ພິທີໄຂສົກຮຽນຫ້ອງຮຽນບຳລຸງທັກສະຄວາມເປັນຜູ້ນຳຂັ້ນຫ້ອງແລະທຽບເທົ່າທີ່ໂຮງຮຽນກົດໝາຍຊັ້ນກາງ ດົ່ງ ເຮີຍ

ພິທີໄຂສົກຮຽນຫ້ອງຮຽນບຳລຸງທັກສະຄວາມເປັນຜູ້ນຳຂັ້ນຫ້ອງແລະທຽບເທົ່າທີ່ໂຮງຮຽນກົດໝາຍຊັ້ນກາງ ດົ່ງ ເຮີຍ
ຕອນເຊົ້າວັນທີ25/8/2019,ໂຮງຮຽນກົດໝາຍຊັ້ນກາງດົງເຮີຍປະສານສົມທົບກັບມະຫາວິທະຍາໄລພາຍໃນຮ່າໂນ້ຍໄດ້ຈັດພິທີໄຂສົກຮຽນຫ້ອງຮຽນບຳລຸງທັກສະຄວາມເປັນຜູ້ນຳຂັ້ນຫ້ອງແລະທຽບເທົ່າທີ່ໂຮງຮຽນກົດໝາຍຊັ້ນກາງ ດົ່ງ ເຮີຍ.
ເຂົ້າຮ່ວມພິທີມີ ປະລິນຍາໂທ ຫວໍ ຄັກ ຮວານ - ຮັກສາການ ອໍານວຍການໂຮງຮຽນກົດໝາຍຊັ້ນກາງ ດົງເຫີຍ, ພ້ອມດ້ວຍຕາງໜ້າຫົວໜ້າບັນດາຫ້ອງການ, ຄະນະ ແລະ ນັກສໍາມະນາກອນ 30 ຄົນ ຂອງຫ້ອງຮຽນ.
ຫ້ອງຮຽນບຳລຸງ ເປັນຜູ້ນຳຂັ້ນຫ້ອງປະກອບ,ອັບເດດຄວາມຮູ້, ທັກສະຄວາມເປັນຜູ້ ນຳ, ຄຸ້ມຄອງຂັ້ນຫ້ອງໃຫ້ພະນັກງານ, ລັດຖະກອນເພື່ອຍົກສູງປະສິດທິຜົນຂອງການເປັນຜູ້ ນຳ ແລະການຄຸ້ມຄອງ. ໃນຂະບວນການຮ່ຳຮຽນ, ນັກສໍາມະນາກອນ ຈະໄດ້ຄົ້ນຄ້ວາບັນດາຫົວຂໍ້ຕ່າງໆຕາມໂຄງການຝຶກອົບຮົມແລະບຳລູງທີ່ອອກມາພ້ອມກັບຂໍ້ຕົກລົງເລກທີ 1045/QĐ-BNV ລົງວັນທີ 18 ກັນຍາ 2013 ຂອງລັດຖະມົນຕີກະຊວງພາຍໃນ.
ກໍທີ່ພິທີໄຂສົກຮຽນປະລິນຍາໂທ ຫວໍ ຄັກ ຮວານ ຢືນຢັນວ່າຈະສ້າງເງື່ອນໄຂທີ່ດີທີ່ສຸດ ແລະ ສະດວກທີ່ສຸດໃນດ້ານພື້ນຖານວັດຖຸ ແລະ ພາຫະນະອຸປະກອນການຮໍ່ຮຽນເພື່ອສຳມະນາກອນອຸ່ນອ່ຽນໃຈ ຮໍ່ຮຽນ. ພ້ອມກັນນັ້ນປະລິນຍາໂທ ຫວໍ ຄັກ ຮວານ ກໍໄດ້ຮຽກຮ້ອງບັນດາສຳມະນາກອນໄດ້ຮັບປະຕິບັດ ຕາມກົດລະບຽບການຝຶກອົບຮົມຂອງມະຫາວິທະຍາໄລພາຍໃນຮ່າໂນ້ຍ ແລະ ກົດລະບຽບ, ກຳນົດຂອງ ໂຮງຮຽນກົດຫມາຍຊັ້ນກາງດົ່ງເຮີຍການສໍາເລັດຂອງຫຼັກສູດຕາມແຜນການ.
ພິທີດັ່ງກ່າວໄດ້ສິ້ນສຸດລົງໃນບັນຍາກາດທີ່ເບີກບານ ແລະ ມ່ວນຊື່ນ ແລະ ຄາດວ່າຈະປິດໃນວັນທີ 23 ພະຈິກ ປີ 2019./.

ເຈົ້າຂອງກະທູ້: Ngoc Huong