ຫ້ອງການສຶກສາ ແລະ ວຽກງານນັກຮຽນປະຕິບັດການອະນາໄມທົ່ວຫໍພັກເພື່ອ ເພີ່ມທະວີວຽກງານປ້ອງກັນ, ຕ້ານພະຍາດລະບາດ COVID-19
- ສີ່ - 22/04/2020 14:51
- |ພິມອອກ
- |Đóng cửa sổ này

ປະຕິບັດຕາມບັນດາແຈ້ງການ, ຊີ້ນຳຂອງຄະນະອຳນວຍການໂຮງຮຽນກົດໝາຍຊັ້ນກາງ ດົ່ງ ເຮີຍ ກ່ຽວກັບການປະຕິບັດ ບັນດາມາດຕະການໃນການປ້ອງກັນ, ຕ້ານພະຍາດ Covid-19.ຫ້ອງການສຶກສາ ແລະ ວຽກງານນັກຮຽນໄດ້ເປັນເຈົ້າການຊີ້ນຳຄະນະຄຸ້ມຄອງຫໍພັກນັ້ສຶກສາປະຕິບັດວຽກງານອະນາໄມທົ່ວ ຫໍພັກ ດ້ວຍຫຼາຍຮູບແບບເຊັ່ນ: ເຮັດອະນາໄມທົ່ວໄປຂອບເຂດ, ເຊັດຖູຫ້ອງນອນ, ລະບຽງ, ຂັ້ນໄດ... ເພື່ອເພີ່ມທະວີການປ້ອງກັນ, ຕ້ານ ແລະ ຈຳກັດຜົນກະທົບຂອງພະຍາດ.




ນອກຈາກການຈັດຕັ້ງປະຕິບັດວຽກງານອະນາໄມຢູ່ຫໍພັກ, ຫ້ອງການສຶກສາ ແລະ ວຽກງານນັກຮຽນ ຍັງໄດ້ປະຕິບັດຫຼາຍມາດຕະການປ້ອງກັນອື່ນໆເຊັ່ນ:ໂຄສະນາເຜີຍແຜ່ກ່ຽວກັບການອະນາໄມ, ການຕ້ານ ແລະ ສະກັດກັ້ນພະຍາດໃຫ້ແກ່ພະນັກງານ, ຄູອາຈານ ແລະນັກຮຽນທຸກຄົນໃນທົ່ວໂຮງຮຽນ; ດຳເນີນການສີດພົ່ນຢາຂ້າເຊື້ອໂລກ; ເຮັດອະນາໄມທົ່ວໄປໂຮງຮຽນ, ຈຳກັດການເຕົ້າໂຮມທີ່ຫຼາຍຄົນ ແລະການສຳຜັດກັບຄົນແປກໜ້າ, ຈຳກັດການເຄື່ອນຍ້າຍ, ການໄປມາຂອງນັກຮຽນຢູ່ໂຮງຮຽນ, ຮັບປະກັນມາດຕະການປ້ອງກັນພະຍາດໄຫຄົບຖວ້ນພຽງພໍຕາມການຊີ້ນຳ ຂອງກະຊວງສາທາລະນະສຸກ...

ຜ່ານການເປັນເຈົ້າການຈັດຕັ້ງປະຕິບັດບັນດາກິດຈະກຳໃນການປ້ອງກັນ, ຕ້ານພະຍາດຢ່າງຮອບດ້ານ, ພ້ອມດ້ວຍສະຕິເຄົາລົບຢ່າງເຄັ່ງຄັດຂອງພະນັກງານ, ຄູອາຈານແລະນັກຮຽນທຸກຄົນທົ່ວໂຮງຮຽນ, ວຽກງານປ້ອງກັນ, ຕ້ານພະຍາດCovid-19 ທີ່ຢູ່ໂຮງຮຽນກົດໝາຍຊັ້ນກາງ ດົ່ງ ເຮີຍບັນລຸໄດ້ໝາກ ຜົນດີ, ປະກອບສ່ວນສ້າງສະພາບແວດລ້ອມທີ່ປອດໄພທີ່ສຸດໃຫ້ແກ່ພະນັກງານ, ຄູອາຈານ ແລະ ນັກຮຽນຮູ້ສຶກໄວ້ວາງໃຈປະຕິບັດການສິດສອນແລະການຮໍ່າຮຽນ.