ບໍລິສັດຫຸ້ນສ່ວນ Eurowindowມອບທຶນການສຶກສາໃຫ້ນັກຮຽນທຸກຍາກແຕ່ ຜ່ານຜ່າຄວາມຫຍຸ້ງຍາກ

ບໍລິສັດຫຸ້ນສ່ວນ Eurowindowມອບທຶນການສຶກສາໃຫ້ນັກຮຽນທຸກຍາກແຕ່ ຜ່ານຜ່າຄວາມຫຍຸ້ງຍາກ
ຕອນບ່າຍວັນທີ 15 ກໍລະກົດປີ 2020 ບໍລິສັດຫຸ້ນສ່ວນ Eurowindow ມອບທຶນການສຶກສາ ໃຫ້ນັກຮຽນທຸກຍາກແຕ່ຜ່ານຜ່າຄວາມຫຍຸ້ງຍາກກຳລັງຮຽນຢູ່ໂຮງຮຽນກົດໝາຍຊັ້ນກາງ ດົ່ງ ເຮີຍ.
ເຂົ້າຮ່ວມພິທີ, ມີທ່ານ ຫງວຽນ ແທງ ຈີ່ງ, ຜູ້ຈັດການທຸລະກິດບໍລິສັດຫຸ້ນສ່ວນ Eurowindow; ອາຈານ ຫວໍ ຄັກ ຮວານ, ເລຂາຄະນະພັກ, ຜູ້ອຳນວຍການໂຮງຮຽນພ້ອມດ້ວຍບັນດາພະນັກງານ, ຄູອາຈານ ແລະນັກຮຽນທັງໝົດໃນໂຮງຮຽນ.
ຢູ່ໃນພິທີ, ໃນນາມຕາງໜ້າບໍລິສັດຫຸ້ນສ່ວນ Eurowindow, ທ່ານ ຫງວຽນ ແທງ ຈີ່ງ, ຜູ້​ຈັດ​ການ​ທຸ​ລະ​ກິດບໍລິສັດຫຸ້ນສ່ວນ Eurowindow ໄດ້ມອບທຶນການສຶກສາໃຫ້ນັກຮຽນທຸກຍາກແຕ່ຜ່ານຜ່າ ຄວາມຫຍຸ້ງຍາກມີມູນຄ່າ 50.000.000ດົ່ງ ໃຫ້ແກ່ນັກຮຽນມີສະພາບການທຸກຍາກແຕ່ວ່າຮູ້ວິທີ ການທີ່ດີເລີດໃນການຮຽນຮູ້. ທຶນການສຶກສາດັ່ງກ່າວແມ່ນແຫຼ່ງກຳລັງໃຈຈິດໃຈອັນໃຫຍ່ຫຼວງ, ຊ່ວຍໃຫ້ບັນດານັກຮຽນມີແຮງຈູງໃຈ ເພື່ອບຸກບືນ, ສູ້ຊົນໃນການຮ່ຳຮຽນ.
ກ່າວຄຳປາໄສທີ່ພິທີ, ອາຈານ ຫວໍ ຄັກ ຮວານ, ເລຂາຄະນະພັກ, ຜູ້ອຳນວຍການໂຮງຮຽນ ໄດ້ຕີລາຄາສູງຕໍ່ສາຍພົວພັນ, ການຮ່ວມມືລະຫວ່າງໂຮງຮຽນ  ແລະບໍລິສັດຫຸ້ນສ່ວນ Eurowindow ໃນເວລາທີ່ຜ່ານມາກໍ່ຄືການປະກອບສ່ວນຂອງບໍລິສັດ ເຂົ້າໃນການເຄື່ອນໄຫວຂອງໂຮງຮຽນ. ພ້ອມດຽວກັນນີ້, ອາຈານ ຫວໍ ຄັກ ຮວານ ຕາງໜ້າໃຫ້ພະນັກງານ, ຄູອາຈານ ແລະນັກຮຽນທຸກຄົນໄດ້ສົ່ງຄຳຂອບໃຈຢ່າງຈີງໃຈ ແລະເລິກເຊິ່ງທີ່ສຸດບໍລິສັດຫຸ້ນສ່ວນ Eurowindow ແລະຫວັງວ່າຈະສືບຕໍ່ໄດ້ຮັບຄວາມເອົາໃຈໃສ່, ການສະໜັບສະໜູນ ແລະການເປັນເພື່ອນຂອງຄະນະ ກັບໂຮງຮຽນໃນເສັ້ນທາງ ພັດທະນາທີ່ຈະມາເຖິງ.

ເຈົ້າຂອງກະທູ້: Nguyen Huong