ຈັດຕັ້ງງານສະເຫຼີມສະຫຼອງປີໃໝ່ ລາວໃຫ້ນັກຮຽນລາວທີ່ໂຮງຮຽນກົດໝາຍຊັ້ນກາງດົ່ງເຮິຍ
- ສີ່ - 02/05/2018 08:03
- |ພິມອອກ
- |Đóng cửa sổ này

ໃນຕອນບ່າຍວັນທີ 13/4/2018, ທາງໂຮງຮຽນໄດ້ຈັດພິທີສະເຫຼີມສະຫຼອງບຸນປີໃໝ່ລາວໃຫ້ນັກຮຽນກຳລັງຮ່ຳຮຽນຢູ່ໂຮງຮຽນ. ມາເຂົ້າຮ່ວມພິທີມີທ່ານ ຮ່ວາງ ວັນ ເຄີນ - ປະທານສະມາຄົມມິດຕະພາບຫວຽດ - ລາວ ຂອງແຂວງແຂວງກວາງບິ່ງ, ພ້ອມດ້ວຍບັນດາຜູ້ແທນມາຈາກ: ກົມພາສີແຂວງກວາງບິ່ງ, ກອງບັນຊາການທະຫານປ້ອງກັນຊາຍແດນແຂວງກວາງບິ່ງ, ຄ້າຍທະຫານປ້ອງກັນຊາຍແດນ ກົ່ນ ຣ່ວາງ, ບໍລິສັດຫຸ້ນສ່ວນ Eurowindow ແລະ ຄູອາຈານໝົດທຸກຄົນ ຂອງໂຮງຮຽນກົດ9ັ້ນກາງດົ້ງເຮິຍ ແລະ ສູນການສຶກສາວິຊາຊີບນະຄອນ ດົ່ງເຮິຍ ແລະ ພ້ອມກັນນັກຮຽນລາວ 250 ກວ່າຄົນຂອງໂຮງຮຽນ.

ບັນດາຜູ້ແທ ແລະ ນ້ອງນັກຮຽນລາວ ເຂົ້າຮ່ວມພິທີສະເຫຼີມສະຫຼອງບຸນປີໃໝ່ ແລະ ພິທີຜູກແຂນ, ຫົດນ້ຳ
ພິທີດັ່ງກ່າວໄດ້ຈັດຂຶ້ນໃນບັນຍາກາດມ່ວນຊື່ນ, ອົບອຸ່ນຜ້ອມກັນລາຍການສິລະປະທີ່ດີເດັ່ນພິເສດ, ເຕັມໄປດ້ວຍສິນລະປະ ແລະ ລັກສະນະຈຳເພາະຂອງຊາດລາວ, ບັນດາຄຳອວຍໄຊໃຫ້ພອນໃນປີໃໝ່ ແລະ ຫົດນ້ຳ, ຜູກແຂນ ຕາມປະເພນີຂອງຄົນລາວໃນປີໃໝ່ເພື່ອພາວະນາໃຫ້ມີໂຊກ, ຄວາມຈະເລີນຮຸ່ງເຮືອງ, ຄວາມສຸກສໍາລັບຊີວິດ.
ເພື່ອສະແດງຈິດໃຈ, ຄວາມເອົາໃຈໃສ່, ຮ່ວມມື້ກັບໂຮງຮຽນ ແລະ ສົ່ງເສີມການຮຽນຮູ້ຂອງນັກຮຽນລາວ ກອງບັນຊາການທະຫານປ້ອງກັນຊາຍແດນແຂວງກວາງບິ່ງ ແລະ ຄ້າຍທະຫານປ້ອງກັນຊາຍແດນ ກົ່ນ ຣ່ວາງ ໄດ້ມອບຂອງຂວັນສະເຫຼີມສະຫຼອງບຸນປີໃໝ່ໃຫ້ແກ່ນ້ອງນັກຮຽນ. ເນື່ອງໃນໂອກາດນີ້, ບໍລິສັດຫຸ້ນສ່ວນ Eurowindow ໄດ້ສືບຕໍ່ການປະກອບສ່ວນໃນວຽກງານສ້າງ "ກອງທຶນສະໜັບສະໜູນນັກຮຽນລາວ" ຂອງໂຮງຮຽນຈໍານວນເງິນ 50.000.000 vnd (ຫ້າສິບລ້ານ).

ຕ່າງໜ້າອົງການ, ໜ່ວຍງານມອບຂອງຂວັນໃຫ້ແກ່ນັກຮຽນລາວ ເນື່ອງໃນໂອກາດປີໃໝ່ລາວ 2018
ມື້ຕໍ່ໄປ, ວັນທີ 14/04/2018, ໄດຮັບການຊ່ວຍເຫຼືອ ແລະ ການຮ່ວມມືຂອງໂຮງຮຽນ, ຄະນະນັກສຶກສາລາວທີ່ໂຮງຮຽນໄດ້ຈັດ ພິທີສະເຫຼີມສະຫຼອງປີໃຫມ່ຕາມປະເພນີຂອງປະຊາຊົນລາວ ດ້ວຍມີການເຂົ້າຮ່ວມຂອງນັກຮຽນ ລາວໝົດທຸກຄົນ, ຄູອາຈານຂອງໂຮງຮຽນກົດໝາຍຊັ້ນກາງດົ່ງເຮິຍ ແລະ ສູນການສຶກສາວິຊາຊີບນະຄອນ ດົ່ງເຮິຍ ພິເສດ, ເຂົ້າຮ່ວມ, ອວຍພອນໃນພິທີຍັງມີພໍ່ແມ່ບາງຄົນທີ່ເປັນພໍ່ແມ່ຂອງນ້ອງນັກຮຽນ ມາຈາກ ສ.ປ.ປ. ລາວ. ພິທີດັ່ງກ່າວໄດ້ດໍາເນີນໃນບັນຍາກາດທີ່ມ່ວນຊື່ນ ແລະ ອົບອຸ່ນ, ພ້ອມກັບການດຳເນີນ ພິທີຕາມຮີດຄອງປະເພນີຂອງເຜົ່າລາວ ແລະ ເຂັ້ມຂຸ້ນໄປດ້ວຍມິດຕະພາບຫວຽດ - ລາວ.
ບັນດາກິດຈະກໍາດັງກ່າວ ຊ່ວຍນັກຮຽນລາວຢູ່ຫ່າງຈາກຄອບຄົວຕ້ອນຮັບປີໃໝ່ຮູ້ສຶກໃກ້ຊິດ, ອົບອຸ່ນ, ມ່ວນຊື່ນຄືຢູ່ບ້ານເກີດເມືອງນອນ, ປະເທດຂອງຕົນເອງ. ພ້ອມກັນນັ້ນ, ລະດົມພົນຈິດໃຈຂອງນັກຮຽນລາວ ເພື່ອສືບຕໍ່ການຊອກຮູ້ຮ່ຳຮຽນ, ພະຍາຍາມສ້າງຜົນສໍາເລັດດີໃນການສຶກສາ, ອົບຮົມ ເພື່ອກັບມາສ້າງປະເທດລາວເປັນປະເທດຮັ່ງມີເຂັ້ມແຂງ. ປະກອບສ່ວນໃນການກໍ່ສ້າງມິດຕະພາບລະຫວ່າງຫວຽດນາມ - ລາວ ໝັ້ນຄົງ, ຍືນຍົງຕະຫຼອດໄປ.
ບາງຮູບພາບຂອງກິດຈະກໍາຕ້ອນຮັບປີໃໝປີ 2018 ຂອງນັກຮຽນລາວຢູ່ໂຮງຮຽນກົດໝາຍຊັ້ນກາງດົ່ງເຮິຍ






