເຜີຍ, ສັດຊື່ດ້ວຍຈິດໃຈສ້າງສັນ, ນ້ອງນັກຮຽນ ໄດ້ຕັ້ງຄຳຖາມຢ່າງກ້າຫານໃຫ້ແກ່ການນຳໂຮງຮຽນ ແລະ ບັນດາຄູອາຈານ. ຕ່າງໜ້າໂຮງຮຽນທ່ານ ອາ ຈານ ຫວໍ ຄັກ ຮວານ - ຮັກສາການ ອໍານວຍການໂຮງຮຽນ ໄດ້ຕອບບັນດາຄໍາຖາມ, ຈຸດທີ່ຍັງຂັດຂ້ອງ ຂອງນັກຮຽນກ່ຽວກັບວຽກງານກໍ່ສ້າງ, ສິ່ງອໍານວຍຄວາມສະດວກສໍາລັບການສຶກສາ, ວຽກງານຮັກສາ ຄວາມເປັນລະບຽບຮຽບຮ້ອຍ, ເງື່ອນໄຂໃນການກິນຢູ່, ການດໍາລົງຊີວິດທີ່ຫໍພັກ ແລະ ເອກະສານຮັບໃຊ້ ການຮ່ຳຮຽນ. ພ້ອມກັນນັັ້ນ, ຊີ້ນຳໃຫ້ບຸກຄົນ ແລະ ຫນ່ວຍງານທີ່ກ່ຽວຂ້ອງຕິດຕາມ, ເກັບກຳຄວາມປາຖະ ໜາຂອງນັກຮຽນ ແລະ ແກ້ໄຂບັນຫາທີ່ກ່ຽວຂ້ອງກັບນັກຮຽນເພື່ອຮັບປະກັນໃຫ້ນ້ອງນັກຮຽນມີ ສະພາບ ແວດລ້ອມການຮ່ຳຮຽນສົດໃສ, ປອດໃສ, ຢ່າງມີຜົນສຳເລັດ.

ທີ່ກອງປະຊຸມ,ໂຮງຮຽນໄດ້ປະກາດແລະມອບທຶນຊ່ວຍເຫຼືອການສຶກສາຫຼັ້ກສູດກົດໝາຍຊັ້ນກາງພາກທີສອງປີ 2017 - 2018 ສໍາລັບນ້ອງນັກຮຽນ16 ຄົນທີ່ມີຜົນການຮຽນສູງ ແລະ ຝຶກຝົນຫຼໍ່ຫຼອມດີ, ໃນ ນັ້ນມີນ້ອງນັກຮຽນ 03 ຄົນໄດ້ທຶນການສຶກສາຊັ້ນດີເລີດ,13 ຄົນໄດ້ຮັບທຶນການສຶກສາຊັ້ນດີ.

https://lh4.googleusercontent.com/GpUHr8YqQYH5I8lkvPGOCEOz1bSxcxu8okxF7_2zod3z9xoevFSEXuPuCyZsA57mZ6DjFtRDQ-KRfbx9DsysHx8tBAgINp2ktujr6g-aEIPN_y4PTYx-dWnCkAw_uaZY6fiohSDeGuSFn5QJ3ghttps://lh5.googleusercontent.com/aTHzE4WkHTkuoJAKh89NG-5t7TdI5waCLAQSVl1oIQYy-L6xtAyq01UUr762SNOY2ZgqR3hQghVXKyBk6YvjwD2IS3Fy83WqQL3JponkPUyXfEulH5jip8T_Q1dGtBDYwYfVLFmoi8dogRp4jA

ທ່ານອາຈານຫວໍຄັກຮວານ - ຮັກສາການ ອໍານວຍການໂຮງຮຽນ

ມອບທຶນຊ່ວຍເຫຼືອການສຶກສາໃຫ້ນ້ອງນັກຮຽນ

ສິ້ນສຸດກອງປະຊຸມ, ທ່ານອາຈານຫວໍຄັກຮວານ - ຮັກສາການອໍານວຍການໂຮງຮຽນໄດ້ ຊົມເຊີຍຜົນໄດ້ຮັບຂອງນ້ອງນັກຮຽນໃນພາກຮຽນທີໜື່ງປີ 2018 - 2019, ຫວັງວ່ານ້ອງນັກຮຽນ ຈະສືບຕໍ່ຕັ້ງໜ້າພະຍາຍາມເພື່ອຜົນສຳເລດໃນການຮ່ຳຮຽນແລະການຝຶກອົບຮົມຫຼໍ່ຫຼອມ, ພ້ອມກັນ ນັ້ນ, ອາຈານຍັງສົ່ງຄຳອວຍພອນປີໃຫມ່ມາຍັງນ້ອງນັກຮຽນໝົດທຸກຄົນ ແລະຄອບຄົວຈົງມີສຸຂະ ພາບມ ໂຊກດີ ແລະ ປະສົບຜົນສຳເລັດດີ.

 

ເຈົ້າຂອງກະທູ້: Anh Tu