ຄະນະອຳນວຍການໂຮງຮຽນກົດໝາຍຊັ້ນກາງດົ່ງເຮິຍຢ້ຽມຢາມແລະ ມອບຂອງຂວັນອວຍພອນໃຫ້ແກ່ນັກຮຽນລາວເນື່ອງໃນໂອກາດບຸນປີໃໝ່
- ຄັ້ງທີສອງ - 27/04/2020 14:53
- |ພິມອອກ
- |Đóng cửa sổ này

ຈັດພິທີສະຫຼອງປີໃໝ່ໃຫ້ນັກຮຽນລາວແມ່ນກິດຈະກຳໄດ້ຈັດເປັນປະຈຳປີຂອງໂຮງຮຽນກົດໝາຍຊັ້ນກາງດົ່ງເຮິຍໂດຍມີຫລາຍລາຍການ, ກິດຈະກຳທີ່ມີຄວາມໝາຍ. ເຖິງຢ່າງໃດກໍ່ຕາມ, ໃນສະພາບການທີ່ສັບສົນຂອງການລະບາດພະຍາດ Covid-19, ໃນປີນີ້, ໂຮງຮຽນໄດ້ໂຈະບັນດາກິດຈະກຳຕອນຮັບປີໃໝ່. ແທນທີ່ຕ່າງໜ້າຄະນະອຳນວຍການ, ຄະນະຊາວໜູ່ມຈະຈັດການຢ້ຽມຢາມແລະ ມອບຂອງຂວັນປີໃໝ່ໃຫ້ແກ່ນ້ອງນັກຮຽນຢູ່ທີ່ຫໍພັກ ພ້ອມກັນນັ້ນລົງກວດກາແລະ ເຕືອນວຽກງານຮັບປະກັນການປະຕິບັດຕາມບັນດາມາດຕະກາ ເພື່ອສະກັດກັ້ນແລະ ຄວບຄຸມການລະບາດຂອງພະຍາດ Covid-19.

ທ່ານອາຈານ ຫວໍ ຄັກ ຮວານ - ອຳນວຍການໂຮງຮຽນ,
ຢ້ຽມຢາມແລະ ອວຍພອນປີໃໝ່ໃຫ້ແກ່ຕ່າງໜ້າຄະນະນັກຮຽນລາວ
ຢ້ຽມຢາມແລະ ອວຍພອນປີໃໝ່ໃຫ້ແກ່ຕ່າງໜ້າຄະນະນັກຮຽນລາວ
ມາຢ້ຽມຢາມແລະ ມອບຂອງຂວັນປີໃໝ່ໃຫ້ນ້ອງນັກຮຽນລາວມີທ່ານອາຈານ ຫວໍ ຄັກ ຮວານ - ອຳນວຍການໂຮງຮຽນພ້ອມດ້ວຍຕ່າງໜ້າຫ້ອງສຶກສາແລະ ກິດຈະການນັກຮຽນແລະ ຄະນະຊາວໜຸ່ມຂອງໂຮງຮຽນ. ໃນການພົບປະ, ທ່ານອາຈານ ຫວໍ ຄັກ ຮວານ ຕ່າງໜ້າໃຫ້ບັນດາພະນັກງານ, ຄູອາຈານແລະ ຜູ້ອອກແຮງງານທຸກຄົນຂອງໂຮງຮຽນໄດ້ສົ່ງຄຳອວຍພອນທີ່ດີງາມທີ່ສຸດມາຍັງປະຊາຊົນລາວບັນດາເຜົ່າເວົ້າລວມແລະ ນ້ອງນັກຮຽນລາວທີ່ກຳລັງຮຽນຢູ່ໂຮງຮຽນເວົ້າສະເພາະ. ທ່ານອາຈານ ຫວໍ ຄັກ ຮວານ - ອຳນວຍການໂຮງຮຽນໄດ້ຕີລາຄາສູງຕໍ່ນຳ້ໃຈ, ທ່າທີໃນການຮ່ຳຮຽນ, ຝຶກຝົນຫຼໍ່ຫຼອມຂອງນ້ອງນັກຮຽນລາວໃນເວລາຜ່ານມາ, ພ້ອມກັນນັ້ນໄດ້ເຕືອນນ້ອງນັກຮຽນສືບຕໍ່ການຝຶກຝົນຫຼໍ່ຫຼອມແລະ ເກັບກ່ຽວຜົນງານໃນກັນຮຽນໃຫ້ຫຼາຍກ່ວາເກົ່າ ເພື່ອກາຍເປັນຄົນດີປະກອບສ່ວນເຂົ້າໃນການພັດທະນາບ້ານເກີດເມືອງນອນແລະ ພ້ອມດຽວກັນນັ້ນ, ກໍ່ແມ່ນປັດໃຈທີ່ດີໃນການປະກອບສ່ວນຮັກສາຄວາມຮັກແພງ, ຄວາມສາມັກຄີພິເສດລະຫວ່າງປະຊາຊົນສອງຊາດ.

ທ່ານອາຈານ ຫວໍ ຄັກ ຮວານ - ອຳນວຍການໂຮງຮຽນ,
ມອບຂອງຂວັນແລະ ອວຍພອນປີໃໝ່ໃຫ້ນ້ອງນັກຮຽນທີ່ຫ້ອງຢູ່ຫໍພັກ

ຕ່າງໜ້າຄະນະຊາວໜຸ່ມຂອງໂຮງຮຽນ,
ມອບຂອງຂວັນແລະ ອວຍພອນປີໃໝ່ໃຫ້ນ້ອງນັກຮຽນທີ່ຫ້ອງຢູ່ຫໍພັກ
ມອບຂອງຂວັນແລະ ອວຍພອນປີໃໝ່ໃຫ້ນ້ອງນັກຮຽນທີ່ຫ້ອງຢູ່ຫໍພັກ

ຕ່າງໜ້າຄະນະຊາວໜຸ່ມຂອງໂຮງຮຽນ,
ມອບຂອງຂວັນແລະ ອວຍພອນປີໃໝ່ໃຫ້ນ້ອງນັກຮຽນທີ່ຫ້ອງຢູ່ຫໍພັກ
ນອກຈາກການຢ້ຽມຢາມ, ມອບຂອງຂວັນແລະ ໃຫ້ກຳລັງໃຈນ້ອງນັກຮຽນລາວ, ທ່ານອາຈານອຳນວຍການຍັງໄດ້ກ່າວເນັ້ນວ່າປີໃໝ່ປີນີ້ທີ່ຕົກໃນໄລຍະເວລາຂອງສະພາບການສັບສົນຂອງການລະບາດພະຍາດ Covid-19. ພັກ, ລັດຫວຽດນາມແລະ ລາວໄດ້ປະຕິບັດບັນດາມາດຕະການຢ່າງເຂັ້ມງວດເພື່ອສະກັດກັ້ນ ການແຜ່ລະບາດຂອງພະຍາດໃນຊຸມຊົນ, ຮັບປະກັນຄວາມປອດໄພດ້ານຊີວິດແລະ ສຸຂະພາບໃຫ້ແກ່ປະຊາຊົນ. ສະນັ້ນ, ທ່ານໄດ້ຮຽກຮ້ອງໃຫ້ນ້ອງນັກຮຽນທຸກຄົນທີ່ກຳລັງຮຽນຢູ່ໂຮງຮຽນຈົ່ງສືບຕໍ່ປູກຈິດສຳ ນຶກ, ພ້ອມກັບສັງຄົມປະຕິບັດຄຳສັ່ງຂອງນາຍົກລັດຖະມົນຕີ, ຂໍ້ກຳນົດແລະ ກົດລະບຽບຂອງໂຮງຮຽນຢ່າງເຂັ້ມງວດກ່ຽວກັບການປະຕິບັດບັນດາມາດຕະການສຸກເສີນເພື່ອສະກັດກັ້ນ, ຕ້ານພະຍາດ Covid-19 ປ້ອງກັນຮ່ວມມື້ກຳຈັດການແຜ່ລະບາດຂອງພະຍາດທີ່ອັນຕະລາຍນີ້.
ຕ່າງໜ້າໃຫ້ນ້ອງນັກຮຽນລາວລ້ອຍກ່ວາຄົນທີ່ກຳລັງຮຽນຢູ່ໂຮງຮຽນ, ນັກຮຽນ ຄາວີ - ຫົວໜ້າຄະນະນັກຮຽນຕ່າງປະເທດຂໍຂອບໃຈຕໍ່ຄວາມຮັກແພງແລະ ຄວາມເອົາໃຈໃສ່ຂອງໂຮງຮຽນໃຫ້ນ້ອງນັກຮຽນລາວທຸກຄົນແລະ ໃຫ້ຄຳໝັ້ນສັນຍາວ່າຈະສືບຕໍ່ພະຍາຍາມຮ່ຳຮຽນ, ຝຶກຝົນຫຼໍ່ຫຼອມ ພ້ອມທັງປະຕິບັດຢ່າງເຂັ້ມງວດຕາມລະບຽບ, ມາດຕະການກ່ຽວກັບການສະກັດກັ້ນ, ຕ້ານພະຍາດ Covid-19 ໃນໄລຍະປະຈຸບັນ.