ພິທີໄຂສົກຮຽນຫ້ອງຮຽນບຳລຸງນັກວິຊາການຕົ້ນຕໍເປີດຢູ່ໂຮງຮຽນກົດໝາຍຊັ້ນກາງ ດົ່ງ ເຮີຍ

ພິທີໄຂສົກຮຽນຫ້ອງຮຽນບຳລຸງນັກວິຊາການຕົ້ນຕໍເປີດຢູ່ໂຮງຮຽນກົດໝາຍຊັ້ນກາງ ດົ່ງ ເຮີຍ
ຕອນເຊົ້າວັນທີ20/4/2019,ໂຮງຮຽນກົດໝາຍຊັ້ນກາງດົງເຮີຍປະສານສົມທົບກັບມະຫາວິທະຍາໄລພາຍໃນຮ່າໂນ້ຍໄດ້ຈັດພິທີໄຂສົກຮຽນຫ້ອງຮຽນບຳລຸງນັກວິຊາການຕົ້ນຕໍ.
ເຂົ້າຮ່ວມພິທີມີຮອງສາດສະດາຈານປະລິນຍາເອກ ຫງວຽນ ມີງ ເຟືອງ - ຮອງອຳນວຍການມະຫາວິ ທະຍາໄລພາຍໃນຮ່າໂນ້ຍ, ປະລິນຍາໂທ ຫວໍ ຄັກ ຮວານ - ຮັກສາການ ອໍານວຍການໂຮງຮຽນກົດໝາຍຊັ້ນ ກາງດົງເຫີຍ, ພ້ອມດ້ວຍຕົວແທນພູ້ນຳພາແລະສຳມະນາກອນທັງໝົດ.

ຫ້ອງຮຽນບຳລຸງນັກວິຊາການຕົ້ນຕໍ ເພື່ອປະກອບ,ອັບເດດຄວາມຮູ້ກ່ຽວກັບການຄຸ້ມຄອງລັດ ແລະ ທັກສະການເຮັດວຽກ, ພ້ອມກັນນັ້ນເພື່ມທະວີສະຕິຮັບໃຊ້ປະຊາຊົນ, ຍົກສູງຄວາມສາມາດວຽກງານຂອງ ລັດຖະກອນນັກວິຊາການຕົ້ນຕໍໃນປະຕິບັດໜ້າທີ່, ຂອບເຂດສິດອຳນາດ ແລະ ຄວາມຮັບຜິດຊອບ ທີ່ໄດ້ຮັບມອບມາຍ, ປະກອບສ່ວນໃນການກໍ່ສ້າງການບໍລິຫານແບບມີອາຊີບ, ທັນສະໄໝຕອບສະຫນອງ ຄວາມຕ້ອງການການປັບປຸງດ້ານການບໍລິຫານ, ການກໍ່ສ້າງລັດກົດຫມາຍສັງຄົມ ນິຍົມ ແລະ ການເຊື່ອມໂຍງ ສາກົນ.

ກ່າວຄຳປາໄສທີ່ພິທີໄຂສົກຮຽນ,ຮອງສາດສະດາຈານປະລິນຍາເອກ ຫງວຽນ ມີງ ເຟືອງ ໃຫ້ຮູ້ວ່າບຳ ລຸງນັກວິຊາການຕົ້ນຕໍຊ່ວຍເຫຼືອພະນັກງານ, ລັດຖະກອນ ແລະ ຂ້າລັດຖະກອນທີ່ມີເງື່ອນໄຂພໍເພື່ອເສັງແຕ່ ນັກວິຊາການເຖິງນັກວິຊາການຕົ້ນຕໍເພື່ອຮັບປະກັນຜົນປະໂຫຍດສໍາລັບພະນັກງານ, ລັດຖະກອນ. ຫຼັກສຸດ ບຳ ລຸງນັກວິຊາການຕົ້ນຕໍຈະສຸມໃສ່ບັນດາເນື້ອໃນ,ຄວາມຮູ້ທີ່ສໍາຄັນກ່ຽວກັບການຄຸ້ມຄອງລັດ ແລະ ທັກສະການປະຕິບັດວຽກຫຼວງ. ລາວສະແດງຄວາມຫມັ້ນໃຈຫຼັງຈາກເຂົ້າຮ່ວມໃນຫຼັກສູດ, ຄວາມຮູ້ ແລະ ທັກສະທີ່ພະນັກງານ, ລັດຖະກອນ ແລະ ຂ້າລັດຖະກອນ ເກັບກູ້ຈະເປັນເຄື່ອງມືໄດ້ວຽກ ໃນຂະບວນ ການເຮັດວຽກ, ປະກອບສ່ວນຍົກສູງຄຸນນະພາບການປະຕິບັດວຽກຫຼວງ.

1

ກໍທີ່ພິທີໄຂສົກຮຽນປະລິນຍາໂທ ຫວໍ ຄັກ ຮວານ ຢືນຢັນວ່າຈະສ້າງເງື່ອນໄຂທີ່ດີທີ່ສຸດ ແລະ ສະດວກທີ່ສຸດໃນດ້ານພື້ນຖານວັດຖຸ ແລະ ພາຫະນະອຸປະກອນການຮໍ່ຮຽນເພື່ອສຳມະນາກອນອຸ່ນອ່ຽນໃຈ ຮໍ່ຮຽນ. ພ້ອມກັນນັ້ນປະລິນຍາໂທ ຫວໍ ຄັກ ຮວານ ກໍໄດ້ຮຽກຮ້ອງບັນດາສຳມະນາກອນໄດ້ຮັບປະຕິບັດ ຕາມກົດລະບຽບການຝຶກອົບຮົມຂອງມະຫາວິທະຍາໄລພາຍໃນຮ່າໂນ້ຍ ແລະ ກົດລະບຽບ, ກຳນົດຂອງ ໂຮງຮຽນກົດຫມາຍຊັ້ນກາງດົ່ງເຮີຍການສໍາເລັດຂອງຫຼັກສູດຕາມແຜນການ.

1

ຕ່າງໜ້າໃຫ້ບັນດາສຳມະນາກອນເຂົ້າຮ່ວມພິທີໄຂສົກຮຽນ, ສຳມະນາກອນ ກາວ ຮົ່ງ ນາມ ໄດ້ກ່າວຄຳປາໄສສະແດງຄວາມມ່ວນຊື່ນຂອງບັນດາສຳມະນາກອນເມື່ອໄດ້ເຂົ້າຮ່ວມຊຸດຮຽນ,ຫວັງວ່າ ວມະຫາວິທະຍາໄລພາຍໃນແລະໂຮງຮຽນກົດໝາຍຊັ້ນກາງດົງເຮີຍອຳນວຍຄວາມສະດວກໃຫ້ສຳມະນາກອນສຳເລັດດີຊຸດຮຽນ.

1

ພິທີໄຂສົກຮຽນສິ້ນສຸດລົງໃນບັນຍາກາດທີ່ມີຄວາມສຸກ, ຕື່ນເຕັ້ນ ແລະ ຄາດຄະເນປິດສົກຮຽນຫ້ອງ ຮຽນໃນວັນທີ 15 ມິຖຸນາ ປີ 2019./.

 

ເຈົ້າຂອງກະທູ້: Nguyen Huong