ພິທີປິດສົກຮຽນຫ້ອງຮຽນບຳລຸງນັກວິຊາການ, ຫ້ອງຮຽນບຳລຸງນັກວິຊາການຕົ້ນຕໍ, ຫ້ອງບຳລຸງທັກສະໃນການນຳພາ, ບໍລິຫານຊັ້ນຫ້ອງການ
- ສຸກ - 26/03/2021 07:42
- |ພິມອອກ
- |Đóng cửa sổ này

ຕອນບ່າຍວັນທີ 6 ມີນາ 2021, ວິທະຍາໄລກົດໝາຍພາກກາງສົມທົບກັບມະຫາວິທະຍາໄລພາຍ ໃນຮ່າໂນ້ຍຈັດພິທີປິດສົກຮຽນຫ້ອງຮຽນ 03 ຫ້ອງ: ຫ້ອງຮຽນບຳລຸງນັກວິຊາການ, ຫ້ອງຮຽນບຳລຸງນັກວິຊາການຕົ້ນຕໍ ຫ້ອງບຳລຸງທັກສະໃນການນຳພາ, ບໍລິຫານຊັ້ນຫ້ອງການ.

ຕ່າງໜ້າໃຫ້ບັນດາສຳມະນາກອນເຂົ້າຮ່ວມພິທີໄຂສົກຮຽນ, ສຳມະນາກອນ ໂຮ່ ຢີ ຮ່ວານ ໄດ້ກ່າວຄຳປາໄສສະແດງຄວາມມ່ວນຊື່ນຂອງບັນດາສຳມະນາກອນເມື່ອໄດ້ວມະຫາວິທະຍາໄລພາຍໃນແລະວິທະຍາໄລກົດໝາຍພາກກາງອຳນວຍຄວາມສະດວກໃຫ້ສຳມະນາກອນສຳເລັດດີຊຸດຮຽນ.
ເຂົ້າຮ່ວມພິທີປິດສົກຮຽນມີ ປະລິນຍາໂທ ຫວໍ ຄັກ ຮວານ - ຮັກສາການວິທະຍາໄລກົດໝາຍພາກກາງໄດ້ຕາງ ໜ້າໃຫ້ຫົວໜ້າ 02 ໜ່ວຍຍ້ອງຍໍ ແລະຊົມເຊີຍຕໍ່ຜົນການຮຽນຂອງບັນດານັກສໍາມະນາກອນທີ່ເຂົ້າຮ່ວມຫລັກສູດ, ໂດຍສະເພາະແມ່ນຊົມເຊີຍນັກສໍາມະນາກອນ 20 ຄົນທີ່ມີຜົນສຳເລັດສູງໃນການຮໍ່ຮຽນ, ໄດ້ຜູ້ອຳ ນວຍການໂຮງຮຽນມະຫາວິທະຍາໄລພາຍໃນມອບໃບຍ້ອງຍໍ. ພ້ອມດຽວກັນນີ້, ຢືນຢັນວ່າການຝຶກອົບຮົມ, ບຳລຸງ, ການອັບເດດຄວາມຮູ້ໃໝ່ແມ່ນຄວາມຮຽກຮ້ອງຕ້ອງການເປັນປົກກະຕິ, ຕໍ່ເນື່ອງສຳລັບພະນັກງານລັດຖະກອນໃນກົງຈັກບໍລິຫານລັດ, ຊົມເຊີຍຜົນທີ່ນັກສໍາມະນາກອນໄດ້ຮັບຫຼັງຈາກຮຽນຈົບຫຼັກສູດ, ຫວັງວ່າບັນດານັກສໍາມະນາກອນຈະນຳເອົາຄວາມຮູ້ທີ່ໄດ້ຮຽນຮູ້ເຂົ້າໃນການເຮັດວຽກຢູ່ທີ່ອົງການ, ໜ່ວຍງານເພື່ອຍົກສູງປະສິດທິພາບໃນການເຮັດວຽກຂັງຕົນແລະ ໜ່ວຍ ງານ.