ສົນທະນາສະເຫຼີມສະຫຼອງວັນຊາດແຫ່ງ ສປປ ລາວຄົບຮອບ 43 ປີ (02 ທັນວາ 1975 - 02 ທັນວາ 2018)

ສົນທະນາສະເຫຼີມສະຫຼອງວັນຊາດແຫ່ງ ສປປ ລາວຄົບຮອບ 43 ປີ (02 ທັນວາ 1975 - 02 ທັນວາ 2018)
ຕອນແລງວັນທີ 30 ພະຈິກ 2018, ໂຮງຮຽນກົດໝາຍຊັ້ນກາງດົ່ງເຮິຍໄດ້ຈັດຕັ້ງສົນທະນາສະເຫຼີມສະຫຼອງວັນຊາດແຫ່ງ ສປປ ລາວ ຄົບຮອບ 43 ປີ (02 ທັນວາ 1975 - 02 ທັນວາ 2018) ຢ່າງສະຫງ່າ ຜ່າເຜີຍ. ເຂົ້າຮ່ວມພິທີມີຕ່າງໜ້າການນຳຂອງບັນດາຫ້ອງ, ຄະນະ, ບັນດາຄູອາຈານ ພ້ອມກັບ ນັກຮຽນ ລາວ250ກວ່າຄົນທີ່ກຳລັງຮຽນຢູ່ໂຮງຮຽນກົດ ໝາຍຊັ້ນກາງດົ່ງເຮິຍ; ທາງສູນ ຝຶກອົບຮົມວິຊາຊີບ ດົ່ງເຮິຍມີອາຈານ ຫງວຽນ ຕ໋ຽນ ກວາງ - ຮອງຫົວໜ້າກໍມາເຂົ້າຮ່ວມໃນງານຄັ້ງນີ້.

ທີ່ງານສົນທະນາ, ຕ່າງໜ້າຄະນະນັກຮຽນລາວໄດ້ອ່ານບົດປາໄສເພື່ອທົບທວນປະຫວັດຄວາມສະຫງ່າອົງອາ, ມູນເຊື້ອປະຕິວັດຂອງປະເທດຊາດ; ພ້ອມດຽວກັນສະແດງຄວາມ ຂອບໃຈການເອົາໃຈໃສ່, ການຊ່ວຍເຫຼືອ, ການໃຫ້ກຳລັງໃຈຂອງບັນດາອາຈານ, ພິເສດແມ່ນ ການເອົາໃຈໃສ່ຂອງຄະນະອຳນວຍການໂຮງຮຽນໄດ້ອຳນວຍຄວາມສະດວກໃຫ້ແກ່ ບັນດານັກຮຽນລາວທີ່ຮໍ່າຮຽນຢູ່ໂຮງຮຽນ.

ຝາກຄຳອວຍພອນເຖິງປະຊາຊົນບັນດາເຜົ່າລາວເວົ້າລວມ ແລະ ເວົ້າສະເພະແມ່ນບັນດາ ນັກຮຽນລາວທີ່ກຳລັງຮຽນຢູ່ໂຮງຮຽນ, ອາຈານ ຫງວຽນຮ່ວາງເລແຄງ - ຜູ້ຮັບຜິດຊອບຄະ ນະການສຶກສາການເມືອງ, ກິລາແລະວັດທະນະທຳ, ປະທານສະໂມສອນມິດຕະພາບ ຫວຽດ - ລາວ ໄດ້ຢັ້ງຢືນ: "ສາຍພົວພັນມິດຕະພາບ,ມູນເຊື້ອ,ສະມັກຄີພິເສດແລະການ ຮ່ວມມືຮອບດ້ານ ຫວຽດນາມ - ລາວໄດ້ກາຍເປັນສາຍພົວພັນແບບຢ່າງ, ບໍລິສຸດທີ່ຫາ ຍາກໃນການພົວພັນ ສາກົນ, ກາຍເປັນຊັບສົມບັດລວມລໍ້າຄ່າຂອງສອງຊາດ. ການຝຶກອົບຮົມຊັບພະຍາກອນມະນຸດໃຫ້ປະເທດລາວແມ່ນໜຶ່ງໃນບັນດາປັດໃຈສຳຄັນພິ ເສດໃນ ເນື້ອໃນການຮ່ວມມືຮອບດ້ານລະຫວ່າງສອງປະເທດ, ຊ່ວຍປະເທດລາວມີຊັບພະ ຍາກອນມະນຸດທີ່ມີຄຸນນະພາບ, ເໝະສົມກັບຮຽກຮ້ອງໃໝ່ຂອງພາລະກິດສ້າງສາ ແລະ ພັດທະນາປະເທດ.
ອາຈານ ຫງວຽນ ຮ່ວາງ ເລ ແຄງ ຫວັງວ່າບັນດານັກຮຽນພະຍາຍາມ ຮໍ່າຮຽນໃຫ້ເກັ່ງ, ຝຶກຝົນຫຼໍຫຼອມດີເພື່ອສ້າງປະເທດຊາດລາວນັບ ມື້ນັບຮັ່ງມີເຂັ້ມແຂງ, ປະ
ກອບສ່ວນ ເສີມສ້າງໃຫ້ຄວາມມິດຕະພາບຫວຽດ-ລາວໃຫ້ແໜ້ນແຟ້ນທີ່ງານສົນທະນານີ້. ອາຈານ ຫງວຽນ ຕ໋ຽນ ກວາງ - ຮອງຫົວໜ້າສູນຝຶກອົບຮົມວິຊາຊີບດົ່ງເຮິຍໄດ້ມອບດອກ ໄມ້ ແລະ ຟາກຄຳອວຍພອນເຖິງບັນດານັກຮຽນລາວທັງໝົດທີ່ກຳລັງສຶກສາຮໍ່າຮຽນຢູ່ໂຮງ ຮຽນ.


ບາງຮູບພາບຢູ່ທີ່ພິທີສະເຫຼີມສະຫຼອງ

https://lh5.googleusercontent.com/Gbr2YP9D_3svponnmK9G5eZx9qd4FEFda3AWB8qGTZfbHisnLws20XPVGg8gu5LOpD7Gv82WrlbOifByxs9SAbvj9V6bRjsjvM3sV-33jZJYgDhP4Da8Owxfc5nQIEINtHLqxBsLjKVTr-n24A

ການສະແດງສິລະປະຂອງນັກຮຽນຫ້ອງ LK2C

https://lh3.googleusercontent.com/7SYT8T4S7cm1IKYHw_mSBSBmSY1KrMsx3yGwG0VfrHwlNnMFtGOs988IVsShoRojNTk-SeZ2LxwEDcdo0cTuXizDyNd-GUWV1ICs0DLVMOXMboo1ZSkUhEV2-1Cm140R8KkxxI6HmEEZ3H8M2w

ການສະແດງສິລະປະຂອງນັກຮຽນຫ້ອງ LK2D

https://lh5.googleusercontent.com/vz-gElMYEzE6IKZ1BhK8vBcWos3SREt8VOJ6WJljPR-rJqRmNpoGcGtF6km_dzHZAcglfsWCoroy-HzEyOy58lM2rCsfNCr-rwUf5xkmTGwtv3_viQdCyGJ8hNwP3zwrydpj1LXgZ8RylADN6g
ການສະແດງສິລະປະຂອງນັກຮຽນຫ້ອງ LK2F

https://lh6.googleusercontent.com/9si4LcDs4KxSdX7nQM9lOhOlTOgzxnUDLIXhsrDnZ7fYZrZ23YDhYe-XmP6DpCOryQQEEzZXiB-_5afOV-F_StLNVkIbDAetP4zh1yRYRyhipl5cyoq6H6YO1Z8xYFop8yBJf05JU4MCnEXWOw

ຕ່າງໜ້າຄະນະນັກຮຽນລາວທົບທວນມູນເຊື້ອປະຫວັດວັນສະຖາປະນາແຫ່ງ ສປປ ລາວ

https://lh5.googleusercontent.com/CVxNp-UVZ7DOk0zn9v92fQ17prVWGKnN6ZBmx26gjTW0qG7sJXifggx_umpmydPgcWOfCkv-vHnFbl35vlQjFsJr2GJL8-VaAoMUsqo1ZNuIZ2D-MoSWcK_O9qYGjlAzC-0JXQWivoAyRBNcKw

ຕ່າງໜ້າການນຳຂອງໂຮງຮຽນມອບຊໍ່ດອກໄມ້

ແລະ ຂອງຂວັນໃຫ້ແກ່ຕ່າງໜ້ານັກຮຽນລາວ

 

ເຈົ້າຂອງກະທູ້: Doan Huyen