ການແຂ່ງຂັນສິລະປະສະຫຼອງວັນສ້າງຕັ້ງຄະນະຊາວໜຸ່ມກອມມູນິດໂຮ່ຈິມິງ ຄົບຮອບ 88 ປີ (26/3/1931 - 26/3/2019)

ການແຂ່ງຂັນສິລະປະສະຫຼອງວັນສ້າງຕັ້ງຄະນະຊາວໜຸ່ມກອມມູນິດໂຮ່ຈິມິງ ຄົບຮອບ 88 ປີ (26/3/1931 - 26/3/2019)
ການຈັດຕັ້ງປະຕິບັດແຜນການກິດຈະກໍາໃນເດືອນຊາວໜຸ່ມຂອງຄະນະບໍລິຫານງານຄະນະຊາວໜຸ່ມໂຮງຮຽນກົດໝາຍຊັ້ນກາງດົ່ງເຫີຍ, ເພື່ອສ້າງບັນຍາກາດການແຂ່ງຂັນທີ່ເບີກບານ, ສະເຫຼີມສະຫຼອງວັນສ້າງຕັ້ງຄະນະຊາວໜຸ່ມກອມມູນິດໂຮ່ຈິມິງ ຄົບຮອບ 88 ປີ (26/3/1931 - 26/3/2019), ໃນຕອນຄໍ່າຂອງວັນທີ 26/3/2019, ຄະນະບໍລິຫານງານໂຮງຮຽນໄດ້ຈັດງານແຂ່ງຂັນສິລະປະໃນບັນຍາກາດທີ່ເບີກບານ ແລະ ມ່ວນຊື່ນ.

ເຂົ້າຮ່ວມງານແຂ່ງຂັນຄັ້ງນີ້ໄດ້ມີທ່ານ ຫວໍ໊ ຄັກ ຮວານ - ຮັກສາການ ອໍານວນວຍການໂຮງຮຽນ, ອາຈານ ຫງວຽນ ຕຽນ ກວາງ - ຮອງອໍານວຍການສູນຝຶກອົບຮົມວິຊາຊີບດົງເຫີຍພ້ອມດ້ວຍ ຄູ-ອາຈານທັງໝົດ.

ລາຍການການແຂ່ງຂັນສິລະປະປະກອບດ້ວຍ 16 ລາຍການຈາກ 16 ຫ້ອງຮຽນ. ບັນດາລາຍການທີ່ເຂົ້າຮ່ວມໃນງານດັ່ງກ່າວມີເນື້ອໃນຂອງການຍ້ອງຍໍຄວາມຮັກຂອງບ້ານເກີດເມືອງນອນ, ປະຊາຊົນ, ການຍົກຍ້ອງພໍ່ລຸງທີ່ຮັກແພງ, ການຍ້ອງຍໍພັກອມມູນິດຫວຽດນາມ,...ບັນດາລາຍການທີ່ເຂົ້າຮ່ວມໃນການແຂ່ງຂັນແມ່ນສະໝັກຫຼິ້ນແຕ່ປະໄວ້ປະທັບໃຈທີ່ຫນ້າສົນໃຈກັບຜູ້ຊົມ, ນອກຈາກນັ້ນແຕ່ລະລາຍການກໍ່ຍັງຖືກເຊື່ອງໄວ້ເຊິ່ງໃນນັ້ນທັງຄວາມຮັກ, ຄວາມນັບຖື ແລະ ຄວາມພາກພູມໃຈຂອງແຕ່ລະນັກຮຽນສໍາລັບບ້ານເກີດເມືອງນອນ, ປະເທດ,ປະຊາຊົນຫວຽດນາມ ແລະ ປະເທດລາວທີ່ສວຍງາມ.

ໃນຕອນທ້າຍຂອງການແຂ່ງຂັນ, ຄະນະຈັດຕັ້ງໄດ້ມອບລາງວັນລະດັບທີໜຶ່ງ 01 ລາງວັນ, 02 ລາງວັນລະດັບທີສອງ, 03 ລາງວັນລະດັບທີສາມ ແລະ 04 ລາງວັນລະດັບຊົມເຊີຍ. ໃນນັ້ນ, ລາງວັນລະດັບທີໜຶ່ງແມ່ນຂອງ ຫ້ອງ ຮຽນ LK2B.

ບາງຮູບພາບຂອງການແຂ່ງຂັນ:

http://trungcapluatdonghoi.edu.vn/uploads/news/2019_03/1_3.jpg

http://trungcapluatdonghoi.edu.vn/uploads/news/2019_03/2_2.jpg

http://trungcapluatdonghoi.edu.vn/uploads/news/2019_03/3_3.jpg

http://trungcapluatdonghoi.edu.vn/uploads/news/2019_03/4_2.jpg

 

ເຈົ້າຂອງກະທູ້: Ngoc Cam