ປະຊຸມສານແບບເຄື່ອນທີ່ທີ່ໂຮງຮຽນກົດໝາຍຊັ້ນກາງດົ່ງເຮີຍ

ປະຊຸມສານແບບເຄື່ອນທີ່ທີ່ໂຮງຮຽນກົດໝາຍຊັ້ນກາງດົ່ງເຮີຍ
ຕອນເຊົ້າວັນທີ 23/4/2019 ທີ່ໂຮງຮຽນກົດໝາຍຊັ້ນກາງດົ່ງເຮີຍ, ສານປະຊາຊົນແຂວງ ກວາງ ບິ່ງ ໄດ້ຈັດຕັ້ງປະຊຸມສານແບບເຄື່ອນທີ່ອຸທອນ 05 ຄະດີອາຍາ. ເຂົ້າຮ່ວມວາລາພິພາກສາຂອງສານມີທັງຫມົດແມ່ນ ພະນັກງານ, ຄູອາຈານ, ຄົນງານ ແລະ ນັກຮຽນລາວຫຼາຍກວ່າ 140 ຄົນຂອງບັນດາຫ້ອງຮຽນ LK2D, LK2E, LK2F ກຳລັງທີ່ຮຽນຢູ່ໂຮງຮຽນ.
ທີ່ປະຊຸມສານ, ສາພາພິຈາລະນາຕັດສິນໄດ້ດຳເນີນພິພາກສາ 05 ຄະດີອາຍາ,ລວມມີ: ການຄອບຄອງ ທີ່ຜິດກົດຫມາຍຂອງຢາເສບຕິດ; ຕັ້ງໃຈເຮັດໃຫ້ເກີດການບາດເຈັບ, ປຸ້ນເອົາຊັບສິນ ແລະ 02ຄະດີການລັກ ຊັບສິນ.

ການຈັດຕັ້ງປະຊຸມສານແບບເຄື່ອນທີ່ທີ່ໂຮງຮຽນກົດໝາຍຊັ້ນກາງດົ່ງເຮີຍແມ່ນເຄື່ອນໄຫວໃນແຜນການປົກກະຕິລະຫວ່າງໂຮງຮຽນກົດຫມາຍຊັ້ນກາງດົງເຮີຍ ແລະ ສານປະຊາຊົນ ກວາງ ບິ່ງ. ນີ້ແມ່ນເຄື່ອນໄຫວ ທີ່ແທດກັບຕົວຈິງເພື່ອອຳນວຍຄວາມສະດວກໃຫ້ແກ່ນັກຮຽນລາວເວົ້າສະເພາະ ແລະ ທັງໝົດນັກຮຽນຂອງ ໂຮງຮຽນເວົ້າລວມໄດ້ເຂົ້າຮ່ວມບັນດາການເຄື່ອນໄຫວຕົວຈິງຂອງອົງການດຳເນີນຄະດີ, ປັບປຸງຄວາມຮູ້ທີ່ຮຽນ ຮູ້, ຊ່ວຍໃຫ້ນັກຮຽນທຳຄວາມຮູ້ຈັກ ແລະ ເຂົ້າເຖິງວຽກງ່າຍຫຼັງຈາກຈົບຮຽນ; ພ້ອມກັນນັ້ນ, ເພື່ອຍົກສູງ ຄວາມຮັບຮູ້ ແລະ ສະຕິການປະຕິບັດກົດຫມາຍສໍາລັບພະນັກງານ, ຄູອາຈານ ແລະ ນັກຮຽນໂດຍຜ່ານການ ໂຄສະນາ ແລະ ການເຜີຍແຜ່ກົດຫມາຍສຳຜັດໂດຍກົງ.

1

1

ຈຳເລີຍ ເລ ກວາງ ຮ່ວາ ຕ້ອງໂທດປຸ້ນເອົາຊັບສິນ

1

ຈຳເລີຍ ຫວູ ແທງ ລອງ ຕ້ອງໂທດຕັ້ງໃຈເຮັດໃຫ້ເກີດການບາດເຈັບ

ໂດຍຜ່ານການຈັດຕັ້ງປະຊຸມສານແບບເຄື່ອນທີ່ທີ່ໂຮງຮຽນໄດ້ປະກອບສ່ວນ ເຜີຍແຜ່ ແລະ ສົ່ງເສີມ ຄວາມຮັບຮູ້ ແລະ ສະຕິ ການປະຕິບັດກົດຫມາຍໃຫ້ແກ່ນັກຮຽນໃນການປ້ອງກັນຄວາມຊົ່ວຮ້າຍ ທາງສັງຄົມ ແລະ ການຮັກສາສາທາລະນະ.

 

ເຈົ້າຂອງກະທູ້: Nguyen Huong