ໂຮງຮຽນກົດໝາຍຊັ້ນກາງດົ່ງເຮິຍຈັດກອງປະຊຸມສະຫຼຸບເບື້ອງຕົ້ນວຽກງານຄັດເລືອກ, ສຶກສາ ແລະ ຄຸ້ມຄອງ ນັກຮຽນ ລາວ.
- ທີສາມ - 19/06/2018 09:24
- |ພິມອອກ
- |Đóng cửa sổ này

ການປະເມີນຜົນຜົນໄດ້ຮັບໃນ້ວລາຜ່ານມາ, ກໍານົດວັດຖຸປະສົງບົດບດ ແລະ ວາງບັນດາວິທີປະຕິບັດວຽກງານໃນໄລຍະເວລາຕໍ່ໄປນີ້, ໄດ້ມີການເຫັນດີຂອງການນໍາກະຊວງຍຸຕິທໍາ, ຕອນເຊົ້າວັນທີ 18/6/018, ໂຮງຮຽນໄດ້ຈັດກອງປະຊຸມສະຫຼຸບເບື້ອງຕົ້ນວຽກງານຄັດເລືອກ, ສຶກສາ ແລະ ຄຸ້ມຄອງ ນຮ ລາວ.
ຕາງໜ້າການນໍາກະຊວງຍຸຕິທໍາ, ສະຫາຍ ດັ້ງ ຮວາງ ແອວງ - ຮອງລັດຖະມົນຕີໄດ້ເຂົ້າຮ່ວມ ແລະ ຊີ້ນໍາກອງປະຊຸມ. ເຂົ້າຮ່ວມປະຊຸມມີຕາງໜ້າການນຳບັນດາຫົວໜ່ວຍຂຶ້ນກັບກະຊວງຍຸຕິທໍາ (ຫ້ງວ່າການກະຊວງ, ກົມຈັດຕັ້ງພະນັກງານ, ກົມຮ່ວມມືສາກົນ, ທະບວງແຜນການ ແລະ ການເງິນ, ມະຫາວິທະຍາໄລກົດໝາຍຮ່າໂນ້ຍ); ຕາງຫນ້າການນໍາຂອງບັນດາ ພະແນກການ ແລະ ຫນ່ວຍງານທີ່ກ່ຽວຂ້ອງໃນແຂວງກວາງບີ່ງ (ພະແນກຍຸຕິທໍາ, ພະແນກປະຕິບັດຄຳຕັດສິນຂອງສານ, ພະແນກສຶກສາທິການ ແລະ ຝຶກອົບຮົມ, ພະແນກແຮງງານ ທະຫານເສຍອົງຄະ ແລະ ສັງຄົມ, ພະແນກການຕ່າງປະເທດ, ຕໄຫຼວດແຂວງ, ສູນສຶກສາສອນວິຊາຊີບ ດົ່ງເຮິຍ); ຜູ້ຕາງຫນ້າຂອງສະຖານກົງສຸນໃຫຍ່ລາວທີ່ ດ່ານັງ (ທ່ານ ອິນທະ ວົງພະຈັນ - ຮອງກົງສຸນໃຫຍ່, ທ່ານ ລອນພັນ ຜ້າວດາວັນ - ເລຂາທີ 3), ແລະ ຄູອາຈານ, ນອງນັກຮຽນລາວຂອງໂຮງຮຽນໝົດທຸກຄົນ.

ກອງປະຊຸມສະຫຼຸບເບື້ອງຕົ້ນວຽກງານຄັດເລືອກ, ສຶກສາ ແລະ ຄຸ້ມຄອງ ນຮ ລາວ
ທີ່ກອງປະຊຸມ, ໂດຍຜ່ານບົດລາຍງານຂອງຜູ້ນໍາໂຮງຮຽນ ແລະ ຄວາມຄິດເຫັນຂອງບັນດາຜູ້ຕາງໜ້າອົງການ ແລະ ໜ່ວຍງານຂຶ້ນກັບກະຊວງຍຸຕິທໍາ, ຜູ້ຕາງຫນ້າສະຖານກົງສຸນລາວທີ່ ດ່ານັງ ແລະ ຕາງໜ້າບັນດາອົງການ, ໜ່ວຍງານທີ່ກ່ຽວຂ້ອງຂອງແຂວງ ກວາງບີ່ງ - ບ່ອນທີ່ໂຮງຮຽນກົດໝາຍຊັ້ຮກາງດົ່ງເຮິຍຕັ້ງຢູ່, ໄດ້ຢືນຢັນວ່າວຽກງານຄັດເລືອກ, ສຶກສາ ນັກຮຽນລາວແມ່ນໜ້າທີ່ສໍາຄັນ, ມີຄວາມໝາຍຊ່ວຍປະເທດລາວອ້າຍນ້ອງສ້າງຊັບພະຍາກອນມະນຸດດ້ານກົດໝາຍມີຄຸນນະພາບ, ປະກອບສ່ວນ ພັດທະນາຄວາມສາມັກຄີ, ມິດຕະພາບຫວຽດນາມ - ລາວ ນັບມື້ນັບເປີດກວ້າງ. ນອກຈາກຄວາມຄິດເຫັນກ່ຽວກັບຜົນໄດ້ຮັບ ແລະ ຄວາມໝາຍຂອງການຄັດເລືອກ ແລະ ສຶກສາຊັບພະຍາກອນມະນຸດໃຫ້ແກ່ປະເທດລາວໃນໄລຍະຜ່ານມາ, ບັນດາຜູ້ແທນຍັງມີຄວາມຄິດເຫັນຫຼາຍຢ່າງ, ປະກອບສ່ວນເພື່ອຊ່ວຍໃຫ້ໂຮງຮຽນສ້າງເປົ້າຫມາຍ ແລະ ວິທີແກ້ໄຂເພື່ອໃນເວລາຕໍ່ໄປນີ້ປະຕິບັດວຽກງານຄັດເລືອກ, ສຶກສາ ແລະ ຄຸ້ມຄອງ oi ລາວໃຫ້ດີກ່ວາເກົ່າ.


ຮອງລັດຖະມົນຕີ ດັ້ງ ຮວາງ ແອວງ ກ່າວຄຳປາໄສຊີ້ນຳ
ສິ້ນສຸດກອງປະຊຸມ, ຮອງລັດຖະມົນຕີ ທ່ານ ນ່າງ ດັ້ງ ຮວາງ ແອວງ ໄດ້ຊີ້ນໍາ. , ຮອງລັດຖະມົນຕີໄດ້ຮອງຮັບ ແລະ ຕີລາຄາສູງຜົນສໍາເລັດຂອງໂຮງຮຽນໃນເວລາຜ່ານມາ. ວາງທິດທາງ ແລະ ຊີ້ໃຫ້ເຫັນວິທີແກ້ໄຂສະເພາະໂຮງຮຽນໃນເວລາຕໍ່ໄປ. ສິ້ນສຸດ, ຮອງລັດຖະມົນຕີໄດ້ຮຽກຮ້ອງໃຫ້ໂຮງຮຽນສືບຕໍ່ສົ່ງເສີມຜົນໄດ້ຮັບທີ່ດີກວ່າ, ແກ້ໄຂຄວາມຫຍຸ້ງຍາກ ແລະ ຄວາມຈໍາກັດທີ່ຍັງຄ້າງຢູ່, ພ້ອມກັນນັ້ນຮອງລັດຖະມົນຕີໄດ້ມອບໜ້າວຽກໃຫ້ບັນດາອົງການ ແລະ ໜ່ວຍງານທີ່ຂຶ້ນກັບກະຊວງຍຸຕິທໍາ ສືບຕໍ່ຈັດຕັ້ງການສົມທົບ, ຊ່ວຍເຫຼືອໂຮງຮຽນກົດໝາຍຊັ້ນກາງດົ່ງເຮິຍ ສືບຕໍ່ໃຫ້ດີວຽກງານຄັດເລືອ, ຄຸ້ມຄອງ, ສຶກສາ ຢ່າງມີຄຸນນະພາບ. ສຳເລັດຢ່າງດີໜ້າທີ່ຮ່ວມມືໃນການສ້າງຊັບພະຍາກອນມະນຸດດ້ານກົດໝາຍມີຄຸນນະພາບໃຫ້ປະເທດລາວ, ປະກອບສ່ວນປະຕິບັດສຳເລັດຜົນແຜນການຮ່ວມມືລະຫວ່າງກະຊວງຍຸຕິທໍາສ.ສ ຫວຽດນາມ ແລະ ກະຊວງຍຸຕິທໍາ ສ.ປ.ປ ລາວ ໃນດ້ານກົດຫມາຍ ແລະ ຍຸຕິທໍາ, ສົ່ງເສີມຄວາມສາມັກຄີ, ມິດຕະພາບ ແລະ ການຮ່ວມມືລະຫວ່າງສອງກະຊວງ, ສອງລັດ./.