ຄະນະເຮັດວຽກຂອງ ສະຖານທູດຂອງ ສປປ ລາວ ທີ່ ສສ ຫວຽດນາມ ໄດ້ມາຢ້ຽມຢາມ ແລະ ຮ່ວມເຮັດວຽກ ໂຮງຮຽນ ກົດຫມາຍຊັ້ນກາງດົ່ງເຮີ໋ຍ
- ຄັ້ງທີສອງ - 14/11/2016 03:14
- |ພິມອອກ
- |Đóng cửa sổ này


ຄະນະເຮັດວຽກໄດ້ລົງຊອກຮູ້ຕົວຈິງກ່ຽວກັບພື້ນຖານທາງດ້ານວັດຖຸ, ວັດສະດຸອຸປະກອນ, ເອກະສານ ແລະ ບັນດາຊັບພະຍາກອນທີ່ມີຂອງໂຮງຮຽນເພື່ອບໍລິການໄຫ້ແກ່ການເຮັດວຽກສຶກສາ, ຮ່ຳຮຽນ, ການຢູ່ອາໄສຂອງນ້ອງນັກຮຽນລາວ; ພົບປະ, ເວົ້າຈາກັບນັກຮຽນລາວເພື່ອກຳແຫນ້ນແນວຄິດ, ຄວາມຮູ້ສຶກຂອງນັກຮຽນໃນເວລາມາຮຽນຢູ່ທີ່ ໂຮງຮຽນ. ຄະນະໄດ້ຕິລາຄາສູງການກໍ່ສ້າງ, ພື້ນຖານທາງດ້ານວັດຖຸ, ວັດສະດຸອຸປະກອນ, ທີ່ທັນສະໄຫມຂອງໂຮງຮຽນ; ໂອ້ລົມແລກປ່ຽນກັບນ້ອງນັກຮຽນລາວ, ໄດ້ຮັບການລາຍງານຈາກນັກຮຽນກ່ຽວກັບເງື່ອນໄຂການຮ່ຳຮຽນ, ການຢູ່ອາໄສທີ່ດີ ແລະ ຍາມໃດກໍ່ໄດ້ຮັບຄວາມເອົາໃຈໃສ່ຈາກໂຮງຮຽນ . ຕໍ່ຈາກນັ້ນ, ຄະນະໄດ້ພ້ອມກັບການນຳໂຮງຮຽນ, ບັນດາອາຈານ, ໄດ້ມີການພົບຫນ້າພໍ້ຕາ, ສົນທະນາກັບນ້ອງນັກຮຽນ. ສະຫາຍ ທ່ານ ນາງ ທອງມີດວນສັກດາ ຮ້ຽກຮ້ອງມາຍັງນ້ອງນັກຮຽນຕ້ອງຕັ້ງໃຈຮ່ຳຮຽນ, ຝຶກຝົນຫລໍ່ຫລອມ, ປະຕິບັດດີຂໍ້ກົດຫມາຍຂອງປະເທດເຈົ້າພາບ,ຂໍ້ກົດນົດພາຍໃນ, ກົດລະບຽບຂອງໂຮງຮຽນ; ເຂົ້າຮ່ວມບັນດາການເຄື່ອນໄຫວນອກຂະແຫນງການ, ບັນດາວັນບຸນສຳຄັນຂອງສອງປະເທດ, ສາມັກຄີກັບຫມູ່ເພື່ອ ຫວຽດນາມ, ຜັນຂະຫຍາຍ ແລະ ຮັກສາ ສາຍສຳພັນ ລາວ - ຫວຽດນາມ ອ້າຍນ້ອງ. ຫລັງຈາກສອງຊົ່ວໂມງທີ່ເຮັດວຽກ ກັບ ນ້ອງນັກຮຽນ, ຮັບຝັງຄວາມຄວາມຄິດເຫັນ, ຄວາມມຸ້ງຫວັງ ແລະ ຄວາມຕ້ອງການ ຂອງນ້ອງນັກຮຽນທີ່ກ່ຽວຂ້ອງກັບ ການສຶກສາ, ບຳລຸງພາສາຫວຽດນາມ, ທຶນການສຶກສາ, ຂັ້ນຕອນການເຂົ້າຮຽນ ແລະ ບັນດາບັນຫາທີ່ກ່ຽວຂ້ອງກັບການເຮັດວຽກຫລັງຈາກຮຽນຈົບ, ຄະນະເຮັດວຽກ ແລະ ຄະນະອຳນວຍການ ໄດ້ ຕອບຄຳຖາາມ, ແກ້ໄຂບັນຫາຢ່າງລະອຽດ ແລະ ຈະແຈ້ງ, ແກ້ໄຂຄວາມຫຍຸ້ງຍາກຂອງນ້ອງນັກຮຽນ, ຊ່ວຍໃຫ້ນັກນ້ອງນັກຮຽນວາງໃຈໃນການຮ່ຳຮຽນ.

ເຮັດວຽກກັບຄະນະອຳນວຍການໂຮງຮຽນ, ສະຫາຍ ທ່ານນາງທອງມີດວນສັກດາ ໄດ້ຂອບໃຈ ການຕ້ອນຮັບ ຢ່າງເຕ້ມມີດຈິດມີດໃຈຂອງໂຮງຮຽນ, ແລະຕີລາຄາສູງຄວາມດຸດັນຂອງ ການນຳ, ບັນດາຄູອາຈານໃນວຽກງານຮັບເອົາ, ອົບຮົມ, ການຊ່ວຍເຫລືອດ້ານທຶນການສຶກສາ ແລະ ເງື່ອນໄຂາງດານວັດຖຸ, ຈິດໃຈໃຫ້ແກ່ນັກຮຽນລາວ; ພ້ອມກັນນັ້ນສະແດງຄວາມໄວ້ວາງໃຈທີ່ນ້ອງນັກຮຽນໄດ້ສຶກສາຮ່ຳຮຽນທີ່ໂຮງຮຽນ ແລະ ມີຄວາມຕ້ອງການຢາກໃຫ້ໂຮງຮຽນຕິດຕໍ່ການໃຫ້ຄວາມສົນໃຈນຳການຮ່ຳຮຽນ, ຝຶກຝົນຫລໍ່ຫລອມຂອງນ້ອງນັກຮຽນ, ຮັບປະກັນຄຸນນະພາບ, ຕອບສະຫນອງຄວາມຕ້ອງການຕົວຈິງຂອງວຽກງານໃນເວລາທີ່ພວກນ້ອງນັກຮຽນກັບຄືນເມືອປະເທດເພື່ອເຮັດວຽກ.

ຕາງໜ້າຫ້ນາໃຫ້ ໂຮງຮຽນ, ດຣ. ເລເວ້ກ໋ວກ , ຜູ້ອຳນວຍການໂຮງຮຽນກົດຫມາຍຊັ້ນກາງດົ່ງເຮີ໋ຍຂໍຂອບໃຈຄະນະເຮັດວຽກທີ່ໄດ້ມາຢ້ຽມຢາມ, ເຄື່ອນໄຫວ ແລະ ແລກປ່ຽນກັບໂຮງຮຽນ ແລະ ນອງນັກຮຽນ, ໂດຍສ່ວນຕົວອາຈານມີຄວາມຕ້ອງການສະຫາຍທ່ານນາງທອງມີດວນສັກດາ ແລະ ສະຖານທູດຂອງ ສປປ ລາວ, ກົງສູນໃຫ່ຍ ສປປ ລາວ ທີ່ນະຄອນດານັງໃຫ້ຄວາມສົນໃຈຢ່າງຕໍ່ເນື່ອງ, ໃຫ້ການຊ່ວຍເຫລືອກ່ຽວກັບບັນດາຂັ້ນຕອນກ່ຽວຂ້ອງກັບວຽກງານຄຸ້ມຄອງ, ອົບຮົມນ້ອງນັກຮຽນ; ເປັນຫົວແຮງຕິດຕໍ່ກັບບັນດາອົງການທີ່ກ່ຽວຂ້ອງຂອງປະເທດ ສປປ ລາວ ເພື່ອຄຸ້ມຄອງ, ແກ້ໄຂບັນດາບັນຫາທີ່ກ່ຽວຂ້ອງກັບລະບອບ, ນະໂຍບາຍ, ວຽກເຮັດງານທຳຂອງນ້ອງນັກຮຽນ ຫລັງຈາກສອບເສັງຈົບ. ພິເສດ, ອາຈານໄດ້ໄຫ້ຄຳຫມັ້ນສັນຍາກ່ຽວກັບຄຸນນະພາບການສຶກສາ, ຊ່ວຍເຫລືອໃນລະດັບສູງໃນເງື່ອນໄຂການໃຫ້ອະນະຍາດຂອງໂຮງຮຽນກັບນ້ອງນັກຮຽນລາວ, ສຳເລັດຫນ້າທີ່ວຽກງານທາງດ້ານການເມຶືອງທີ່ໄດ້ຮັບການມອບຫມາຍຈາກການນຳກະຊວງຍຸຕິທຳ ສສ ຫວຽດນາມ ແລະ ສປປ ລາວ ຄວາມໄວ້ເນື້ອເຊື່ອໃຈຂອງບັນດາອົງການທີ່ກ່ຽວຂ້ອງດ້ານການສຶກສາຂອງ ສອງປະເທດ, ຂອງຜູ້ປົກຄອງນັກຮຽນ ແລະ ບັນດານ້ອງນັກຮຽນ, ປະກອບສ່ວນເພີ່ມທະວີສາຍສຳພັນ, ຄວາມສາມັກຄີຂອງສອງຊາດ ຫວຽດ - ລາວ ອ້າຍນ້ອງ./.