ປະກາດນະຄອນປາກເຊ ແຂວງຈຳປາສັກ ເປັນທາງການ

ປະກາດນະຄອນປາກເຊ ແຂວງຈຳປາສັກ ເປັນທາງການ
ພິ­ທີ​ປະ­ກາດ​ນະ­ຄອນ​ປາກ​ເຊ ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 31 ພຶດ­ສະ­ພາ 2018 ທີ່​ສະ­ໜາມ​ກີ­ລາ ແຂວງ​ຈຳ­ປາ​ສັກ ໂດຍ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ ທອງ​ລຸນ ສີ​ສຸ​ລິດ ນາ­ຍົກ­ລັດ­ຖະ­ມົນ­ຕີ ມີ​ທ່ານ ບຸນ​ຖອງ ດີ​ວິ​ໄຊ ເລ­ຂາ​ຄະ­ນະ​ບໍ­ລິ­ຫານ​ງານ​ພັກ ເຈົ້າ­ແຂວງ​ຈຳ­ປາ​ສັກ ມີ​ບັນ­ດາ​ລັດ­ຖະ­ມົນ­ຕີ ຮອງ​ລັດ­ຖະ­ມົນ­ຕີ ບັນ­ດາ​ເຈົ້າ­ແຂວງ​ອ້ອມ​ຂ້າງ ພ້ອມ​ດ້ວຍ​ອຳ­ນາດ​ການ​ປົກ­ຄອງ ແຂວງ ເມືອງ ແລະ ມວນ​ຊົນ​ເຂົ້າ​ຮ່ວມ​ເປັນ​ຈຳ­ນວນ 4.400 ຄົນ.

Công bố Pakse ở tỉnh Champasak là chính thứcທ່ານ ສົມ​ສະ​ນິດ ບຸດ​ຕິ​ວົງ ຮອງ​ເຈົ້າ­ແຂວງ ຂຶ້ນ​ຜ່ານ​ປະ­ຫວັດ​ຂອງ​ເມືອງ​ປາກ​ເຊ ແລະ ການ​ກະ­ກຽມ​ການ​ສ້າງ­ຕັ້ງ​ນະ­ຄອນ​ປາກ​ເຊ ​ເຊິ່ງ​ທ່ານ​ໄດ້​ກ່າວ​ວ່າ: ປາກ​ເຊ​ເປັນ​ເມືອງ​ເທ­ສະ​ບານ​ໄດ້​ຮັບ​ການ​ສ້າງ­ຕັ້ງ​ຂຶ້ນ​ມາ​ແຕ່​ປີ 1904 ຈົນ​ເຖິງ​ປັດ­ຈຸ­ບັນ ເມືອງ​ປາກ​ເຊ ເປັນ​ເມືອງ​ເທ­ສະ​ບານ​ຂອງ​ແຂວງ​ຈຳ­ປາ​ສັກ ເປັນ​ບ່ອນ​ຕັ້ງ​ສຳ­ນັກ­ງານ ອົງ­ການ​ຂອງ​ແຂວງ ເປັນ​ສູນ​ກາງ​ທາງ​ດ້ານ​ເສດ­ຖະ­ກິດ ວັດ­ທະ­ນະ­ທຳ-ສັງ­ຄົມ ເປັນ​ເມືອງ​ບໍ­ລິ­ການ-ການ​ຄ້າ ການ­ທ່ອງ­ທ່ຽວ ເປັນ​ເມືອງ​ທາງ​ຜ່ານ​ໄປ​ສູ່​ບັນ­ດາ​ແຂວງ​ພາກ​ກາງ-ໃຕ້ ແລະ ປະ­ເທດ​ໃກ້​ຄຽງ​ໃນ​ອະ­ນຸ​ພາກ​ພື້ນ ມີ​ເນື້ອ­ທີ່​ທັງ​ໜົດ 12 ພັນ​ກວ່າ​ເຮັກ­ຕາ ມີ 42 ບ້ານ ປະ­ກອບ​ມີ 5 ກຸ່ມ​ກວມ​ເອົາ 26 ບ້ານ ມີ 6 ບ້ານ​ໃຫຍ່ ແລະ 10 ບ້ານ​ເທ­ສະ​ບານ ມີ 13 ພັນ​ກວ່າ​ຄອບ­ຄົວ ມີ 13 ພັນ​ກວ່າ​ຫຼັງ­ຄາ ມີ​ປະ­ຊາ­ກອນ 81 ພັນ​ກວ່າ​ຄົນ ພົນ­ລະ­ເມືອງ​ສ່ວນ​ໃຫຍ່​ປະ­ກອບ​ອາ­ຊີບ​ດ້ານ​ທຸ­ລະ​ກິດ-ຄ້າ­ຂາຍ ແລະ ການ​ບໍ­ລິ­ການ​ກວມ 60% ພະ­ນັກ­ງານ​ລັດ­ຖະ­ກອນ 28% ແລະ ຊາວ​ກະ­ສິ­ກອນ 12% ຄວາມ​ໜາ​ແໜ້ນ​ຂອງ​ພົນ ລະ​ເມືອງ​ສະ­ເລ່ຍ 652 ຄົນ/ຕໍ່​ກິ​ໂລ​ຕາ​ແມັດ ຄວາມ​ໜາ​ແໜ້ນ​ເຂດ​ຕົວ​ເມືອງ 1.197 ຄົນ/ຕໍ່​ກິ​ໂລ​ຕາ​ແມັດ ເຂດ​ຊານ­ເມືອງ 490 ຄົນ/ຕໍ່​ກິ​ໂລ​ຕາ​ແມັດ ໃນ​ປີ 2017 ການ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ​ມະ­ຫາ​ພາກ ສາ­ມາດ​ບັນ­ລຸ​ໄດ້ 1.346 ກວ່າ​ຕື້​ກີບ ໃນ​ນີ້ ຂົງ­ເຂດ​ກະ­ສິ­ກຳ ແລະ ປ່າ­ໄມ້ ກວມ 10,5% ອຸດ​ສະ­ຫະ​ກຳ ກວມ 36,3% ການ​ບໍ­ລິ­ການ ກວມ 53,2% ລາຍ​ຮັບ​ຂອງ​ພົນ­ລະ­ເມືອງ​ໄດ້ 16 ລ້ານ 5 ແສນ​ກວ່າ​ກີບ ຫຼື 2.065 ໂດ​ລາ​ສະ­ຫະ­ລັດ ໂຄງ​ການ­ຈັດ­ຕັ້ງ​ທົ່ວ​ເມືອງ​ມີ 24 ຫ້ອງ­ການ ແລະ 1 ໜ່ວຍ​ງານ​ຂຶ້ນ​ກັບມີ​ພະ­ນັກ­ງານ​ລັດ­ຖະ­ກອນ​ທັງ​ໝົດ 963 ຄົນ ໄດ້​ປະ­ກາດ​ເປັນ​ບ້ານ​ພັດ­ທະ­ນາ​ແລ້ວ​ຈຳ­ນວນ 41 ບ້ານ ກວມ 97,6% ຍັງ​ເຫຼືອ​ໜຶ່ງ​ບ້ານ ມີ​ຄອບ­ຄົວ​ພັດ­ທະ­ນາ 13.341 ຄອບ­ຄົວ ເທົ່າ​ກັບ 99% ມີ​ຫ້ອງ­ການ​ພັດ­ທະ­ນາ 24 ຫ້ອງ­ການ ກວມ 82,75%.

ພາຍ­ຫຼັງ​ໄດ້​ປະ­ກາດ​ສ້າງ­ຕັ້ງ​ເປັນ​ນະ­ຄອນ​ປາກ​ເຊ​ແລ້ວ ຈະ​ໄດ້​ເອົາ­ໃຈ­ໃສ່​ພັດ­ທະ­ນາ​ໄປ​ຕາມ​ວິ­ໄສ​ທັດ ໂດຍ​ສະ­ເພາະ​ແມ່ນ​ການ​ພັດ­ທະ­ນາ​ຊັບ­ພະ­ຍາ­ກອນ​ມະ­ນຸດ ​ໃຫ້​ມີ​ຄວາມ​ຮູ້-ຄວາມ​ສາ­ມາດນຳ​ໃຊ້​ວິ­ທະ­ຍາ­ສາດ​ເຕັກ​ໂນ​ໂລ​ຊີ ​ເຂົ້າ​ໃນ​ການ​ພັດ­ທະ­ນາເປັນ​ສູນ​ກາງ​ການ​ຄ້າ­ຂາຍ-ບໍ­ລິ­ການ ແລະ ທ່ອງ​ທ່ຽວ ມີ​ຄວາມ​ສະ­ອາດ ແລະ ສະ­ພາບ​ແວດ​ລ້ອມ​ທີ່​ດີ ສັງ­ຄົມ​ມີ​ຄວາມ​ເປັນ​ລະ­ບຽບ​ຮຽບ​ຮ້ອຍ ​ໂດຍ​ຈະ​ຕ້ອງ​ສຸມ​ໃສ່​ບາງ​ບັນ­ຫາ ເປັນ­ຕົ້ນ ນະ­ຄອນ​ປາກ​ເຊ​ໃຫ້​ມີ​ທ່າ­ແຮງ​ທາງ​ດ້ານ​ເສດ­ຖະ­ກິດ​ທີ່​ເຂັ້ມ­ແຂງ ໂດຍ​ສະ­ເພາະແມ່ນ​ດ້ານ​ລາຍ​ຮັບ ປັບ­ປຸງ​ທາງ​ດ້ານ​ການ​ປົກ­ຄອງດ້ານ​ເສດ­ຖະ­ກິດ ວັດ­ທະ­ນະ­ທຳ-ສັງ­ຄົມ ພື້ນ­ຖານ​ໂຄງ​ລ່າງ​ໃຫ້​ເຂົ້າ​ສູ່​ລະ­ບົບ​ໃນ​ລະ­ດັບ​ສູງ ເຮັດ​ໃຫ້​ປະ­ຊາ­ຊົນ​ເຂົ້າ​ເຖິງ​ການ​ບໍ­ລິ­ການ​ສາ­ທາ­ລະ­ນະ​ສຸກ​ຂອງ​ພາກ​ລັດ​ໄດ້​ຢ່າງ​ເຕັມ​ສ່ວນ ແລະ ສົມ­ບູນ​ແບບ ໂດຍ​ສະ­ເພາະແມ່ນ​ໄດ້​ຮັບ​ສິ່ງ​ອຳ­ນວຍ​ຄວາມ​ສະ­ດວກ​ໃນ​ການ​ດຳ­ລົງ​ຊີ­ວິດ ສ້າງ​ໃຫ້​ນະ­ຄອນ​ປາກ​ເຊ ກາຍ­ເປັນ​ຕົວ​ເມືອງ​ທີ່​ມີ​ທ່າ­ແຮງ​ຮອບ­ດ້ານ ມີ​ຄວາມ​ສີ­ວິ­ໄລ ກາຍ­ເປັນ​ໃຈ­ກາງ​ທາງ​ດ້ານ​ການ​ບໍ­ລິ­ການ-ຄ້າ­ຂາຍ ເປັນ​ທາງ​ຜ່ານ​ໃນ​ການ​ຕິດ­ຕໍ່​ພົວ­ພັນ​ເສດ­ຖະ­ກິດ-ການ​ຄ້າ ວັດ­ທະ­ນະ­ທຳ-ສັງ­ຄົມ ແລະ ການ­ທ່ອງ­ທ່ຽວ ເຊິ່ງ​ຈະ​ສາ­ມາດ​ດຶງ​ດູດ​ເອົາ​ການ​ລົງ­ທຶນ​ຂອງ​ພາຍ​ໃນ ແລະ ຕ່າງ­ປະ­ເທດ​ໄດ້​ຈຳ­ນວນ​ຫຼາຍ ສ້າງ​ລາຍ​ຮັບ​ໃຫ້​ແກ່​ນະ­ຄອນ​ປາກ​ເຊ ແລະ ດ້ານ​ອື່ນໆ​ອີກ ຈາກ​ນັ້ນ ທ່ານ ຄຳ​ໜັ້ນ ສູນ​ວິ​ເລີດ ລັດ­ຖະ­ມົນ­ຕີ​ກະ­ຊວງ​ພາຍ​ໃນ ​ໄດ້​ຂຶ້ນ​ຜ່ານ​ດຳ­ລັດ​ຂອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ ສະ­ບັບ​ເລກ​ທີ 128/ນຍ ລົງ​ວັນ​ທີ 11 ເມ­ສາ 2018 ວ່າ​ດ້ວຍ​ການ​ສ້າງ­ຕັ້ງ​ນະ­ຄອນ​ປາກ​ເຊ.

ພາຍ­ຫຼັງ​ໄດ້​ຮັບ​ຟັງ​ການ​ລາຍ​ງານ​ແລ້ວ ທ່ານ ທອງ​ລຸນ ສີ​ສຸ​ລິດ ນາ­ຍົກ­ລັດ­ຖະ­ມົນ­ຕີ ກໍ່​ໄດ້​ໃຫ້​ກຽດ​ລັ່ນ­ຄ້ອງ 9 ບາດ ປ່ອຍ​ນົກ​ສັນ­ຕິ­ພາບ 9 ໂຕ ປ່ອຍ​ປຸມ​ເປົ້າ 99 ໜ່ວຍ ຈາກ​ນັ້ນ ກໍ່​ໄດ້​ເປີດ​ປ້າຍ​ສະ­ເຫຼີມ­ສະ­ຫຼອງ​ພິ­ທີ​ປະ­ກາດ​ ສ້າງ­ຕັ້ງ​ນະ­ຄອນ​ປາກ​ເຊ ຢ່າງ​ເປັນ​ທາງ​ການ.

Nguồn tin: www.vientianemai.net