ກອງປະຊຸມເຝິກອົບຮົມວຽກງານຄັດເລືອກນັກຮຽນສົກຮຽນ 2020 - 2021

ກອງປະຊຸມເຝິກອົບຮົມວຽກງານຄັດເລືອກນັກຮຽນສົກຮຽນ 2020 - 2021
ຕອນແລງວັນທີ 29 ມີນາ 2020, ໂຮງຮຽນກົດໝາຍຊັ້ນກາງດົ່ງເຮິຍໄດ້ຈັດກອງປະຊຸມເຝິກອົບຮົມວຽກງານຄັດເລືອກນັກຮຽນສົກຮຽນ 2020 - 2021. ເຂົ້າຮ່ວມກອງປະຊຸມມີທ່ານ ອາຈານ ຫວໍຄັກຮວານ - ເລຂາຄະນະພັກ, ອຳນວຍການໂຮງຮຽນພ້ອມດ້ວຍພະນັກງານລັດຖະກອນ, ຜູ້ອອກແຮງງານໝົດທຸກຄົນຂອງໂຮງຮຽນກົດໝາຍຊັ້ນກາງດົ່ງເຮິຍ.
ກ່າວຄຳປາໄສເປີດກອງປະຊຸມ, ອາຈານ ຮ່ວາງ ທີ້ ແອງ - ຫົວໜ້າຫ້ອງການສຶກສາແລະ ກິດຈະການນັກຮຽນໃຫ້ຮູ້ວ່າ: ກອງປະຊຸມເຝິກອົບຮົມວຽກງານຄັດເລືອກນັກຮຽນສົກຮຽນເພື່ອສ້າງຄວາມຮູ້ແລະ ທັກສະທີ່ຈຳເປັນສຳລັບພະນັກງານແລະ ຄູອາຈານທີ່ເຂົ້າຮ່ວມໃນວຽກງານຄັດເລືອກນັກຮຽນ, ຍົກສູງຄຸນນະພາບແລະ ປະສິດທິພາບຂອງການຄັດເລືອກນັກຮຽນສົກຮຽນ 2020 - 2021. ແມ່ນຫົວໜ່ວຍຕົ້ນຕໍໍປະຕິບັດວຽກງານຄັດເລືອກນັກຮຽນ, ຫ້ອງການສຶກສາແລະ ກິດຈະການນັກຮຽນພ້ອມທັງການນຳຂອງໂຮງຮຽນມີຄວາມສົນໃຈຢູ່ສະເໝີແລະ ກຳນົດການວຽກງານຄັດເລືອກນັກຮຽນແມ່ນບັນຫາສຳຄັນ, ຕັດສິນຄຸນນະພາບຂອງການສຶກສາແລະ ການພັດທະນາແບບຍືນຍົງຂອງໂຮຽຮຽນ.

ພະນັກງານ,
ຄູອາຈານນຂອງເຝໂຮງຮຽນເຂົ້າຮ່ວມການສົນທະນາຢ່າງຕັ້ງໜ້າ
ກອງປະຊຸມໄດ້ຮັບຟັງຜູ້ລາຍງານສະເໜີ ກ່ຽວກັບນະໂຍບາຍການຍົກເວັ້ນແລະ ການຫຼຸດຜ່ອນຄ່າຮຽນ ສຳລັບນັກຮຽນ, ບັນລະຍາຍກ່ຽວກັບທັກສະສະເໜີໃນວຽກງານຄັດເລືອກນັກຮຽນ;  ທັກສະເຂົ້າໃກ້ເປົ້າໝາຍຂອງການຄັດເລືອກນັກຮຽນ;  ການແນະນຳຫຼັກສູດສຶກສາ;  ຕອບແລະ ແກ້ໄຂບັນດາສະພາວະະການໃນການຄັດເລືອກນັກຮຽນ.  ພິເສດ, ພາກສ່ວນສົນທະນາຂອງກອງປະຊຸມໄດ້ຮັບຫຼາຍຄຳຄິດເຫັນທີ່ມີຄຸນນະພາບ, ຄວາມກະຕືລືລົ້ນຈາກການນຳ, ພະນັກງານແລະ ຄູອາຈານເພື່ອຊ່ວຍໃຫ້ວຽກງານຄັດເລືອກນັກຮຽນນັບມື້ນັບຈະເລີນກ່າວໜ້າ, ປະກອບສ່ວນເຂົ້າໃນການພັດທະນາລວມຂອງໂຮງຮຽນ.

ອາຈານຫວໍຄັກຮວານ - ເລຂາຄະນະພັກ, ອຳນວຍການໂຮງຮຽນກ່າວຄຳປາໄສສະຫຼຸບກອງປະຊຸມ
ກ່າວຄຳປາໄສສະຫຼຸບກອງປະຊຸມ, ທ່ານອາຈານ ຫວໍ ຄັກ ຮວານ - ເລຂາຄະນະພັກ, ອຳນວຍການໂຮງຮຽນກ່າວເນັ້ນອີກເທື່ອໜຶ່ງກ່ຽວກັບຄວາມສຳຄັນຂອງວຽກງານຄັດເລືອກນັກຮຽນ, ອາຈານໄດ້ຮຽກຮ້ອງໃຫ້ພະນັກງານລັດຖະກອນ, ຜູ້ອອກແຮງງານເພີ່ມທະວີການຝຶກຝົນທັກສະ, ວິທີການໃນການຄັດເລືອກນັກຮຽນ, ພ້ອມກັຮສຸດເຫື່ອສຸດແຮງ, ລະດົມດັນດາແລ່ງກຳລັງຈາກແຕ່ລະບຸກຄົນແລະ ໝູ່ຄະນະເພື່ອເຂົ້າຮ່ວມໃນການຊ່ວຍເຫຼືອ, ປະຕິບັດວຽກງານຄັດເລືອກນັກຮຽນໃຫ້ມີປະສິດທິຜົນຢ່າງສູງສຸດ./.

ເຈົ້າຂອງກະທູ້: Nguyen Huong