ພິທີຮັບສະໝັກສະມາຊິກຊາວໜູ່ມໃໝ່
- ຄັ້ງທີສອງ - 04/01/2021 04:15
- |ພິມອອກ
- |Đóng cửa sổ này

ພິທີດັ່ງກ່າວໄດ້ດຳເນີນໄປດ້ວຍບັນຍາກາດອັນສະຫງ່າລາສີໂດຍມີການເຂົ້າຮ່ວມຂອງສະຫາຍ ຫງວຽນ ແທງ ເຕີນ - ເລຂາຄະນະຊາວໜຸ່ມ, ບັນດາຄູອາຈານໃນຄະນະບໍລິຫານງານຄະນະຊາວໜຸ່ມ, ຄູປະຈຳຫ້ອງ ແລະຊາວໜຸ່ມດີເດັ່ນ 120 ຄົນໄດ້ຮັບສະໝັກສະມາຊິກຊາວໜູ່ມໃໝ່.

ພາຍຫຼັງພິທີເຄົາລົບທຸງຊາດ, ສະຫາຍ ຫວໍ ທີ້ ທູ ຮັ່ງ - ກຳມະການຄະນະບໍລິຫານງານຊາວໜຸ່ມ ຂອງໂຮງຮຽນໄດ້ສະຫລຸບຂະບວນການພະຍາຍາມ ແລະຝຶກຝົນຂອງບັນດາຊາວໜູ່ມບັນດາຫ້ອງຮຽນ ສົກຮຽນ 8, ສົກຮຽນ 9 ແລະປະກາດການຕັດສິນໃຈເຫັນຊອບອະນຸມັດຮັບສະໝັກສະມາຊິກ ຊາວໜຸ່ມໃໝ່ ສຳລັບຊາວໜູ່ມດີເດັ່ນ 120 ຄົນ.

ປະຕິບັດຕາມໂຄງການ, ສະຫາຍ ຫງວຽນ ແທງ ເຕີນ - ເລຂາຄະນະຊາວໜຸ່ມໄດ້ຄຳປາໄສ, ມອບໝາຍໜ້າທີ່ໃຫ້ສະມາຊິກຊາວໜູ່ມໃໝ່, ຈຳຕ້ອງສະແດງໃຫ້ເຫັນເຖີງການນຳພາທີ່ບໍ່ຢ້ານກົວຕໍ່ ຄວາມທຸກຍາກ, ປະຕິບັດບັນດາເຄື່ອນໄຫວທີ່ດີ, ເຝິກຝົນກ່ຽວກັບຄຸນສົມບັດທ່າທາງ, ພະຍາຍາມຮຽນຮູ້ເພື່ອ ເຂົ້າໃຈແຈ້ງຄວາມຮູ້ເພື່ອສ້າງອາຊີບຂອງມື້ອື່ນ.

ພິທີຮັບສະໝັກສະມາຊິກຊາວໜູ່ມໃໝ່ໄດ້ດຳເນີນໄປດ້ວຍບັນຍາກາດທີ່ສະຫງ່າຜ່າເຜີຍ, ຈິງຈັງ, ຕາມພິທີການຖືກຕ້ອງ, ເຮັດໃຫ້ຄວາມຊົງຈຳຂອງສະມາຊິກຊາວໜຸ່ມແຕ່ລະຄົນມີຄວາມພາກພູມໃຈ, ເຮັດໃຫ້ສະມາຊິກຊາວໜຸ່ມມີຄວາມຮັບຜິດຊອບ, ເຈດຈຳນົງສູ້ຊົນຢ່າງບໍ່ຢຸດຢັ້ງລຸກຂຶ້ນທີ່ຈະກາຍເປັນ ເດັກທີ່ດີ, ນັກຮຽນເກັ່ງ, ເປັນເຈົ້າຂອງປະເທດໃນອະນາຄົດ.