ເສີມຂະຫຍາຍບົດບາດ, ຄວາມຮັບຜິດຊອບຂອງພະນັກງານລັດຖະກອນໄວຫນຸ່ມ, ການຈັດຕັ້ງຄະນະຊາວຫນຸ່ມໃນການປະຕິບັດຫນ້າທີ່ທາງການເມືອງຂອງກະຊວງ, ຂະແຫນງການ

ນອນຢູ່ໃນແຜນການຂະບວນການຂອງລາຍການເຮັດວຽກລະຫວ່າງຄະນະຊາວຫນຸ່ມກະຊວງຍຸຕິທຳ ສສ ຫວຽດນາມ - ລາວ, ກອງປະຊຸມ “ແລກປ່ຽນປະສົບການຂອງຄະນະຊາວຫນຸ່ມກະຊວງຍຸຕິທຳ ສສ ຫວຽດນາມ - ລາວກ່ຽວກັບການເສີມຂະຫຍາຍບົດບາດ, ຄວາມຮັບຜິດຊອບຂອງພະນັກງານລັດຖະກອນໄວຫນຸ່ມໃນໄລຍະນີ້” ຕອນເຊົ້າຂອງວັນທີ (15/6) ໄດ້ຍົກໃຫ້ເຫັນຫລາຍບັນຫາພື້ນຖານ ແລະ ສຳຄັນກ່ຽວກັບບົດບາດ ແລະ ຄວາມຮັບຜິດຊອບຂອງພະນັກງານລັດຖະກອນໄວຫນຸ່ມ. ທ່ານ ນາງ ດັງ ຮ່ວາງ ແອັງ ຮອງລັດຖະມົນຕີ ກະຊວງຍຸຕິທຳ ເຂົ້າຮ່ວມ ແລະ ຊີ້ນຳກອງປະຊຸມສົນທະນາ. ເລຂາທິການຄະນະກະຊວງທັງສອງຊາດ ທ່ານ ໂຮ່ ກວງ ຮຸຍ ແລະ ທ່ານ ສຸລິຍາ ສິດາວົງ ກໍ່ພ້ອມກັນນຳພາກອງປະຊຸມສົນທະນາ.

ເຂົ້າຮ່ວມກອງປະຊຸມທາງຝ່າຍລາວລວມມີຕ່າງຫນ້າຫນ່ວຍງານທີ່ຂື້ນກັບກະຊວງຍຸຕິທຳລາວ ແລະ ອົງການຈັດຕັ້ງທີ່ກ່ຽວຂ້ອງ; ຝ່າຍ ຫວຽດນາມມີຕ່າງຫນ້າການນຳຂອງບາງຫນ່ວຍງານຂື້ນກັບກະຊວງ, ໂຮງຮຽນ ກົດຫມາຍຊັ້ນກາງ ດົ່ງເຮີຍ, ພະແນກ ຍຸຕິທຳແຂວງ ກ້ວາງບິ່ງ, ກົມປະຕິບັດຄຳຕັດສິນຂອງສານທາງແພ່ງແຂວງກ້ວາງບິ່ງ; ຕາງຫນ້າຫນ່ວຍຂອງບາງພະແນກ ແລະ ຫນ່ວຍງານທີ່ຂື້ນກັບກະຊວງ.

https://moj.gov.vn/qt/tintuc/PublishingImages/2019/Thang%206/Dang%20Doan%20the/15.06.2019%20DTN%20toa%20dam/15.06.2019%20dtn%20toa%20dam%20(1).jpg

ພິເສດແມ່ນໃຫ້ຄວາມສົນໃຈເຖິງພະນັກງານລັດຖະກອນໄວຫນຸ່ມໃນອະນາຄົດຂອງກະຊວງ,ຂອງຂະແຫນງການ ຮອງລັດຖະມົນຕີ ດັງ ຮ່ວາງ ແອັວງເນັ້ນຫນັກ, ຊີ້ນຳກະຊວງຍຸຕິທຳສອງຊາດໃຫ້ສ້າງເງື່ອນໄຂເພື່ອໃຫ້ພະນັກງານລັດຖະກອນໄວຫນຸ່ມມີຄວາມພັດທະນາ. ຄະນະຊາວຫນຸ່ມສອງຊາດບໍ່ຢຸດທີ່ຈະຕໍ່ສູ້, ສູ້ຊົນເຂົ້າຮ່ວມປະກອຍສ່ວນເຂົ້າໃນການຮ່ວມເຮັດວຽກທີ່ສຳຄັນ, ມີປະສິດທິພາບ, ປະກອຍສ່ວນຊຸກຍູ້ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ສາມັກຄີພິເສດ, ການຮ່ວມມືທີ່ກ້ວາຂວາງຂອງທັງສອງຊາດ.

ການຈັດຕັ້ງການເຮັດວຽກ, ແລກປ່ຽນລະຫວ່າງ ຄະນະຊາວຫນຸ່ມຫະຊວງຍຸຕິທຳຫວຽດນາມ ແລະ ກະຊວງຍຸຕິທຳລາວ ປີ 2019 ແລະ ພິເສດແມ່ນ ກອງປະຊຸມສົນທະນາລະຫວ່າງ ຊາວຫນຸ່ມສອງກະຊວງໃນມື້ນີ້ແມ່ນມີຄວາມຈຳເປັນ ແລະ ມີຄວາມຫມາຍອັນຍິ່ງໃຫ່ຍ. ຮອງລັດຖະມົນຕີ ກະຊວງ ເຊື່ອຫມັ້ນວ່າ, ກອງປະຊຸມສົນທະນາຈະເປັນຂ່າວສານ, ແລກປ່ຽນບັນດາປະສົບການຂອງຊາວຫນຸ່ມສອງຊາດ ໃນການເສີຍຂະຫຍາຍບົດບາດ, ຄວາມຮັບຜິດຊອບຂອງພະນັກງານລັດຖະກອນໄວຫນຸ່ມ ແລະ ການຈັດຕັ້ງຄະນະຊາວຫນຸ່ມໃນປັດຈຸບັນ, ພ້ອມກັນນັ້ນຈະຍົກໃຫ້ເຫັນຄວາມຮຽກຮ້ອງຕ້ອງການ, ຂໍ້ສະເຫນີກ່ຽວກັບກົນໄກປະສານສົມທົບທີ່ມີໄຫວພິບ, ມີຄວາມທ່ວງທັນ ແລະ ມີຄວາມເປັນຈິງຫລາຍຂື້ນລະຫວ່າງ ຄະນະຊາວຫນຸ່ມ ກະຊວງຍຸຕິທຳ ສອງຊາດ ລາວ - ຫວຽດນາມ, ຈາກນັ້ນປະກອບສ່ວນປະຕິບັດຫນ້າທີ່ທາງການເມືອງທີ່ໄດ້ຮັບມອບຫມາຍໃຫ້ໄດ້ດີ.

https://moj.gov.vn/qt/tintuc/PublishingImages/2019/Thang%206/Dang%20Doan%20the/15.06.2019%20DTN%20toa%20dam/15.06.2019%20dtn%20toa%20dam%20(8).jpghttps://moj.gov.vn/qt/tintuc/PublishingImages/2019/Thang%206/Dang%20Doan%20the/15.06.2019%20DTN%20toa%20dam/15.06.2019%20dtn%20toa%20dam%20(10).jpg

ໃນການປະກອບສ່ວນເພີ່ມທະວີ, ຍົກສູງບົດບາດ, ຄວາມຮັບຜິດຊອບຂອງຖັນແຖວພະນັກງານລັດຖະກອນໄວຫນຸ່ມ ຂອງ 02 ກະຊວງໃນການປະຕິບັດຫນ້າທີ່ທາງການເມືອງ, ເພີ່ມທະວີການແລກປ່ຽນປະສານສົບທົບລະຫວ່າງ ຄະນະຊາວຫນຸ່ມ 02 ກະຊວງ, ສະຫາຍ ໂຮ່ ກວາງ ຮຸຍ ເນັ້ນຫນັກວ່າ ກອງປະຊຸມສົນທະນາໃນມື້ນີ້ບໍ່ພຽງແຕ່ແມ່ນໂອກາດທີ່ຊາວຫນຸ່ມ 02 ກະຊວງຍຸຕິທຳ ລາວ - ຫວຽດນາມ ໄດ້ແລກປ່ຽນປະສົບການເພື່ອເສີມຂະຫຍາຍບົດບາດ, ຄວາມຮັບຜິດຊອບຂອງພະນັກງານລັດຖະກອນໄວຫນຸ່ມ, ອົງການຈັດຕັ້ງຊາວຫນຸ່ມໃນວຽກງານຈັດຕັ້ງປະຕິບັດຫນ້າທີ່ການເມືອງ, ວິຊາການຂອງກະຊວງ, ຂະແຫນງ ຍຸຕິທຳ 02 ຊາດ.ກອງປະຊຸມສົນທະນາຍັງເປັນໂອການອັນດີທີ່ຈະຊຸກຍູ້ການແລກປ່ຽນລະຫວ່າງຊາວຫນຸ່ມ 02 ກະຊວງຍຸຕິທຳລາວ-ຫວຽດ, ປະກອບສວ່ນເພີ່ມທະວີສາຍພົວພັນຮ່ວມມືໃນຂົງເຂດກົດຫມາຍ ແລະ ຍຸຕິທຳລະຫວ່າງ ກະຊວງຍຸຕິທຳ ຫວຽດນາມ ແລະ ກະຊວງຍຸຕິທຳລາວ ຢ່າງມີປະສິດທິພາບ.

https://moj.gov.vn/qt/tintuc/PublishingImages/2019/Thang%206/Dang%20Doan%20the/15.06.2019%20DTN%20toa%20dam/15.06.2019%20dtn%20toa%20dam%20(9).jpg

ບັນດາສະຫາຍທີ່ເຂົ້າຮ່ວມກອງປະຊຸມສົນທະນາ ໄດ້ຮັບຟັງຫລາຍການສົນທະນາທີ່ເລິກເຊິ່ງ ຂອງຕາງຫນ້າຄະນະຊາວຫນຸ່ມ 02 ກະຊວງເຊັ່ນການສົນທະນາກ່ຽວກັບ ການເຂົ້າຮ່ວມສ້າງສາກົດຫມາຍ; ເພີ່ມທະວີຍົກສູງວຽກງານສຶກສາອົບຮົມ, ບຳລຸງສະມາຊິກຊາວຫນຸ່ມ, ພະນັກງານລັດຖະກອນໄວຫນຸ່ມ; ວຽກງານສຶກສາອົບຮົມ, ບຳລຸງພະນັກງານໃນຂົງເຂດຍຸຕິທຳ; ເສີຍຂະຫຍາຍບົດບາດ, ຄວາມຮັບຜິດຊອບຂອງສະມາຊິກຊາວຫນຸ່ມ, ພະນັກງານລັດຖະກອນໄວຫນຸ່ມໃນວຽກງານຈັດຕັ້ງປະຕິບັຄຳຕັດສິນຂອງສານແພ່ງ.

ຫລາຍຄຳຖາມກ່ຽວກັບບັນຫາທີ່ກ່ຽວຂ້ອງກັບ ຫົວຂໍ້ທີ່ສົນທະນາຂ້າງເທິງໄດ້ຮັບການສົນທະນາ ແລະ ແລກປ່ຽນແບບຕົງໄປຕົງມາໄດ້ ປະກອບສ່ວນຊ່ວຍໃຫ້ສະມາຊິກຊາວຫນຸ່ມສອງຝ່າຍ ມີການເບິ່ງເຫັນທີ່ກ້ວງຂວາງຂື້ນກ່ຽວກັບຂົງເຂດ ຄຸ້ມຄອງຂອງກະຊວງ, ຂະແຫນງການຂອງ ສອງຊາດ, ມີບັນດາການຮຽກຮ້ອງ, ຂໍ້ສະເຫນີເຖິງຂັ້ນທີ່ມີສິດເພື່ອປະຕິບັດຫນ້າທີ່ທາງການເມືອງທີ່ໄດ້ຮັບມອບຫມາຍໃຫ້ໄດ້ດີ.

 

https://moj.gov.vn/qt/tintuc/PublishingImages/2019/Thang%206/Dang%20Doan%20the/15.06.2019%20DTN%20toa%20dam/15.06.2019%20dtn%20toa%20dam%20(11).jpghttps://moj.gov.vn/qt/tintuc/PublishingImages/2019/Thang%206/Dang%20Doan%20the/15.06.2019%20DTN%20toa%20dam/15.06.2019%20dtn%20toa%20dam%20(12).jpg

ພາຍໃນກອງປະຊຸມສົນທະນາ, ຄະນະຊາວຫນຸ່ມດະຊວງຍຸຕິທຳສອງຊາດໄດ້ສົນທະນາກ່ຽວກັບ ທິດທາງຮ່ວມມືໃນອະນາຄົດ. ໃນນັ້ນ, ທັງສອງຝ່າຍໄດ້ເອກະພາບກ່ຽວກັບຫລັກການຮ່ວມມືບົນພື້ນຖານທີ່ມີ ເຫມາະສົມທາງກົດຫມາຍຂອງສອງຝ່າຍ ແລະ ມີຄວາມເຄົາລົບ, ມີຄວາມເຂົ້າໃນກັນ. ຄະນະຊາຫນຸ່ມກະຊວງຍຸຕິທຳສອງກະຊວງ ກໍ່ໄດ້ກຳນົດບາງຂົງເຂດທີ່ຈະມີການເພີ່ມທະວີການຮ່ວມມືໃນອະນາຄົດ, ໃນນັ້ນມີວຽກງານປະຕິບັດຫນ້າທີ່ທາງການເມືອງ, ວິຊາການຂອງກະຊວງ, ຂະແຫນງຍຸຕິທຳຂອງສອງຊາດ ຫວຽດນາມ - ລາວ.

ໃນການປາໄສໃນກອງປະຊຸມສົນທະນາ, ສະຫາຍ ສຸລິຍາ ສີດາວົງ ກ່າວວ່າ ກອງປະຊຸມໃນມື້ນີ້ແມ່ນນອນຢູ່ໃນວຽກງານປະຕິບົດສາຍພົວພັນຮ່ວມມືມິດຕະພາບ ລະຫວ່າງສອງຊາດ ລະອຽດແມ່ນ ສາຍພົວພັນຮ່ວມມືທາງກົດຫມາຍລະຫວ່າງ ສອງກະຊວງຍຸຕິທຳ. ໄດ້ຕີລາຄາສູງປະສິດທິພາບຂອງກອງປະຊຸມົນທະນາ, ສະຫາຍ ສຸລິຍາ ສີດາວົງ ເນັ້ນຫນັກວ່າ ກອງປະຊຸມສົນທະທາມື້ນີ້ ມີຄຸນນະພາບຫລາຍ, ພິເສດແມ່ນມີຄວາມຫມາຍສຳຄັນກັບພະນັກງານລັດຖະກອນໄວຫນຸ່ມ ໃນການເຄື່ອນໄຫວວິຊາການ. ສະຫາຍກໍ່ໄດ້ໃຫ້ເຫັນວ່າ, ຄງຂ້າງກັບເນື້ອໃນທີ່ໄດ້ແລກປ່ຽນໃນທີ່ປະຊຸມສົນທະນາມື້ນີ້ ຍັງມີຫລາຍເນື້ອໃນອື່ນອີກ ທີ່ທັງສອງຝ່າຍຫວັງວ່າຈະໄດ້ສືບຕໍ່ແລກປ່ຽນກັນໃນອະນາຄົດ.

https://moj.gov.vn/qt/tintuc/PublishingImages/2019/Thang%206/Dang%20Doan%20the/15.06.2019%20DTN%20toa%20dam/15.06.2019%20dtn%20toa%20dam%20(14).jpghttps://moj.gov.vn/qt/tintuc/PublishingImages/2019/Thang%206/Dang%20Doan%20the/15.06.2019%20DTN%20toa%20dam/15.06.2019%20dtn%20toa%20dam%20(16).jpg

ການປູກຕົ້ນໄມ້ເພື່ອເປັນທີ່ລະນຶກ ທີ່ໂຮງຮຽນກົດຫມາຍຊັ້ນກາງດົ່ງເຮີ໊ຍ ຫລັງຈາກການປະຊຸມສົນທະນາ - ເປັນທີລະນຶກໃນການແລກປ່ຽນ, ຮ່ວມມືທີ່ມີຄວາມຫມາຍລະຫວ່າງຄະນະຊາວຫນຸ່ມ ສອງ ກະຊວງຍຸຕິທຳ

 

ເນື່ອງໃນໂອກາດນີ້, ຄະນະຊາວຫນຸ່ມກະຊວງຍຸຕິທຳໄດ້ມອບ ຄັອມພິວເຕີຈຳນວນ 05 ເຄື່ອງ ໃຫ້ຄະນະຊາວຫນຸ່ມກະຊວງຍຸຕິທຳລາວ; ພ້ອມກັນນັ້ນໄດ້ມອບທຶນຈຳນວນ 20 ທຶນໃຫ້ນັກຮຽນລາວ ແລະ ຫວຽດນາມ ທີ່ມີຜົນການຮຽນດີ ທີ່ຮ່ຳຮຽນຢູ່ທີ່ ໂຮງຮຽນກົດຫມາຍຊັ້ນກາງດົ່ວເຮີຍ.

https://moj.gov.vn/qt/tintuc/PublishingImages/2019/Thang%206/Dang%20Doan%20the/15.06.2019%20DTN%20toa%20dam/15.06.2019%20dtn%20toa%20dam%20(13).jpghttps://moj.gov.vn/qt/tintuc/PublishingImages/2019/Thang%206/Dang%20Doan%20the/15.06.2019%20DTN%20toa%20dam/15.06.2019%20dtn%20toa%20dam%20(19).jpg

ບາງຮູບພາບໃນກອງປະຊຸມສົນທະນາ:

https://moj.gov.vn/qt/tintuc/PublishingImages/2019/Thang%206/Dang%20Doan%20the/15.06.2019%20DTN%20toa%20dam/15.06.2019%20dtn%20toa%20dam%20(18).jpghttps://moj.gov.vn/qt/tintuc/PublishingImages/2019/Thang%206/Dang%20Doan%20the/15.06.2019%20DTN%20toa%20dam/15.06.2019%20dtn%20toa%20dam%20(4).jpg

https://moj.gov.vn/qt/tintuc/PublishingImages/2019/Thang%206/Dang%20Doan%20the/15.06.2019%20DTN%20toa%20dam/15.06.2019%20dtn%20toa%20dam%20(5).jpghttps://moj.gov.vn/qt/tintuc/PublishingImages/2019/Thang%206/Dang%20Doan%20the/15.06.2019%20DTN%20toa%20dam/15.06.2019%20dtn%20toa%20dam%20(3).jpg

https://moj.gov.vn/qt/tintuc/PublishingImages/2019/Thang%206/Dang%20Doan%20the/15.06.2019%20DTN%20toa%20dam/15.06.2019%20dtn%20toa%20dam%20(6).jpghttps://moj.gov.vn/qt/tintuc/PublishingImages/2019/Thang%206/Dang%20Doan%20the/15.06.2019%20DTN%20toa%20dam/15.06.2019%20dtn%20toa%20dam%20(2).jpg

 


ເຈົ້າຂອງກະທູ້: Anh Tu