ສົນທະນາບັນຫາສະເພາະກ່ຽວກັບ ໂຮ່ ຈິ ມິງ

ສົນທະນາບັນຫາສະເພາະກ່ຽວກັບ ໂຮ່ ຈິ ມິງ
ເພື່ອແນໃສ່ຫັນເປັນລະອຽດການຊີ້ນໍາຂອງຄະນະບໍລິຫານງານໜ່ວຍພັກ,ຄະນະອໍານວຍການໂຮງຮຽນກ່ຽວກັບການຊຸກຍູ້ການຈັດຕັ້ງປະຕິບັດການສຶກສາອົບຮົມດ້ານການເມືອງແນວຄິດໃຫ້ແກ່ນັກຮຽນ, ໄປສູ່ສະເຫຼີມສະຫຼອງວັນເກີດຂອງປະທານ ໂຮ່ ຈິ ມິງຄົບຮອບ 129 ປີ (19/5/1890 - 19/5/2019), ວັນທີ 20/5/2019, ຫ້ອງການການສຶກສາ ແລະ ວຽກງານນັກຮຽນຮ່ວມມືກັບຄະນະການສຶກສາທາງດ້ານການເມືອງ - ພະລະສຶກສາ ແລະ ວັດທະນະທໍາໄດ້ຈັດການສົນທະນາບັນຫາສະເພາະກ່ຽວກັບຫົວຂໍ້ "ການຮໍ່າຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດ ແລະ ແບບແຜນດໍາລົງຊີວິດຂອງ ໂຮ່ ຈິ ມິງ".

ການສົນທະນາໄດ້ຈັດຂຶ້ນໂດຍມີການເຂົ້າຮ່ວມຂອງຕາງໜ້າຫ້ອງການການສຶກສາ ແລະ ວຽກງານນັກຮຽນ, ຕາງໜ້າຄະນະບໍລິຫານງານຄະນະຊາວໜຸ່ມໂຮງຮຽນ, ຜູ້ລາຍງານ ປ.ທ ຫງວຽນ ທິ ທາວ - ແມ່ນຄູສອນມາຈາກຄະນະການສຶກສາທາງດ້ານການເມືອງ - ພະລະສຶກສາ ແລະ ວັດທະນະທໍາ ແລະ ຫຼາຍກວ່າ 120 ນັກຮຽນ.

ການຊຸກຍູ້ການຮໍ່າຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດ ແລະ ແບບແຜນດໍາລົງຊີວິດຂອງ ໂຮ່ ຈິ ມິງ ແມ່ນກິດຈະກໍາໜຶ່ງທີ່ໄດ້ຖືກຈັດຕັ້ງປະຕິບັດຢ່າງເລິກກວ້າງທົ່ວປະເທດ. ສໍາລັບແຕ່ລະພະນັກງານ, ຄູສອນ ແລະ ນັກຮຽນຂອງໂຮງຮຽນກົດໝາຍຊັ້ນກາງດົງເຫີຍ, ການຮໍ່າຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດ ແລະ ແບບແຜນດໍາລົງຊີວິດຂອງ ໂຮ່ ຈິ ມິງ ກໍ່ຄືການຈັດຕັ້ງປະຕິບັດທີ່ມີປະສິດທິຜົນຂອງຄໍາສັ່ງ 05-CT/TW “ກ່ຽວກັບການຊຸກຍູ້ການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ ແລະ ແບບແຜນດໍາລົງຊີວິດຂອງ ໂຮ່ ຈິ ມິງ” ຂອງກົມການເມືອງແມ່ນວຽກງານທີ່ສໍາຄັນຫຼາຍ ແລະ ເປັນປະຈໍາ.

C:\Users\yen\Downloads\IMG_1634.jpg

C:\Users\yen\Downloads\IMG_1640.jpg

ຜ່ານການສົນທະນາ, ຜູ້ລາຍງານ ປ.ທ ຫງວຽນ ທິ ທາວ ໄດ້ສະແດງໃຫ້ນັກຮຽນເຫັນເຖິງບັນດາເລື່ອງທີ່ຕື້ນຕັນໃຈ ແລະ ມີຄວາມຊື່ສັດກ່ຽວກັບຊີວິດ, ຄຸນສົມບັດ ແລະ ແບບແຜນດໍາລົງຊີວິດຂອງ ໂຮ່ ຈິ ມິງ,  ຜູ້ນໍາຂະຫນາດໃຫຍ່ຂອງປະເທດຫວຽດນາມ, ບຸລຸດວັດທະນະທໍາຜູ້ມີຊື່ສຽງທີ່ໂດດເດັ່ນຂອງໂລກ, ຜູ້ນໍາທີ່ມີຄຸນງາມຄວາມດີ ແລະ ເປັນນັກການສຶກສາທີ່ມີຊື່ສຽງ. ໃນນັ້ນ “ຍົກສູງນໍ້າໃຈຄວາມຮັບຜິດຊອບ, ການຕ້ານລັດທິເອກະຊົນ, ເວົ້າໄປຄຽງຄູ່ການກະທໍາ”, “ດຸໝັ່ນຂະຫຍັນພຽນ, ປະຢັດມັດທະຍັດ, ຊື່ກົງບໍລິສຸດ, ເຫັນແກ່ສ່ວນລວມບໍ່ເຫັນແກ່ສ່ວນຕົວ”, ແມ່ນບັນດາແນວຄິດຫຼັກແຫຼ່ງແກ່ນສານ, ການສອນຂອງຕະຫຼອດຊີວິດຂອງລຸງໂຮ່ກ່ຽວກັບຄຸນສົມບັດ, ເຊິ່ງທຸກຄົນ, ໂດຍສະເພາະແມ່ນຊາວໜຸ່ມ, ນັກຮຽນຕ້ອງການຮໍ່າຮຽນ ແລະປະຕິບັດຕາມ.

ນີ້ແມ່ນກິດຈະກໍາທີ່ມີຄວາມໝາຍທີ່ແທດເໝາະກັບຕົວຈິງ, ມີປະໂຫຍດ, ປະກອບສ່ວນເຂົ້າໃນການຍົກສູງຄວາມຮັບຮູ້ກ່ຽວກັບບໍາລຸງ ແລະ ຝຶກຝົນຫຼໍ່ຫຼອມຄຸນສົມບັດ, ແບບແຜນດໍາລົງຊີວິດ, ເພີ່ມທະວີການເຄື່ອນໄຫວຂອງການຮໍ່າຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດ ແລະ ແບບແຜນດໍາລົງຊີວິດຂອງ ໂຮ່ ຈິ ມິງ ໃນພະນັກງານທັງຫມົດ, ຄູ-ອາຈານ ແລະ ນັກຮຽນຂອງໂຮງຮຽນກົດໝາຍຊັ້ນກາງດົງເຫີຍ.

C:\Users\yen\Downloads\IMG_1639.jpg

 


ເຈົ້າຂອງກະທູ້: Ngoc Cam