ພິທີເປີດຫ້ອງບຳລຸງຊັ້ນວິຊາການແລະ ຫ້ອງບຳລຸງທັກສະໃນການນຳພາ, ບໍລິຫານຊັ້ນຫ້ອງການເປີດຂື້ນທີ່ວິທະຍາໄລກົດໝາຍພາກກາງ.

ພິທີເປີດຫ້ອງບຳລຸງຊັ້ນວິຊາການແລະ ຫ້ອງບຳລຸງທັກສະໃນການນຳພາ, ບໍລິຫານຊັ້ນຫ້ອງການເປີດຂື້ນທີ່ວິທະຍາໄລກົດໝາຍພາກກາງ.
ຕອນເຊົ້າວັນທີ 10/10/2020, ທາງໂຮງຮຽນໄດ້ປະສານສົມທົບກັບມະຫາວິທະຍາໄລພາຍໃນຮ່າໂນ້ຍຈັດພິທີເປີດຫ້ອງບຳລຸງຊັ້ນວິຊາການແລະ ຫ້ອງບຳລຸງທັກສະໃນການນຳພາ, ບໍລິຫານຊັ້ນຫ້ອງ.
ເຂົ້າຮ່ວມພິທີເປີດມີທ່ານ ຮອງສາດສະດາຈານ ດຣ. ຫງວຽນ ມິງ ເຟືອງ, ອະດີດຮອງອຳນວຍການມະຫາວິທະຍາໄລພາຍ ໃນຮ່າໂນ້ຍ, ທ່ານນາງ ປທ. ແກັວດ ທີ້ ເຮືອງ ຢາງ - ຫົວໜ້າສູນໃຫ້ຄຳປຶກສາດ້ານກົດ ໝາຍແລະ ບຳລຸງໄລຍະສັ້ນ, ວິທະຍາໄລກົດໝາຍພາກກາງແລະ ຄູອາຈານ, ນັກສຳມະນາກອນຂອງ 02 ຫ້ອງຫລາຍກວ່າ 100 ຄົນ.
ກ່າວເປີດທີ່ພິທີ ທ່ານ ຮອງສາດສະດາຈານ ດຣ. ຫງວຽນ ມິງ ເຟືອງ ຍິນດີທີ່ໄດ້ຕ້ອນຮັບນັກສຳມະນາກອນທີ່ເຂົ້າຮ່ວມບັນດາຫ້ອງຮຽນ; ເນັ້ນໜັກເຖິງຈຸດປະສົງແລະ ຄວາມໝາຍຄວາມສຳຄັນຂອງການອັບເດດແລະ ບຳລຸງຄວາມຮູ້ໃຫ້ພະນັກງານ, ລັດຖະກອນໃນວຽກງານຂອງລັດ, ໃນນັ້ນມີການບຳລຸງຕາມຕຳແໜ່ງ, ຕາມຖານະຂອງວຽກງານ ແມ່ນຄວາມຮຽກຮ້ອງຕ້ອງການ ທີ່ສຳຄັນ. ຫວັງວ່າ, ດ້ວຍຜ່ານຫຼັກສູດນີ້, ນັກສຳມະນາກອນຈະໄດ້ອັບເດດ, ເພີ່ມຄວາມຮູ້ແລະ ນຳໃຊ້ເຂົ້າໃນການແກ້ໄຂວຽກງານຕົວຈິງ.
ຕ່າງໜ້າທາງໂຮງຮຽນ, ທ່ານນາງ ປທ. ແກັວດ ທີ້ ເຮືອງ ຢາງ ໄດ້ກ່າວຄຳຂອບໃຈແລະ ຕີລາຄາສູງສຳລັບການປະສານງານທີ່ມີປະສິດຕິຜົນຂອງມະຫາວິທະຍາໄລພາຍໃນຮ່າໂນ້ຍໃນໄລຍະເວລາຜ່ານມານີ້, ພ້ອມດຽວກັນນີ້, ຍັງໄດ້ສະເໜີສົ່ງເສີມໃຫ້ນັກສຳມະນາກອນເສີມຂະຫຍາຍສະຕິຕື່ນຕົວ, ຄວາມຮັບຜິດຊອບ. ຕັ້ງໜ້າເຂົ້າຮ່ວມການສຶກສາຢ່າງຫ້າວຫັນ, ຄົບຖ້ວນຕາມເນື້ອໃນຂອງຫຼັກສູດແລະ ປະຕິບັດຕາມກົດລະບຽບແລະ ລະບຽບການຄົ້ນຄວ້າຮຳ່ຮຽນຢ່າງເຂັ້ມງວດ.
ກ່າວຄຳເຫັນທີ່ພິທີ, ທ່ານ ໂຮ່ ຢູຍ ຮ່ວານ - ຕາງໜ້າໃຫ້ນັກສຳມະນາກອນຂອງທັງສອງຫ້ອງ, ຂໍຂອບໃຈຢ່າງຈິງໃຈສຳລັບການເອົາໃຈໃຊ້ແລະ ສ້າງທຸກເງື່ອນໄຂເພື່ອໃຫ້ນັກສຳມະນາກອນໄດ້ມີໂອກາ້ເຂົ້າຮ່ວມຫຼັກສູດ, ຈະພະຍະຍາມຄົ້ນຄວ້າຮໍ່າ ຮຽນຢ່າງຈິງຈັງ, ປະຕິບັດຕາມກົດລະບຽບຂອງຫ້ອງຮຽນຢ່າງຄົບຖ້ວນ, ສຳເລັດບັນດາໜ້າທີ່ຕາມຫຼັກສູດຢ່າງຈົບງາມ.

ເຈົ້າຂອງກະທູ້: Anh Tú