ວິທະຍາໄລກົດໝາຍພາກກາງປະສານງານ, ຊ່ວຍເຫຼືອສະຖາບັນຍຸຕິທຳຈັດພິທີພິທີເປີດຫ້ອງກໍ່ສ້າງວິຊາຊີບ ນາຍທະບຽນສານ ປີ 2020 ທີ່ແຂວງກວາງບິ່ງ

ວິທະຍາໄລກົດໝາຍພາກກາງປະສານງານ, ຊ່ວຍເຫຼືອສະຖາບັນຍຸຕິທຳຈັດພິທີພິທີເປີດຫ້ອງກໍ່ສ້າງວິຊາຊີບ ນາຍທະບຽນສານ ປີ 2020 ທີ່ແຂວງກວາງບິ່ງ
ຕອນເຊົ້າວັນທີ 21 ພະຈິກ 2020, ວິທະຍາໄລກົດໝາຍພາກກາງປະສານງານແລະ ຊ່ວຍເຫຼືອສະຖາບັນຍຸຕິທຳຈັດພິທີ ພິທີເປີດຫ້ອງກໍ່ສ້າງວິຊາຊີບ ນາຍທະບຽນສານ ປີ 2020 ທີ່ແຂວງກວາງບິ່ງ
ເຂົ້າຮ່ວມພິທີດັ່ງກ່າວມີ ທ່ານນາງ Vo Thi Dieu Huong - ຮອງຫົວໜ້າພະແນກຍຸຕິທຳແຂວງກວາງບິ່ງ, ທ່ານ Hoan Huu Canh- ຮອງປະທານສະມາຄົມນາຍທະບຽນສານແຂວງກວາງບິ່ງ, ທ່ານ Nguyen Xuan Thu- ເລຂາຄະນະພັກ, ຮອງຫົວໜ້າ ຮັກສການສະຖາບັນຍຸຕິທຳ, ທ່ານ Vo Khac Hoan - ເລຂາຄະນະພັກ, ຮັກສາການໂຮງຮຽນພ້ອມດ້ວຍຜູ້ຕາງໜ້າຂອງບັນດາພະແນກ, ຫ້ອງການທະບຽນສານໃນແຂວງ, ຄູອາຈານ ຂອງ 02 ການຈັດຕັ້ງແລະ ນັກສຳມິນາດທຶທຸກຄົນຂອງຫ້ອງການສອນວິຊາຊີບປີ 2020 ທີ່ແຂວງກວາງບິ່ງ.
ທີ່ພິທີ, ທ່ານນາງ Nguyen Thi Hong - ຮອງຫົວໜ້າຫ້ອງການສຶກສາແລະ ກິດຈະການນັກສຶກສາ, ສະຖາບັນຍຸຕິທຳໄດ້ລາຍງານເບື້ອງຕົ້ນກ່ຽວກັບຫຼັກສູດແລະ ປະກາດຂໍ້ຕົກລົງວ່າດ້ວຍການກໍ່ສ້າງວິຊາຊີບນາຍທະບຽນສານ ປີ 2020 ທີ່ແຂວງກວາງບິ່ງ. .
ຕາງໜ້າ ໃຫ້ນັກສຳມະນາກ່ອນ Nguyen Luong Bang ໄດ້ສະແດງຄວາມເປັນກຽດແລະ ມີຄວາມຍິນດີທີ່ໄດ້ເຂົ້າຮ່ວມຫ້ອງຮຽນ, ຂອບໃຈຢ່າງຈິງໃຈຄວາມເອົາໃຈໃສ່, ສ້າງທຸກເງື່ອນໄຂໃຫ້ນັກສຳມະນາກ່ອນໄດ້ເຂົ້າຮ່ວມຫ້ອງຮຽນ. ຕັ້ງໃຈຮໍ່າຮຽນຢ່າງຈິງຈັງ, ປະຕິບັດຕາມລະບຽບການຂອງຫ້ອງຮຽນຢ່າງຄົບຖ້ວນ, ປະຕິບັດຢ່າງສຳເລັດບັນດາໜ້າທີ່ທີຫຼັກສູດກຳນົດ.
ສຳລັບໂຮງຮຽນ, ທ່ານ Vo Khac Hoan ໄດ້ຕີລາຄາສູງແລະ ຂອບໃຈຕໍ່ຄວາມເອົາໃຈໃສ່ແລະ ການປະສານງານຂອງສະຖາບັນຍຸຕິທຳທີ່ມີປະສິດທິຜົນ, ພ້ອມທັງແນະນຳໃຫ້ນັກສຳມະນາກ່ອນສົ່ງເສີມສະຕິຕົນເອງ, ມີສະຕິຮັບຜິດຊອບແລະ ເປັນກັນເອງ. ເຂົ້າຮ່ວມຢ່າງຫ້າວຫັນໃນການສຶກສາຢ່າງເຕັມສ່ວນ, ສຳເລັດເນື້ອໃນ ແລະ ຫຼັກສູດຖືກຕາມກຳນົດແລະ ປະຕິບັດຕາມກົດລະບຽບຂອງໂຮງຮຽນຢ່າງເຂັ້ມງວດ.
ທີ່ພິທີ, ຜູ້ຕາງໜ້າ ສະຖາບັນຍຸຕິທຳ, ທ່ານ Nguyen Xuan Thu ໄດ້ໃຫ້ການຕ້ອນຮັບນັກຮຽນຢ່າງອົບອຸ່ນ; ເນັ້ນເຖິງຈຸດປະສົງແລະ ຄວາມໝາຍຂອງການກໍ່ສ້າງວິຊາຊີບນາຍທະບຽນສານ, ທີ່ຕັ້ງ, ບົດບາດຂອງອາຊີບນີ້ໃນສັງຄົມ. ຫວັງວ່າ, ດ້ວຍຫຼັກສູດນີ້, ນັກສຳມະນາກອນຈະໄດ້ນຳໃຊ້ຄວາມຮູ້ທີ່ມີປະໂຫຍດຫຼາຍ, ນຳ ໃຊ້ເຂົ້າໃນການປະຕິບັດຕົວຈິງ, ພ້ອມດຽວກັນນີ້, ຍັງໄດ້ສົ່ງຄຳຂອບໃຈຢ່າງຈິງໃຈມາຍັງວິທະຍາໄລກົດໝາຍ ພາກກາງສຳລັບການປະສານງານ. ສົມທົບຢ່າງມີປະສິດທິຜົນເພື່ອເປີດຫ້ອງກໍ່ສ້າງວິຊາຊີບ ນາຍທະບຽນສານທີ່ແຂວງກວາງບິ່ງ, ຫວັງວ່າໃນອະນາຄົດອັນໃກ້ນີ້, ສອງອົງການຈະສືບຕໍ່ຮ່ວມມືກັນຢ່າງສຳເລັດຜົນກວ່າເກົ່າເພື່ອຕອບສະໜອງຄວາມຕ້ອງການດ້ານການຝຶກອົບຮົມ, ກໍ່ສ້າງທີ່ແຂວງກວາງບິ່ງ.
 
 

ເຈົ້າຂອງກະທູ້: Anh Tú