ພິທີເປີດສົກຮຽນໄຫ້ຫ້ອງຮຽນບຳລຸງຕາມມາດຕະຖານຕຳແໜ່ງວິຊາອາຊີບຂອງອາຈານສອນກ່ຽວກັບສຶກສາວິຊາອາຊີບດ້ານທິດສະດີ, ປະຕິບັດຕົວຈິງ

ພິທີເປີດສົກຮຽນໄຫ້ຫ້ອງຮຽນບຳລຸງຕາມມາດຕະຖານຕຳແໜ່ງວິຊາອາຊີບຂອງອາຈານສອນກ່ຽວກັບສຶກສາວິຊາອາຊີບດ້ານທິດສະດີ, ປະຕິບັດຕົວຈິງ
ຕອນເຊົ້າວັນທີ 5 ມັງກອນ 2020, ວິທະຍາໄລກົດໝາຍພາກກາງສົມທົບກັບວິທະຍາໄລກົນຈັກໄຟຟ້າ ຮ່າ ໂນ້ຍ ໄດ້ຈັດພິທີເປີດສົກຮຽນໄຫ້ຫ້ອງຮຽນບຳລຸງຕາມມາດຕະຖານຕຳແໜ່ງວິຊາອາຊີບຂອງອາຈານສອນ ກ່ຽວກັບສຶກສາວິຊາອາຊີບດ້ານທິດສະດີ, ປະຕິບັດຕົວຈິງ (ຊັ້ນ III) ເປີດຂື້ນທີ່ວິທະຍາໄລ ກົດໝາຍພາກກາງ. ພາກສ່ວນເຂົ້າຮ່ວມພິທີມີອາຈານ ໂຫງ ເທ ກວານ - ຮອງຜູ້ອຳນວຍການວິທະຍາໄລກົນຈັກໄຟຟ້າ ຮ່າ ໂນ້ຍ, ອາຈານ ຫວໍ ຄັກ ຮວານ - ຮັກສາການອຳນວຍການວິທະຍາໄລກົດໝາຍພາກກາງພ້ອມດ້ວຍສຳມະນາກອນ ທັງໝົດທຸກຄົນໃນຫ້ອງ.
ກ່າວຄຳປາໄສໃນພິທີ, ທ່ານ ໂຫງ ເທ ກວານ ໄດ້ສະແດງບົດລາຍງານຂັ້ນຕົ້ນກ່ຽວກັບສະພາບການ ຂອງທຸກດ້ານກ່ຽວກັບສົກຮຽນ, ດ້ວຍຮູບແບບການຮຽນອອນລາຍ, ເວລາຮຽນທີ່ຍືດຢູນໄດ້ສ້າງເງື່ອນໄຂ ອຳນວຍຄວາມສະດວກໃຫ້ແກ່ບັນດາສຳມະນາກອນທັງເຂົ້າຮ່ວມຫ້ອງຮຽນ ແລະທັງບໍ່ມີຜົນສະທ້ອນ ຕໍ່ວຽກງານວິຊາຊີບປະຈຳວັນ. ຫຼັກສູດຂອງສົກຮຽນຈະເສີມສ້າງ ແລະເພີ່ມພູນເນື້ອໃນຄວາມຮູ້ທີ່ເປັນ ປະໂຫຍດ ເພື່ອຊ່ວຍໃຫ້ຄູອາຈານປະຕິບັດຕຳແໜ່ງວິຊາຊີບໄດ້ເປັນຢ່າງດີ, ກາຍເປັນຫຼັກແຫຼ່ງໃນການຍົກສູງ ຄຸນະພາບການຝຶກອົບຮົມຂອງວິທະຍາໄລ.
ໃນພິທີ, ອາຈານ ຫວໍ ຄັກ ຮວານ ໄດ້ເນັ້ນໜັກວ່າຈະສ້າງເງື່ອນໄຂສູງສຸດເພື່ອຊ່ວຍໄຫ້ບັນດາອາຈານສອນ ໂດຍສະເພາະ ແລະລັດຖະກອນກໍ່ຄືທົ່ວໄປເຂົ້າຮ່ວມໃນການຮຽນ, ການບຳລຸງຍົກສູງລະດັບ, ສ້າງມາດຕະຖານ ຕຳແໜ່ງວິຊາອາຊີບສອດຄ່ອງກັບກົດໝາຍທີ່ກຳລັງນຳໃຊ້. ພ້ອມດຽວກັນ, ຊ່ວຍໃຫ້ອາຈານສອນຍົກສູງ ຄວາມອາດສາມາດດ້ານວິຊາການ, ວິຊາສະເພາະ, ພັດທະນາຄວາມອາດສາມາດວິຊາຊີບວິຊາສະເພາະ ເພື່ອປະຕິບັດວຽກທີ່ໄດ້ຮັບມອບໝາຍໃຫ້ດີ. ໃນຖານະເປັນໜ່ວຍງານປະສານງານ, ອາຈານຍັງໄດ້ສະເໜີ ບັນດາສຳມະນາກອນປະຕິບັດຕາມກົດລະບຽບຂອງວິທະຍາໄລກົນຈັກໄຟຟ້າ ຮ່າ ໂນ້ຍ ກໍ່ຄືຂອງວິທະຍາໄລ ກົດໝາຍພາກກາງ ແລະພ້ອມດຽວກັນນັ້ນກໍ່ກຳນົດແຮງກະຕຸ້ນ, ຈຸດປະສົງໃນການຮຳ່ຮຽນທີ່ຖືກຕ້ອງເພື່ອໃຫ້ ໄດ້ໝາກຜົນດີທີ່ສຸດ.
ຕາງໜ້າໃຫ້ບັນດາສຳມະນາກອນເຂົ້າຮ່ວມພິທີໄຂສົກຮຽນ, ສຳມະນາກອນ ເລ ວັນ ດຶກ ໄດ້ກ່າວຄຳປາໄສສະແດງຄວາມມ່ວນຊື່ນຂອງບັນດາສຳມະນາກອນເມື່ອໄດ້ເຂົ້າຮ່ວມສົກຮຽນ, ຫວັງວ່າ ວິທະຍາໄລກົນຈັກໄຟຟ້າ ຮ່າ ໂນ້ຍ ແລະວິທະຍາໄລກົດໝາຍພາກກາງອຳນວຍຄວາມສະດວກໃຫ້ແກ່ສົກຮຽນ ແລະສັນຍາວ່າຈະພະຍາຍາມໄຫ້ດີທີ່ສຸດສູງສຸດ.

ເຈົ້າຂອງກະທູ້: Nguyen Huong