ສະຫະພັນແມ່ຍິງແຂວງກວາງບິ່ງໄດ້ໃຫ້ທຶນການສຶກສາເພື່ອສະໜັບສະໜູນນັກຮຽນລາວທີ່ມີ ສະພາບການທີ່ຫຍຸ້ງຍາກ
- ທີສາມ - 17/03/2020 14:00
- |ພິມອອກ
- |Đóng cửa sổ này

ເຂົ້າຮ່ວມພິທີດັ່ງກ່າວມີທ່ານນາງ ເຈົາ ທິ ດິງ, ຫົວໜ້າຫ້ອງການສະຫະພັນແມ່ຍິງແຂວງກວາງບິ່ງ; ອາຈານ ຫວໍ ຄັກ ຮວານ, ເລຂາອົງຄະນະພັກ, ອໍານວຍການໂຮງຮຽນພ້ອມດ້ວຍການເຂົ້າຮ່ວມຂອງພະນັກງານ, ຄູອາຈານທັງໝົດແມ່ນຫົວໜ້າ ແລະຮອງຫົວໜ້າບັນດາໜ່ວຍງານຂອງໂຮງຮຽນ.

ທ່ານນາງ ເຈົາ ທິ ດິງ ຕາງໜ້າໃຫ້ການນຳຂອງສະຫະພັນແມ່ຍິງແຂວງກວາງບິ່ງ
ມອບທຶນການສຶກສາໃຫ້ນັກຮຽນ Lak Synameuong
ທີ່ພິທີ, ພາຍໃຕ້ການອະນຸຍາດຂອງທ່ານນາງ ຫງວຽນ ມິງ ເຕິມ, ປະທານສະຫະພັນແມ່ຍິງແຂວງກວາງບິ່ງ, ທ່ານນາງ ເຈົາ ທິ ດິງ ໄດ້ມອບທຶນການສຶກສາທີ່ມີມູນຄ່າ 2.000.000 ດົງ (ສອງລ້ານດົ່ງ) ໃຫ້ແກ່ນັກຮຽນຍິງລາວທີ່ມີສະພາບການທີ່ຫຍຸ້ງຍາກກຳລັງຮຽນຢູ່ໂຮງຮຽນ. ນີ້ແມ່ນ ໜຶ່ງໃນບັນດາການເຄື່ອນໄຫວໃນຊຸດສະແດງພິເສດ “90ການປະຕິບັດຕົວຈິງສຳລັບແມ່ຍິງ ແລະເດັກນ້ອຍ” ເພື່ອສະເຫຼີມສະຫຼອງກອງປະຊຸມໃຫຍ່ຂອງພັກທຸກຂັ້ນຈົນຮອດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກຄັ້ງທີ 13, ກອງປະຊຸມໃຫຍ່ເປີດບັນແຂ່ງຂັນຮັກຊາດຂອງແຂວງກວາງບິ່ງ ຄັ້ງທີ V ແລະກອງປະຊຸມໃຫ່ຍເປີດບັນແຂ່ງຂັນຮັກຊາດຂອງສະຫະພັນແມ່ຍິງຫວຽດນາມຄັ້ງທີ IV, ສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງຫວຽດນາມຄົບຮອບ 90 ປີ. ເຖິງແມ່ນວ່າທຶນການສຶກສານີ້ຈະບໍ່ມີຄຸນຄ່າທາງດ້ານວັດຖຸແຕ່ມັນກໍ່ສະແດງເຖິງຄວາມສົນໃຈ ແລະໃຫ້ກຳລັງໃຈຂອງສະຫະພັນແມ່ຍິງແຂວງ, ຫວັງວ່າຈະຊ່ວຍນັກຮຽນລາວຜ່ານຜ່າຄວາມຫຍຸ້ງຍາກ ແລະພະຍາຍາມຮໍ່າຮຽນປັບປຸງຕົນເອງທີ່ຈະເພີ່ມຂຶ້ນໃນຊີວິດ.
ຕາງໜ້າໂຮງຮຽນ, ອາຈານ ຫວໍ ຄັກ ຮວານ ໄດ້ສະແດງຄວາມຂອບໃຈຢ່າງເລິກເຊິ່ງມາຍັງສະຫະພັນແມ່ຍິງແຂວງທີ່ໃຫ້ຄວາມສົນໃຈ ແລະໃຫ້ກຳລັງໃຈ ແລະຫວັງວ່າໂຮງຮຽນຈະສືບຕໍ່ໄດ້ຮັບການສະໜັບສະໜູນຈາກສະຫະພັນ. ອາຈານຍັງໄດ້ສົ່ງເສີມໃຫ້ນັກຮຽນສືບຕໍ່ຮັກສາພະລັງງານແລະຄວາມຕັ້ງໃຈເພື່ອໃຫ້ປະສົບຜົນສຳເລັດໃນການເດີນທາງຂອງຕົນເອງໃນຕໍ່ໜ້າ.