ໂຮງຮຽນກົດຫມາຍຊັ້ນກາງດົ່ງເຮີຍຈັດຕັ້ງງານບຸນປີໃຫມ່ປະຈໍາປີສໍາລັບນັກສຶກສາລາວ

ໂຮງຮຽນກົດຫມາຍຊັ້ນກາງດົ່ງເຮີຍຈັດຕັ້ງງານບຸນປີໃຫມ່ປະຈໍາປີສໍາລັບນັກສຶກສາລາວ
ໃນໂອກາດບຸນປີໃຫມ່ຂອງປະຊາຊົນຊົນບັນດາເຜົ່າລາວໃນປີ 2019 (ປີ 2562ຕາມປະຕິທິນພຸດທະສາສະຫນາ), ຕອນເຊົ້າວັນທີ 13/4/2019 ໂຮງຮຽນກົດຫມາຍຊັ້ນກາງດົ່ງເຮີຍໄດ້ຈັດຕັ້ງບັນດາເຄື່ອນໄຫວເພື່ອ ຕ້ອນຮັບປີໃຫມ່ ແລະ ຕ້ອນຮັບບຸນປີໃຫມ່ສໍາລັບນັກສຶກສາລາວ ທີ່ຮຽນຢູ່ໂຮງຮຽນ.

ເຂົ້າຮ່ວມພິທີດັ່ງກ່າວມີອາຈານ ອາຈານ ຫວໍ໊ ຄັກ ຮວານ - ຮັກສາການ ອໍານວຍການໂຮງຮຽນກົດ ໝາຍຊັ້ນກາງດົງເຫີຍ, ຕົວແທນຜູ້ນໍາສູນຝຶກອົບຮົມວິຊາຊີບດົງເຮີຍມີອາຈານ ຫງວຽນ ຕຽນ ກວາງ - ຮອງອໍານວຍການສູນ, ກົດຫມາຍຊັ້ນກາງດົ່ງເຮີຍ, ພ້ອມດ້ວຍ ຄູ-ອາຈານທັງໝົດຂອງສອງໂຮງຮຽນ ແລະ ຫຼາຍກວ່າ​ 250 ນັກຮຽນ.

C:\Users\TCLDH\Desktop\image1.jpg

ນັກຮຽນ ຊາໃມ ພົນ - ຕ່າງໜ້າໃຫ້ບັນດານັກສຶກສາລາວອ່ານບົດປາໄສ

ຍິນດີຕ້ອນຮັບປີໃຫມ່ລາວປີ 2019

ບຸນປີໃຫມ່ລາວ (ເຊິ່ງເອີ້ນກັນວ່າ Songkran) ແມ່ນວັດທະນະທໍາມີແຕ່ດົນນານແລ້ວຂອງປະຊາຊົນ ບັນດາເຜົ່າລາວ,ຊຶ່ງຫມາຍຄວາມວ່າຈະນໍາຄວາມເຢັນດີ,ຄວາມບໍລິສຸດ ແລະ ຄວາມວັດທະນາຖາວອນ ໃຫ້ແກ່ທຸກສິ່ງ ແລະ ຊີວິດຂອງມະນຸດ. ບຸນປີໃຫມ່ລາວ ປົກກະຕິແມ່ນໄດ້ຈັດຂຶ້ນໃນ 3 ມື້ນັບແຕ່ວັນທີ 13/4 -  15/4 ແຕ່ລະປີ.

C:\Users\TCLDH\Desktop\image2.jpg

ອາຈານ ຫວໍ໊ ຄັກ ຮວານ - ຮັກສາການ ອໍານວນວຍການໂຮງຮຽນກົດຫມາຍຊັ້ນກາງດົ່ງເຮີຍກ່າວຄຳປາໄສ

ແລະ ມອບຂອງຂວັນໃຫ້ນັກຮຽນລາວໃນໂອກາດບຸນປີໃໝ່ລາວ


ພິທີດັ່ງກ່າວໄດ້ຈັດຂຶ້ນໃນບັນຍາກາດທີ່ມີສົດໃສ ແລະ ອົບອຸ່ນພ້ອມກັບບັນດາພິທີຜູກແຂນ ແລະ ຫົດນ້ຳຕາມປະເພນີຕົກຢູ່ໃນປະຊາຊົນລາວບັນດາເຜົ່າ. ພິທີຜູກແຂນມີຄວາມໝາຍພ້ອມກັບຄຳອວຍພອນ ຢູ່ຢ່າງສະຫງົບ, ໂຊກດີ. ພິທີຫົດນ້ຳຕາມແນວຄວາມຄິດຂອງຄົນລາວການທຸກຄົນຫົດນ້ຳກັນມີຄວາມໝາຍວ່າ ຊ່ວຍໃຫ້ພວກເຂົາເຮັດຄວາມສະອາດສິ່ງທີ່ບໍ່ດີໃນປີເກົ່າ, ໄດ້ຮັບໂຊກດີໃນປີໃຫມ່; ຄົນລາວເຊື່ອວ່າ: ໃຜໄດ້ຫົດນ້ຳຫຼາຍຈະຮັບຄວາມໂຊກດີໃນປີໃຫມ່.

C:\Users\TCLDH\Desktop\image4.jpg

ພິທີຜູກແຂນແມ່ນວັດທະນະທຳຂອງປະຊາຊົນລາວບັນດາເຜົ່າ

ຫຼັງຈາກພິທີ, ບັນດາລາຍການສິລະປະ ແມ່ນສີສັນ ຂອງຊາດລາວໄດ້ສະແດງໃຫ້ເຫັນໂດຍນັກຮຽນ, ສ້າງບັນຍາກາດທີ່ໃກ້ຊິດ ແລະ ອົບອຸ່ນ

C:\Users\TCLDH\Desktop\image3.jpg

ລາຍການຟ້ອນປີໃໝ່ຂອງຫ້ອງຮຽນ K2D

ກ່ຽວກັບບນດາເຄື່ອນໄຫວມີຄວາມໝາຍດັ່ງກ່າວໄດ້ຊ່ວຍໃຫ້ແກ່ບັນດານັກຮຽນລາວຈາກປະເທດໄດ້ຮັບ ບຸນປີໃໝ່ລາວຄືຢູ່ບ້ານເກີດເມືອງນອນ, ປະເທດຂອງຕົນເອງ.  ຜ່ານການພິທີບຸນປີໃໝ່ໄດ້ປຸກລະດົມ, ສົ່ງເສີມຈິດໃຈຂອງບັນດານັກຮຽນລາວສືບຕໍ່ແຂ່ງຂັນປະຕິບັດຕາມແບບຢ່າງທີ່ດີ, ໃນການຮຽນຮູ້, ການຝຶກອົບຮົມ, ແລະ ການກໍ່ສ້າງບ້ານເຮືອນທີ່ຮັ່ງມີເຂັ້ມແຂງ, ການເສີມສ້າງຄວາມມິດຕະພາບພິເສດ ຂອງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດຫວຽດນາມ - ລາວ ແມ່ນຕະຫຼອດໄປຂຽວສົດງົດງາໝັ້ນ ຄົງຂະໜົງແກ່ນຈົນຊົ່ວກາລະນານ.

 

ເຈົ້າຂອງກະທູ້: Nguyen Huong