ກໍາມະບານໂຮງຮຽນກົດໝາຍຊັ້ນກາງດົງເຫີຍໄດ້ຈັດສົນທະນາເພື່ອສະເຫຼີມສະຫຼອງວັນແມ່ຍິງສາກົນ 8/3

ກໍາມະບານໂຮງຮຽນກົດໝາຍຊັ້ນກາງດົງເຫີຍໄດ້ຈັດສົນທະນາເພື່ອສະເຫຼີມສະຫຼອງວັນແມ່ຍິງສາກົນ 8/3
ຕອບສະໜອງຕໍ່ວັນຄົບຮອບ 109 ປີ ຂອງວັນແມ່ຍິງສາກົນ (08/3/1910 - 08/3/2019), ໃນຕອນບ່າຍວັນທີ 07/3/2019 ກໍາມະບານໂຮງຮຽນກົດໝາຍຊັ້ນກາງດົງເຫີຍໄດ້ຈັດສົນທະນາເພື່ອສະເຫຼີມສະຫຼອງວັນແມ່ຍິງສາກົນ 8/3.
ການສົນທະນາໄດ້ຈັດຂຶ້ນໃນບັນຍາກາດທີ່ມ່ວນຊື່ນ ແລະ ອົບອຸ່ນເມື່ອມີການເຂົ້າຮ່ວມຢ່າງເຕັມທີ່ຂອງສະມາຊິກກໍາມະບານໂຮງຮຽນ.

C:\Users\Truong Xuan\Desktop\img_0555.jpg

ຕາງໜ້າໃຫ້ຄະນະເພື່ອຄວາມກ້າວໜ້າຂອງແມ່ຍິງໂຮງຮຽນ, ສະຫາຍ ເລ ຢາງ - ຮອງຫົວໜ້າຄະນະປະຈໍາໄດ້ທົບທວນມູນເຊື້ອຂອງວັນແມ່ຍິງ 8/3, ເນັ້ນໜັກເຖິງບົດບາດ ແລະ ການປະກອບສ່ວນທີ່ສໍາຄັນຂອງແມ່ຍິງໃນຍຸກປັດຈຸບັນນີ້, ມັນເປັນແບບຢ່າງທີ່ດີໃນຂະບວນການແຂ່ງຂັນ “ແມ່ຍິງຮໍ່າຮຽນ ແລະ ເຮັດວຽກຢ້າງຕັ້ງໜ້າ”.

ທີ່ງານນີ້, ສະມາຊິກກໍາມະບານແມ່ຍິງໂຮງຮຽນທັງໝົດໄດ້ຕ້ອນຮັບຄວາມຮູ້ສຶກທາງໃຈ ແລະ ຄໍາອວຍພອນຈາກການນໍາໂຮງຮຽນ ແລະ ສະມາຊິກກໍາມະບານຜູ້ຊາຍເນື່ອງໃນໂອກາດວັນແມ່ຍິງສາກົນ 8/3.

C:\Users\Truong Xuan\Desktop\img_0615.jpg

ເພື່ອຕອບສະໜອງຄວາມຮູ້ສຶກທາງໃຈເຫຼົ່ານີ້, ທ່ານນາງ ກວິ່ງ ຈາງ - ຮອງປະທານຄະນະບໍລິຫານງານກໍາມະບານ, ຕາງໜ້າໃຫ້ສະມາຊິກກໍາມະບານແມ່ຍິງໂຮງຮຽນທັງໝົດໄດ້ສະແດງຄວາມຂອບອົກຂອບໃຈຢ່າງເລິກເຊິ່ງ ແລະສັນຍາວ່າຈະສືບຕໍ່ພະຍາຍາມສໍາເລັດໄປດ້ວຍດີບັນດາວຽກງານທີ່ໄດ້ມອຍໝາຍ, ພ້ອມກັນນັ້ນຍົກສູງນໍ້າໃຈຂອງຄວາມສາມັກຄີ, ຄວາມຮັກແພງກັນ ແລະ ຄວາມຊ່ວຍເຫຼີອເຊິ່ງກັນແລະກັນຂອງແມ່ຍິງໃນການງານ ແລະ ຊີວິດ.

 

ເຈົ້າຂອງກະທູ້: Ngoc Cam