ມະຫາວິທະຍາໄລກົດໝາຍພາກກາງຈັດກອງປະຊຸມລັດຖະກອນ ແລະ ຜູ້ອອກແຮງງານໃນປີ 2020
- ຄັ້ງທີສອງ - 28/12/2020 10:46
- |ພິມອອກ
- |Đóng cửa sổ này

ເຂົ້າຮ່ວມກອງປະຊຸມມີທ່ານ ຫວໍ ຄັກ ຮວານ - ເລຂາຄະນະພັກ - ຜູ້ອຳນວຍການໂຮງຮຽນ, ບັນດາສະມາຊິກ ໃນກຳມະການຄະນະບໍລິຫານງານພັກ, ຄະນະບໍລິຫານງານສະຫະພັນກຳມະບານ, ຄະນະບໍລິຫານງານຊາວໜຸ່ມ ກອມມູນິດໂຮ່ຈີມິນ ແລະລັດຖະກອນ, ຜູ້ອອກແຮງງານທຸກຄົນໃນມະຫາວິທະຍາໄລ.
ກອງປະຊຸມໄດ້ຮັບຮອງເອົາບົດລາຍງານກ່ຽວກັບການກວດກາຄືນການຈັດຕັ້ງປະຕິບັດມະຕິຂອງກອງປະຊຸມລັດຖະກອນ ແລະຜູ້ອອກແຮງງານໃນປີ 2019; ລະບຽບການປະຊາທິປະໄຕຂັ້ນຮາກຖານປີ 2020 ແລະທິດທາງ, ໜ້າທີ່, ແລະວິທີແກ້ໄຂໃນປີ 2021; ບົດລາຍງານການຕີລາຄາ, ກວດກາ ແລະກວດກາຄືນ ຄວາມຮັບຜິດຊອບຂອງຫົວໜ້າໂຮງຮຽນໃນການຈັດຕັ້ງປະຕິບັດແຜນງານປີ 2020; ບົດລາຍງານກ່ຽວກັບ ການຮັບການຈ່າຍດ້ານການເງິນໃນປີ 2020 ຂອງວິທະຍາໄລກົດໝາຍພາກກາງ; ບົດລາຍງານກ່ຽວກັບ ການຊື້, ການຄຸ້ມຄອງ ແລະການນຳໃຊ້ຊັບສິນ, ພື້ນຖານວັດຖຸໃນປີ 2020 ຂອງວິທະຍາໄລກົດໝາຍ ພາກກາງ; ບົດລາຍງານຜົນຂອງການເຄື່ອນໄຫວໃນປີ 2020 ແລະແຜນການເຄື່ອນໄຫວໃນປີ 2021 ຂອງຄະນະກວດກາປະຊາຊົນ; ລາຍງານກ່ຽວກັບບົດສະຫຼຸບວຽກງານການແຂ່ງຂັນແລະຍ້ອງຍໍຊົມເຊີຍ ໃນປີ 2020; ຈົດທະບຽນ ແລະ ປຸກລະດົມການແຂ່ງຂັນໃນປີ 2021. ກອງປະຊຸມ ໄດ້ສຸມໃສ່ເວລາ ໃຫ້ລັດຖະກອນ ແລະຜູ້ອອກແຮງງານສົນທະນາ, ປະກອບຄຳເຫັນ ເຂົ້າໃນບັນດາຮ່າງບົດລາຍງານ ຂອງກອງປະຊຸມເພື່ອອອກທິດທາງ, ຈຸດໝາຍໃຫ້ແກ່ບັນດາການເຄື່ອນໄຫວໃນປີ 2021, ໂດຍສະເພາະແມ່ນ ສຸມໃສ່ສົນທະນາກ່ຽວກັບວິທີແກ້ໄຂຍົກສູງ ເງື່ອນໄຂເຮັດວຽກ ແລະຊີວິດທາງດ້ານວັດຖຸ ຂອງພະນັກງານ, ຄູອາຈານ; ພາລະບົດບາດຂອງບັນດາອົງການຈັດຕັ້ງມະຫາຊົນໃນການເຄື່ອນໄຫວ ຕ່າງໆຂອງ ມະຫາວິທະຍາໄລ, ຈິດໃຈໃນຄວາມຜິດຊອບຂອງພະນັກງານ, ຄູອາຈານຕໍ່ໜ້າທີ່ວຽກງານທົ່ວໄປ ຂອງມະຫາວິທະຍາໄລ…

ຄຳປາໄສທີ່ກອງປະຊຸມ, ທ່ານ ຫວໍ ຄັກ ຮວານ - ເລຂາຄະນະພັກ - ຜູ້ອຳນວຍການໂຮງຮຽນໄດ້ຍ້ອງຍໍ, ຍົກສູງຈິດໃຈສາມັກຄີພາຍໃນ ແລະສົ່ງເສີມປະຊາທິປະໄຕຂອງໂຮງຮຽນ, ເຊິ່ງແມ່ນປັດໃຈສຳຄັນທີ່ສຸດ ຕັດສິນໃຈປະຕິບັດສຳເລັດບັນດາໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍຈາກຜູ້ນຳຂອງກະຊວງ. ໂດຍສະເພາະ, ທ່ານໄດ້ເນັ້ນໜັກກ່ຽວກັບບັນດາວິທີແກ້ໄຂໃນການຈັດຕັ້ງປະຕິບັດວຽກງານໃຫ້ດີໃນປີ 2021, ໃນນັ້ນ: ສຸມໃສ່ແຫຼ່ງກຳລັງເພື່ອຈັດຕັ້ງປະຕິບັດວຽກງານຄັດເລືອກນັກຮຽນໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້; ເພີ່ມທະວີການຄົ້ນຄວ້າວິທະຍາສາດ, ໄປຕົວຈີງເພື່ອຍົກສູງຄຸນນະພາບການສອນຂອງຄູອາຈານ; ສ້າງແຮງຈູງໃຈ, ສົ່ງເສີມຄວາມຮັບຜິດຊອບ, ການຕັ້ງໜ້າໃນທຸກໆກິດຈະກຳຂອງລັດຖະກອນ ແລະຜູ້ອອກແຮງງານ; ເສີມຂະຫຍາຍບົດບາດນຳໜ້າ, ເປັນເຈົ້າການ ຂອງບັນດາອົງການຈັດຕັ້ງມະຫາຊົນ ພິເສດແມ່ນຄະນະບໍລິຫານງານສະຫະພັນການກຳມະບານໃນບັນດາຂະບວນການ, ການເຄື່ອນໄຫວຕ້ອງ ຊອກຫາວິທີແກ້ໄຂທີ່ມີປະສິດທິຜົນທີ່ສຸດເພື່ອຮັບປະກັນຜົນປະໂຫຍດອັນຊອບທຳຂອງສະມາຊິກກຳມະບານ, ຍົກສູງເກັບລາຍໄດ້, ປັບປຸງຊີວິດ, ແຕ່ນັ້ນເຮັດໃຫ້ມີແຮງຈູງໃຈໃນການພະຍາຍາມ, ຄວາມກະຕືລືລົ້ນໃນ ວຽກງານຂອງສະມາຊິກກຳມະບານ, ປະກອບສ່ວນເຂົ້າໃນຜົນສຳເລັດລວມຂອງມະຫາວິທະຍາໄລ.

ກອງປະຊຸມໄດ້ສິ້ນສຸດລົງດ້ວຍຜົນສຳເລັດໃນການເປີດຕົວ ແລະຮັບໜ້າທີ່ໃໝ່ຂອງຄະນະກວດກາປະຊາຊົນ ໄລຍະປີ 2020-2022, ໃນນັ້ນມີສະມາຊິກ 03 ສະຫາຍ, ມີໂຄງປະກອບ 01 ສະຫາຍເປັນຫົວໜ້າຄະນະ, ສະມາຊິກ 02 ສະຫາຍ.\