ຄະນະຜູ້ແທນສະພາແຫ່ງຊາດແຂວງ ກວາງ ບິ່ງ ມອບທຶນການສຶກສາໃຫ້ນັກຮຽນທຸກຍາກແຕ່ ຜ່ານຜ່າຄວາມຫຍຸ້ງຍາກ
- ວັນພະຫັດ - 09/07/2020 09:57
- |ພິມອອກ
- |Đóng cửa sổ này


ເຂົ້າຮ່ວມພິທີ, ມີທ່ານ ເລ ຮົ່ງ ຟອງ, ຮອງຫົວໜ້າຫ້ອງການຄະນະຜູ້ແທນສະພາແຫ່ງຊາດແຂວງ ກວາງ ບິ່ງ; ອາຈານ ຫວໍ ຄັກ ຮວານ, ເລຂາຄະນະພັກ, ຜູ້ອຳນວຍການໂຮງຮຽນ ພ້ອມດ້ວຍ ບັນດາພະນັກງານ, ຄູອາຈານ ແລະນັກຮຽນທັງໝົດໃນໂຮງຮຽນ.

ຢູ່ໃນພິທີ, ໃນນາມຕາງໜ້າຄະນະຜູ້ແທນສະພາແຫ່ງຊາດແຂວງ ກວາງ ບິ່ງ, ທ່ານ ເລ ຮົ່ງ ຟອງ, ຮອງຫົວ ໜ້າຫ້ອງການໄດ້ມອບທຶນການສຶກສາ 40 ທຶນ, ແຕ່ລະທຶນມີມູນຄ່າ 1.000.000ດົ່ງ (ໜຶ່ງ ລ້ານດົ່ງ) ໃຫ້ແກ່ນັກຮຽນມີສະພາບການທຸກຍາກແຕ່ວ່າຮູ້ວິທີການທີ່ດີເລີດໃນການຮຽນຮູ້. ທຶນການ ສຶກສາດັ່ງກ່າວແມ່ນແຫຼ່ງກຳລັງໃຈຈິດໃຈອັນໃຫຍ່ຫຼວງ, ຊ່ວຍໃຫ້ບັນດານັກຮຽນມີແຮງຈູງໃຈ ເພື່ອບຸກບືນ, ສູ້ຊົນໃນການຮ່ຳຮຽນ.

ພ້ອມນີ້ໃນພິທີດັ່ງກ່າວ, ອາຈານ ຫວໍ ຄັກ ຮວານ, ເລຂາຄະນະພັກ, ຜູ້ອຳນວຍການໂຮງຮຽນ ໃນນາມຕາງໜ້າໃຫ້ແກ່ພະນັກງານ, ຄູອາຈານ ແລະນັກຮຽນທຸກຄົນໄດ້ສົ່ງຄຳຂອບໃຈຢ່າງຈີງໃຈ ແລະເລິກເຊິ່ງທີ່ສຸດມາຄະນະຜູ້ແທນສະພາແຫ່ງຊາດແຂວງ ກວາງ ບີ່ງ ແລະຫວັງວ່າຈະສືບຕໍ່ໄດ້ຮັບ ຄວາມເອົາໃຈໃສ່, ການສະໜັບສະໜູນ ແລະການເປັນເພື່ອນຂອງຄະນະ ກັບໂຮງຮຽນໃນເສັ້ນທາງ ພັດທະນາທີ່ຈະມາເຖິງ. ພ້ອມດຽວກັນນີ້, ອາຈານຍັງໄດ້ປຸກລະດົມ, ສົ່ງເສີມໃຫ້ນັກຮຽນສືບຕໍ່ ພະຍາຍາມ, ສູ້ຊົນເພື່ອໃຫ້ໄດ້ຮັບຜົນສຳເລັດໃນການຮ່ຳຮຽນ ແລະການຝຶກຝົນ ຫຼໍຫຼອມ, ໃຫ້ສົມກັບ ຄວາມໄວ້ເນື້ອເຊື່ອໃຈ ແລະຄວາມຄາດຫວັງຈາກຄອບຄົວ ແລະຄູອາຈານ.