ເປີດການແຂ່ງຂັນກິລາເຕາະບານຂອງນັກຮຽນສະເຫຼີມສະຫຼອງ 69 ປີວັນນັກຮຽນ, ນັກສຶກສາຫວຽດນາມ (09/01/1950 - 09/01/2019)

ເປີດການແຂ່ງຂັນກິລາເຕາະບານຂອງນັກຮຽນສະເຫຼີມສະຫຼອງ 69 ປີວັນນັກຮຽນ, ນັກສຶກສາຫວຽດນາມ (09/01/1950 - 09/01/2019)
ໃນໂອກາດສະເຫຼີມສະຫຼອງວັນຄົບຮອບ 69 ປີວັນນັກຮຽນ, ນັກສຶກສາຫວຽດນາມ, ຕອນແລງວັນທີ 21/12/2018, ຄະນະຊາວໜຸ່ມໂຮງຮຽນກົດໝາຍຊັ້ນກາງດົ່ງເຮີຍຈັດຕັ້ງເປີດການແຂ່ງຂັນກິລາເຕາະບານຂອງນັກຮຽນ, ພ້ອມກັນນັ້ນ, ນີ້ແມ່ນເດີ່ນກິລາໃຫ້ແກ່ນັກຮຽນເພື່ອເຝິກຊ້ອມກິລາຢ່າງປອດໃສ ແລະ ເພີ່ມຄວາມສາມັກຄີ, ມີດຕະພາບລະຫວ່າງນັກຮຽນສອງປະເທດຫວຽດ - ລາວ.
ເຂົ້າຮ່ວມພິທີເປີດການແຂ່ງຂັນກິລາເຕາະບານມີທ່ານ ປ.ທ ຫງວຽນ ເລືອງ ບັ່ງ, ຫົວໜ້າຄະນະກໍ່ສ້າງວິຊສະເພາະ, ຜູ້ຕ່າງໜ້າຂອງຄະນະບໍລິຫານງານໜ່ວຍພັກ, ຄະນະອຳນວຍການໂຮງຮຽນ, ທ່ານ ຫງວຽນ ແທງ ເຕີນ ເລຂາຄະນະຊາວໜຸ່ມໂຮງຮຽນ, ຄູປະຈຳຮ້ອງບັນດາຫ້ອງຮຽນ,ບັນດາກອງເຊຍ ແລະ ພິເສດແມ່ນນັກກິລາ 15 ທີມເຂົ້າຮ່ວມ.

C:\Users\HuongNguyen\Desktop\ngayhocsinhsinhvien-1.jpg
 

ຕ່າງໜ້າຄະນະຈັດຕັ້ງ, ທ່ານ ຫງວຽນ ແທງ ເຕີນ ກ່າວຄຳປາໂສເປີດການແຂ່ງຂັນ, ຍິນດີຕ້ອນຮັບທຸກທ່ານເຂົ້າຮ່ວມໃນການແຂ່ງຂັນຂອງບັນດາຫ້ອງຮຽນ, ປຸກລະດົມສົ່ງເສີມຈິດໃຈແຂ່ງຂັນສຸດໃຈຂອງ ນັກກິລາ, ພ້ອມກັນນັ້ນສະເໝີບັນດານັກກິລາເຂົ້າຮ່ວມໃນການແຂ່ງຂັນຕ້ອງສົ່ງເສີມຈິດໃຈຄວາມສາມັກຄີແຂ່ງຂັນຢ່າງເປັນລະບຽບ,ສະແດງຈິດໃຈກິລາສູງສົ່ງ, ສ້າງຄວາມງາມດ້ານວັດທະນະທຳໃນການຫຼີ້ນກິລາ, ຈາກນັ້ນອຸທິດໃຫ້ແກ່ ຜູ້ຊົມບານການຫຼີ້ນບານ ແລະ ຍິງເຂົ້າປະຕູທີ່ສວຍງາມ.



C:\Users\HuongNguyen\Desktop\ngayhocsinhsinhvien-2.jpg
ສະຫາຍ ຫງວຽນ ແທງ ເຕີນ, ເລຂາຄະນະຊາວໜຸ່ມ

 

ຕ່າງໜ້າໃຫ້ບັນດານັກກິລາເຂົ້າຮ່ວມການແຂ່ງຂັນ, ນັກຮຽນຫັດສະດີຫ້ອງຮຽນ LK2F ໄດ້ສັນຍາວ່າຈະເຂົ້າຮ່ວມແຂ່ງຂັນທີ່ຕັ້ງໜ້າ, ບຸກບືນ, ສຸດໃຈເພື່ອບັນລຸຜົນສຳເລັດສູງທີ່ສຸດດ້ວຍຄວາມສາມັກຄີ, ຢ່າງເປັນລະອຽດ ແລະ ສູງສົ່ງ. ນີ້ແມ່ນການເຄື່ອນໄຫວແທດເໝາະກັບສະພາບຕົວຈິງສະເຫຼີມສະຫຼອງ 69 ປີວັນນັກຮຽນ, ນັກສຶກສາ ແລະ ສະມາຄົມນັກສຶກສາຫວຽດນາມ. ຜ່ານການແຂ່ງຂັນເທື່ອນີ້, ຖືວ່າບັນດາທີມ, ບັນດານັກກິລາຈະຮັດແໜ້ນຄວາສາມັກຄີ, ຍົກສິງຈິດໃຈເພື່ອນຮ່ວມທີມເພື່ອການແຂ່ງຂັນກິລາມີຄຸນນະພາບ, ເພີ່ມຄວາມເປັນມິດສະໜິດສະໜົມ, ສາມັກຄີລະຫວ່າງນັກຮຽນໃນໂຮງຮຽນ.

 

ເຈົ້າຂອງກະທູ້: Nguyen Huong