ຄະນະຊາວໜຸ່ມວິທະຍາໄລກົດໝາຍພາກກາງຮັບເອົາຂອງຂວັນຊ່ວຍເຫຼືອຄອບຄົວຂອງນ້ອງນັກຮຽນທີ່ຖືກເສຍຫາຍໜັກຈາກໄພພາຍຸ, ນ້ຳຖ້ວມ

ຄະນະຊາວໜຸ່ມວິທະຍາໄລກົດໝາຍພາກກາງຮັບເອົາຂອງຂວັນຊ່ວຍເຫຼືອຄອບຄົວຂອງນ້ອງນັກຮຽນທີ່ຖືກເສຍຫາຍໜັກຈາກໄພພາຍຸ, ນ້ຳຖ້ວມ
ໃນຕອນບ່າຍວັນທີ 2 ພະຈິກ 2020, ຄະນະຊາວໜຸ່ມວິທະຍາໄລກົດໝາຍພາກກາງໄດ້ຮັບເອົາຂອງຂວັນຊ່ວຍເຫຼືອຄອບຄົວຂອງນ້ອງນັກຮຽນທີ່ຖືກເສຍຫາຍໜັກຈາກໄພພາຍຸ, ນ້ຳຖ້ວມຄັ້ງຜ່ານມາ.
ເຂົ້າຮ່ວມລາຍການມີທ່ານ ຫງວຽນ ແມ້ງ ຮຸ່ງ, ຕາງໜ້າໃຫ້ບັນດານັກອຸປະຖຳຢູ່ຮ່າໂນ້ຍ, ສະຫາຍ ຫງວຽນແທງ ເຕີນ, ເລຂາສຄະນະຊາວໜຸ່ມໂຮງຮຽນແລະ ບັນດາຄູອາຈານທີ່ເປັນຄູປະຈຳຫ້ອງ.
ທ່ານ ຫງວຽນ ແມ້ງ ຮຸ່ງ ໄດ້ມອບຂອງຂວັນ 2 ຊຸດ (ຊຸດລະ 2.000.000 ດົ່ງ) ໃຫ້ແກ່ນັກຮຽນ ໂຮ ວັນ ຖຽບ ນັກຮຽນຫ້ອງ K7D ແລະ ,ໂຮ ວັນ ຫຽບ ນັກຮຽນຫ້ອງ K8A ມີທີ່ຢູ່ຕາແສງ ເຮື໋ອງ ເຫວຽດ, ເມືອງ ເຮື໋ອງ ຮວາ, ແຂວງກວາງຈິ້ຖື້ກຜົນກະທົບຢ່າງໜັກຈາກໄພໄພພາຍຸ, ນ້ຳຖ້ວມ, ມີຍາດພີ່ນ້ອງຫາຍສາບສູນຍ້ອນນ້ຳຖ້ວມ.
ຕາງໜ້ານັກຮຽນທີ່ຖື້ກເສຍຫາຍ, ຄະນະຊາວໜຸ່ມໂຮງຮຽນໄດ້ຮັບເອົາຂອງຂວັນຊ່ວຍເຫຼືອພ້ອມທັງສົ່ງຄວາມຂອບໃຈຢ່າງຈິງໃຈມາຍັງບັນດານັກອຸປະຖຳທີ່ເອົາໃຈໃສ່, ແບ່ງປັນ, ໃຫ້ກຳລັງໃຈເຖິງຄອບຄົວນັກຮຽນທີ່ມີຄວາມຫຍຸ້ງຍາກຢ່າງພິເສດ, ຖື້ກເສຍຫາຍໜັກຈາກໄພພາຍຸ, ນ້ຳຖ້ວມຄັ້ງຜ່ານມາ.
ພ້ອມກັນນັ້ນໃນລາຍການດັ່ງກ່າວ, ທ່ານ ຫງວຽນ ແທງ ເຕີນ - ເລຂາຄະນະຊາວໜຸ່ມໂຮງຮຽນໄດ້ມອບຂອງຂວັນຈຳນວນ 02 ຊຸດ (ຊຸດລະ 1,000,000 ດົ່ງ) ຂອງບໍລິສັດສະໜອງສິນຄ້າຈັກຕອງນ້ຳບໍລິສຸດ Karufi ເຕີມ ແອັງ ໃຫ້ແກ່ນາຍຄູປະຈຳຫ້ອງ K7D ແລະ K8A ເພື່ອຊ່ວຍເຫຼືອນ້ອງນັກຮຽນສອງຄົນທີ່ກ່າວມາຂ້າງເທິງ.
 

ເຈົ້າຂອງກະທູ້: Anh Tú