ກະຊວງຍຸຕິທຳ ສືບຕໍ່ບູລະນະ ບັນດາຫົວໜ້າກົມໃຫ້ສົມບູນ

ກະຊວງຍຸຕິທຳ ສືບຕໍ່ບູລະນະ ບັນດາຫົວໜ້າກົມໃຫ້ສົມບູນ
ໃນຕອນແລງວັນທີ 20 ມັງກອນ, ທີ່ກອງປະຊຸມຂອງຄະນະກຳມະການຜູ້ນຳຊັ້ນກົມ, ຕາງໜ້າຄະນະ ກຳມະການພັກ, ລັດຖະມົນຕີກະຊວງຍຸຕິທຳ ເລ ແທ່ງ ລອງ, ໄດ້ມອບຂໍ້ຕົກລົງວ່າດ້ວຍການຍົກຍ້າຍ ແລະ ແຕ່ງຕັ້ງຜູ້ນຳຊັ້ນກົມໃຫ້ພະນັກງານ 06 ທ່ານ.
ຕາມນັ້ນ, ທ່ານລັດຖະມົນຕີໄດ້ມອບຂໍ້ຕົກລົງແຕ່ງຕັ້ງບັນດາສະຫາຍຕໍ່ໄປນີ້:
ທ່ານ ຫງວຽນ ກຽນ ລຽນ, ຫົວໜ້າ ຫ້ອງກົດໝາຍ, ການຈັດຕັ້ງກົງຈັກຂອງລັດ, ກົມກົດໝາຍອາຍາ - ການປົກຄອງຮັບຕຳແໜ່ງເປັນຮອງຫົວໜ້າກົມກົດໝອາຍາ - ການປົກຄອງ;
ສະຫາຍ ຫງວຽນ ທີ້ ທູ ຮັງ, ຫົວໜ້າ ຫ້ອງຄຸ້ມຄອງວິຊາຊີບ, ກົມທະບຽນແຫ່ງຊາດພົວພັນແລກປ່ຽນ ຮັບປະກັນ ຮັບຕຳແໜ່ງ ເປັນຮອງຫົວໜ້າກົມທະບຽນແຫ່ງຊາດພົວພັນແລກປ່ຽນ ຮັບປະກັນ;
ທ່ານ ຫງວຽນ ຢຽວ ທັງ, ຫົວໜ້າ ຫ້ອງປະມວນກົດໝາຍ ແລະ ໂຮມເຂົ້າເປັນອັນໜຶ່ງອັນດຽວ ເອກະສານນິຕິກຳ, ກົມກວດກາເອກະສານນິຕິກຳ ຮັບຕຳແໜ່ງເປັນຮອງຫົວໜ້າ ກົມກວດກາ ເອກະສານນິຕິກຳ;
ທ່ານ ຟ້າມ ວັນ ລາມ, ຫົວໜ້າຫ້ອງຄິດໄລ່ບັນຊີສັງລວມ, ກົມແຜນການ - ການເງິນຮັບຕຳແໜ່ງ ເປັນຮອງຫົວໜ້າ ກົມແຜນການ- ການເງິນ;
ທ່ານ ຫວໍ ຄັກ ຮວານ, ກສາການ ອໍານວຍການໂຮງຮຽນກົດໝາຍຊັ້ນກາງ ດົງເຫີຍ, ຮັບຕຳແໜ່ງເປັນອຳນວຍການໂຮງຮຽນກົດໝາຍຊັ້ນກາງ ດົງເຫີຍ;
ທ່ານ ຟ້າມ ຫງອກ ຟູ, ຫົວໜ້າ ສູນສະໜັບສະໜູນ, ພິມຈຳໜ່າຍ ແລະ ເຜີຍແຜ່ປື້ມກົດໝາຍ, ສຳ ນັກພິມຈຳໜ່າຍຍຸຕິທຳ ນະຄອນໂຮ່ຈີມິນໄດ້ຍົກຍ້າຍເຂົ້າກົມການແຂ່ງຂັນ - ໃຫ້ລາງວັນ ແລະ ຮັບຕຳແໜ່ງເປັນຮອງຫົວໜ້າ ກົມການແຂ່ງຂັນ - ໃຫ້ລາງວັນ.
ຢັ້ງຢືນວ່າຂະບວນການແຕ່ງຕັ້ງໄດ້ປະຕິບັດ ຕາມລະບຽບການ, ລັດຖະມົນຕີກະຊວງ ເລ ແທ່ງ ລອງ ຊົມເຊີຍບັນດາພະນັກງານທີ່ໄດ້ແຕ່ງຕັ້ງ ແລະ ຍົກຍ້າຍໃນມື້ນີ້. ໂດຍເນັ້ນໜັກເຖິງຄວາມສຳ ຄັນຂອງແຕ່ລະໜ່ວຍງານທີ່ພະນັກງານໄດ້ຮັບການແຕ່ງຕັ້ງ ແລະຍົກຍ້າຍໃຫ້ເຮັດວຽກໃນໄລຍະນີ້, ທ່ານລັດຖະມົນຕີຫວັງວ່າ, ໃນຕຳແໜ່ງໃໝ່, ບັນດາສະຫາຍຈະສືບຕໍ່ສົ່ງເສີມປະສົບການ, ວິຊາສະເພາະ, ຄວາມສາມາດການຄຸມຄອງພ້ອມດ້ວຍຫົວໜ້າໜ່ວຍ ງານສືບຕໍ່ປະກອບສ່ວນເຂົ້າໃນ ການພັດທະນາໂດຍລວມຂອງກະຊວງ, ພະແນກໃນສະພາບການວຽກງານໜ້າທີ່ຂອງກະຊວງ ນັບມື້ນັບມີຫຼາຍວຽກງານແລະມີຄວາມສັບສົນ.
ດ້ວຍຄວາມເຊື່ອຖືຂອງບັນດາການນຳກະຊວງ, ໃນນາມຕາງໜ້າໃຫ້ພະນັກງານ 06 ທ່ານທີ່ໄດ້ຮັບ ຂໍ້ຕົກລົງ, ທ່ານ ຫງວຽນ ກຽນ ລຽນ ໄດ້ ຂອບໃຈບັນດາການນຳ ກະຊວງທີ່ໄດ້ໃຫ້ການຊ່ວຍເຫຼືອ, ສະໜັບສະໜູນ, ພ້ອມກັນນັ້ນເຫັນໄດ້ຈະແຈ້ງນີ້ແມ່ນບັນດາຕຳແໜ່ງທີ່ສຳຄັນ, ຕ້ອງສືບຕໍ່ບຸກບືນຫຼາຍ ແລະໃຫ້ຄຳໝັ້ນສັນຍາທີ່ຈະພະຍາຍາມປັບປຸງຕົນເອງ, ຮ່ວມກັນເພື່ອຜ່ານຜ່າຄວາມຫຍຸ້ງຍາກ, ປະກອບສ່ວນເຂົ້າໃນການພັດທະນາໂດຍລວມຂອງກະຊວງ, ພະແນກ.
ບາງຮູບໃນພິທີມອບຂໍ້ຕົກລົງ:
 










ເຈົ້າຂອງກະທູ້: Nguyen Huong

Nguồn tin: ແຫຼ່ງຂໍ້ມູນ: ປະຕູເວັບໄຊຕ໌ຂອງກະຊວງຍຸຕິທຳ (www.moj.gov.vn)