ພິທີໄຂສົກຮຽນຫ້ອງຮຽນບຳລຸງນັກວິຊາການຕົ້ນຕໍເປີດຢູ່ໂຮງຮຽນກົດໝາຍຊັ້ນກາງ ດົ່ງ ເຮີຍ
- ທີສາມ - 18/02/2020 14:33
- |ພິມອອກ
- |Đóng cửa sổ này

ເຂົ້າຮ່ວມພິທີມີ ຮສຈ. ປອ ຫງວຽນ ມີງ ເຟືອງ, ຮອງອະທິການບໍດີມະຫາວິທະຍາໄລພາຍໃນ ຮ່າ ໂນ້ຍ, ປະລິນຍາໂທ ຫວໍ ຄັກ ຮວານ - ອຳນວຍການໂຮງຮຽນກົດໝາຍຊັ້ນກາງ ດົ່ງ ເຮີຍ, ພ້ອມດ້ວຍບັນດາຄູອາຈານຄຸ້ມຄອງຫ້ອງຮຽນ ແລະ ນັກສໍາມະນາກອນ 70 ຄົນ ເຂົ້າຮ່ວມຫ້ອງຮຽນ

ກ່າວຄຳປາໄສທີ່ພິທີໄຂສົກຮຽນ, ຮສຈ. ປອ ຫງວຽນ ມີງ ເຟືອງ ໄດ້ກ່າວຢ່າງຈະແຈ້ງເເຖິງຈຸດປະສົງ, ຄວາມໝາຍ ຂອງການຝຶກອົບຮົມ, ສຶກສາທົ່ວໄປສຳລັບໜ້າທີ່ກໍ່ສ້າງບຸກຄະລາກອນທີ່ຄວາມເປັນມືອາຊີບ, ພະນັກງານ, ລັດຖະກອນ ແລະ ຂ້າລັດຖະກອນມີຄຸນສົມບັດ, ລະດັບ, ຄວາມສາມາດທີ່ພຽງພໍ, ຕອບສະໜອງ ຄວາມຮຽກຮ້ອງຕ້ອງການໃນການພັດທະນາຂອງປະເທດ ແລະການເຊື່ອມໂຍງສາກົນ. ການຈັດຕັ້ງຫ້ອງຮຽນບຳລຸງນັກວິຊາການຕົ້ນຕໍເພື່ອປະກອບ, ອັບເດດ, ເພີ່ມເຕີມຄວາມຮູ້, ທັກສະຄຸ້ມຄອງບໍລິຫານຂອງລັດ, ປະກອບສ່ວນເຂົ້າໃນມາດຕະຖານ, ຍົກສູງຄຸນນະພາບການຄຸ້ມຄອງຂອງ ພະນັກງານ, ລັດຖະກອນ, ຂ້າລັດຖະກອນ.

(ອາຈານ ຫງວຽນ ມີງ ເຟືອງ ຮອງອະທິການບໍດີມະຫາວິທະຍາໄລພາຍໃນ ຮ່າ ໂນ້ຍ)
ຕາງໜ້າໃຫ້ແກ່ຄະນະພັກ, ຄະນະອຳນວຍການໂຮງຮຽນ, ອາຈານ ຫວໍ ຄັກ ຮວານ ໄດ້ຕີລາຄາສູງ ແລະ ຂອບໃຈຕໍ່ຄວາມສົນໃຈ, ການຮ່ວມມືທີ່ມີປະສິດທິຜົນ ຂອງມະຫາວິທະຍາໄລພາຍໃນ ຮ່າ ໂນ້ຍ ໃນໄລຍະຜ່ານມາ, ພ້ອມກັນນັ້ນກໍໄດ້ຮຽກຮ້ອງບັນດາສຳມະນາກອນ ຈັດແຈງວຽກງານເພື່ອເຂົ້າຮ່ວມ ຫ້ອງຮຽນຖືກເວລາ, ຕັ້ງໜ້າຮັບເອົາ, ເຂົ້າໃຈແຈ້ງຄວາມຮູ້ໃນຫ້ອງຮຽນ ແລະ ສຳເລັດຫຼັກສູດເພື່ອມີຜົນດີ ທີ່ສຸດ.

(ອາຈານ ຫວໍ ຄັກ ຮວານ - ອຳນວຍການໂຮງຮຽນກົດໝາຍຊັ້ນກາງ ດົ່ງ ເຮີຍ)
ກ່າວຄຳປາໄສທີ່ພິທີ, ທ່ານ ຟ້າມ ຮົ່ງ ວຽດ - ຕາງໜ້າໃຫ້ແກ່ນັກສໍາມະນາກອນ ທັງໝົດໃນຫ້ອງຮຽນໄດ້ຂອບໃຈຢ່າງຈິງໃຈສຳ ລັບຄວາມສົນໃຈ ແລະ ສ້າງເງື່ອນໄຂຂອງ ມະຫາວິທະຍາໄລວິທະຍາໄລພາຍໃນ ຮ່າ ໂນ້ຍ ແລະ ໂຮງຮຽນກົດໝາຍຊັ້ນກາງ ດົ່ງ ເຮີຍ, ຕັດສິນໃຈຮໍ່າຮຽນ ຢ່າງຈິງຈັງ, ປະຕິບັດຕາມຂໍ້ກຳນົດຂອງຫ້ອງຮຽນຢ່າງຄົບຖ້ວນ, ປະສົບຜົນສຳເລັດໃນໜ້າ ທີ່ຂອງຫຼັກສູດ.

(ທ່ານ ຟ້າມ ຮົ່ງ ວຽດ - ຕາງໜ້າໃຫ້ແກ່ນັກສໍາມະນາກອນ ທັງໝົດໃນຫ້ອງຮຽນ)
ພິທີດັ່ງກ່າວໄດ້ສິ້ນສຸດລົງໃນບັນຍາກາດທີ່ເບີກບານ ແລະ ມ່ວນຊື່ນ.