ຄະນະຊາວໜຸ່ມໂຮງຮຽນກົດໝາຍຊັ້ນກາງດົງເຫີຍມອບຂອງຂວັນໃຫ້ແກ່ນັກຮຽນທຸກຍາກ ເພື່ອເອົາຊະນະຄວາມຫຍຸ້ງຍາກກ່ອນທີ່ໄດ້ພັກປີໃໝ່ກີ໊ເຫີຍ

ຄະນະຊາວໜຸ່ມໂຮງຮຽນກົດໝາຍຊັ້ນກາງດົງເຫີຍມອບຂອງຂວັນໃຫ້ແກ່ນັກຮຽນທຸກຍາກ ເພື່ອເອົາຊະນະຄວາມຫຍຸ້ງຍາກກ່ອນທີ່ໄດ້ພັກປີໃໝ່ກີ໊ເຫີຍ
ໃນຕອນບ່າຍຂອງວັນທີ 22 ແລະ 23/01/2019, ໂຮງຮຽນກົດໝາຍຊັ້ນກາງດົງເຫີຍໄດ້ ຈັດກອງປະຊຸມສົນທະນາລະຫວ່າງຜູ້ນໍາໂຮງຮຽນກັບນັກຮຽນ ຊຸດທີ 5, ຊຸດທີ 6, ຊຸດທີ 7 ແລະ ນັກຮຽນລາວ ຊຸດທີ 2 ທີ່ກໍາລັງຮຽນຢູ່ທີ່ໂຮງຮຽນ.
ເຂົ້າຮ່ວມກອງປະຊຸມຄັ້ງນີ້ ມີອາຈານ ຫວໍ໊ ຄັກ ຮວານ - ຮັກສາການ ອໍານວຍການ ໂຮງຮຽນກົດໝາຍຊັ້ນກາງດົງເຫີຍ, ອາຈານ ຫງວຽນ ແທງ ເຕີນ - ເລຂາຄະນະຊາວໜຸ່ມ ໂຮງຮຽນ, ຕາງໜ້າຫົວໜ້າ, ຮອງຫົວໜ້າບັນດາໜ່ວຍງານ ພ້ອມດ້ວຍສະມາຊິກຊາວໜຸ່ມ ຊຸດທີ 5, ຊຸດທີ 6, ຊຸດທີ 7 ແລະ ນັກຮຽນລາວຊຸດທີ 2 ທັງໝົດ.

    ປະສານສົມທົບກັບກອງປະຊຸມສົນທະນາລະຫວ່າງຜູ້ນໍາໂຮງຮຽນ ແລະ ນັກຮຽນທີ່ ກໍາລັງຮຽນຢູ່ທີ່ໂຮງຮຽນ, ຄະນະຊາວໜຸ່ມໂຮງຮຽນກົດໝາຍຊັ້ນກາງດົງເຫີຍ ແທນຄະນະ ຊາວໜຸ່ມກະຊວງຍຸຕິທໍາ ໄດ້ມອບຂອງຂວັນ 10 ສ່ວນ ໃຫ້ແກ່ນັກຮຽນ 10 ຄົນ (ນັກຮຽນ ຫວຽດນາມ 05 ຄົນ ແລະ ນັກຮຽນລາວ 05 ຄົນ) ມີສະພາບການທີ່ມີຄວາມຫຍຸ້ງຍາກ ຫຼາຍແຕ່ມີຄວາມພະຍາຍາມທີ່ສຸດເພື່ອແກ້ໄຂຄວາມຫຍຸ້ງຍາກໃນການຮໍ່າຮຽນ ແລະ ການ ຝຶກຝົນຫຼໍ່ຫຼອມເພື່ອສະໜັບສະໜູນສ່ວນໜຶ່ງງົບປະມານໃຫ້ແກ່ນັກຮຽນກ່ອນທີ່ໄດ້ພັກປີໃໝ່. ນີ້ແມ່ນກິດຈະກໍາທີ່ມີຄວາມໝາຍທີ່ແທ້ຈິງຂອງຄະນະຊາວໜຸ່ມກະຊວງຍຸຕິທໍາສໍາລັບບັນດາສະມາຊິກຊາວໜຸ່ມທີ່ມີສະພາບການທີ່ຫຍຸ້ງຍາກ, ເຖິງແມ່ນວ່າມັນບໍ່ມີຄຸນຄ່າທາງວັດຖຸຫຼາຍ ແຕ່ມັນມີຄວາມແທດກັບຕົວຈິງ ແລະ ມີຄວາມເມດຕາຈິດຂອງຊາວໜຸ່ມກະຊວງຍຸຕິທໍາ ເວົ້າລວມ, ເວົ້າສະເພາະແມ່ນຊາວໜຸ່ມໂຮງຮຽນກົດໝາຍຊັ້ນກາງດົງເຫີຍເພື່ອໃຫ້ກໍາລັງໃຈ, ແບ່ງເບົາຄວາມຫຍຸ້ງຍາກ ແລະ ສົ່ງເສີມໃຫ້ແກ່ບັນດານັກຮຽນສືບຕໍ່ພະຍາຍາມຮໍ່າຮຽນຢ່າງ ຕັ້ງໜ້າເພື່ອເປັນຄົນທີ່ມີປະໂຫຍດແກ່ສັງຄົມ.

C:\Users\Truong Xuan\Desktop\image2.jpg

C:\Users\Truong Xuan\Desktop\image3.jpg
C:\Users\Truong Xuan\Desktop\image1.jpg

ຄະນະບໍລິຫານງານຄະນະຊາວໜຸ່ມໂຮງຮຽນກົດໝາຍຊັ້ນກາງດົງເຫີຍ

ມອບຂອງຂວັນໃຫ້ແກ່ນັກຮຽນ

 

ເຈົ້າຂອງກະທູ້: Ngoc Cam