ນັກຄົ້ນຄວ້າປະລິນຍາເອກ ເລ ວັນ ດຶກ ປ້ອງກັນປະສົບຜົນສຳເລັດວິທະຍານິພົນປະລິນຍາເອກ ທີ່ມະຫາວິທະຍາໄລກົດໝາຍ ຮ່າ ໂນ້ຍ

ນັກຄົ້ນຄວ້າປະລິນຍາເອກ ເລ ວັນ ດຶກ ປ້ອງກັນປະສົບຜົນສຳເລັດວິທະຍານິພົນປະລິນຍາເອກ ທີ່ມະຫາວິທະຍາໄລກົດໝາຍ ຮ່າ ໂນ້ຍ
ນັກຄົ້ນຄວ້າປະລິນຍາເອກ ເລ ວັນ ດຶກ ປ້ອງກັນປະສົບຜົນສຳເລັດວິທະຍານິພົນປະລິນຍາເອກ ທີ່ມະຫາວິທະຍາໄລກົດໝາຍ ຮ່າ ໂນ້ຍ
ໄດ້ປ້ອງກັນປະສົບຜົນສຳເລັດວິທະຍານິພົນປະລິນຍາເອກສະເພາະຂະແໜງງານ ກົດໝາຍເສດຖະກິດ, ເລກລະຫັດ: 9 38 01 07, ທີ່ມະຫາວິທະຍາໄລກົດໝາຍ ຮ່າ ໂນ້ຍ.
ຫົວເລື່ອງຂອງວິທະຍານິພົນ: "ກົດໝາຍວ່າດ້ວຍການທົດແທນຄ່າເສຍຫາຍໃນການພົວພັນແຮງງານຢູ່ ຫວຽດ ນາມ". (“Law on compensation for damages in labor relations in Vietnam”).
ສະເພາະຂະແໜງງານ: 9 38 01 07
ຜູ້ແນະນຳວິທະຍາສາດ:
1. ຮສຈ. ປອ ຫງວຽນ ຮີວ ຈີ;
2. ຮສຈ. ປອ ເຈີ່ນ ທີ້ ທຸຍ ເລີມ.
ສະພາໃຫ້ຄະແນນວິທະຍານິພົນປະກອບມີບັນດາສະມາຊິກ:
1. ຮສຈ. ປອ ດ່າວ ທີ້ ຮັ່ງ, ສະຖາບັນມະຫາວິທະຍາໄລ ຮ່າ ໂນ້ຍ ເປີດ, ປະທານສະພາ.
2. ປອ. ໂດ້ ທີ້ ຢູງ, ມະຫາວິທະຍາໄລ ຮ່າ ໂນ້ຍ, ເລຂາສະພາ.
3. ປອ. ຫງວຽນ ວັນ ບີ່ງ, ກະຊວງແຮງງານ – ທະຫານເສຍອົງຄະ ແລະ ສັງຄົມ, ຜູ້ຕີລາຄາຄຸນນະພາບທີ 1.
4. ປອ. ຟ້າມ ທີ້ ທຸຍ ງາ, ສະຖາບັນລັດ ແລະ ກົດໝາຍ, ຜູ້ຕີລາຄາຄຸນນະພາບທີ 2.
5. ຮສຈ. ປອ ຫວູ ທີ້ ຮົ່ງ ເວີນ, ຄະນະກົດໝາຍ, ມະຫາວິທະຍາໄລໄອຍະການ, ຜູ້ຕີລາຄາຄຸນນະພາບທີ 3.
6. ປອ. ຫງວຽນ ທີ້ ເທີມ, ສານປະຊາຊົນຊັ້ນສູງທີ່ ຮ່າ ໂນ້ຍ, ກຳມະການສະພາ.
7. ປອ.ໂດ້ ເງີນ ບີ່ງ, ມະຫາວິທະຍາໄລກົດໝາຍ ຮ່າ ໂນ້ຍ, ກຳມະການສະພາ.
ສະພາໃຫ້ຄະແນນວິທະຍານິພົນໄດ້ໄດ້ດຳເນີນລົງຄະແນນສຽງ, ຜົນ 7/7ບັດຄະແນນສຽງເຫັນດີ. ສະພາໄດ້ສະເໜີຢ່າງເປັນເອກະພາບວ່າມະຫາວິທະຍາໄລກົດໝາຍ ຮ່າ ໂນ້ຍ ມອບໃບປະລິນຍາເອກດ້ານກົດ ໝາຍ ໃຫ້ນັກຄົ້ນຄວ້າປະລິນຍາເອກ ເລ ວັນ ດຶກ ພາຍຫລັງໄດ້ຮັບເອົາ, ປັບປຸງບັນດາເນື້ອໃນປະກອບຄຳເຫັນ ຂອງສະພາ.
ນັກຄົ້ນຄວ້າປະລິນຍາເອກ ເລ ວັນ ດຶກ ສະແດງວິທະຍານິພົນ
ບັນດາເນື້ອໃນຕົ້ນຕໍຂອງວິທະຍານິພົນ:
ຕິລາຄາໂດຍສັງເຂັບສະພາບການຄົ້ນຄວ້າທີ່ກ່ຽວຂ້ອງກັບຫົວເລື່ອງວິທະຍານິພົນ; ຊີ້ໃຫ້ເຫັນບັນດາຈຸດທີ່ ຍັງຄົງຄ້າງຕ້ອງໄດ້ຄົ້ນຄວ້າ, ບັນດາຈຸດສົມເຫດສົມຜົນເພື່ອສືບທອດໃນຂະບວນ ການຄົ້ນຄວ້າເພື່ອຂະຫຍາຍ ທິດທາງການຄົ້ນຄວ້າ ແລະ ບັນລຸເປົ້າໝາຍທີ່ວາງໄວ້. ວິເຄາະ ແລະ ຫັນເປັນລະບົບ ບັນດາບັນຫາທິດສະດີ ກ່ຽວກັບການທົດແທນຄ່າເສຍຫາຍໃນການພົວພັນແຮງງານພາຍໃຕ້ແງ່ກົດໝາຍ; ພ້ອມດຽວກັນນີ້, ຊີ້ໃຫ້ເຫັນຢ່າງຈະແຈ້ງການປັບປຸງກົດໝາຍວ່າດ້ວຍການທົດແທນຄ່າເສຍຫາຍໃນການພົວພັນແຮງງານ, ໃນນັ້ນມີຄວາມແຕກຕ່າງລະຫວ່າງການທົດແທນຄ່າເສຍຫາຍໃນຂົງເຂດແຮງງານກັບບັນດາຂົງເຂດອື່ນໆ. ຄົ້ນຄວ້າສະພາບຕົວຈິງກົດໝາຍ ຫວຽດ ນາມ ທີ່ພວມນຳໃຊ້ກ່ຽວກັບການທົດແທນ ຄ່າເສຍຫາຍ ໃນການພົວພັນແຮງງານ ແລະ ການຈັດຕັ້ງປະຕິບັດຕົວຈິງຄື: ທົດແທນຄ່າເສຍຫາຍສຳລັບ ການລະເມີດ ສັນຍາແຮງງານ; ທົດແທນຄ່າເສຍຫາຍກ່ຽວກັບຊີວິດ, ສຸຂະພາບໃຫ້ແກ່ລູກຈ້າງ ແລະ ທົດແທນຄ່າເສຍຫາຍ ກ່ຽວກັບຊັບສິນໃຫ້ແກ່ນາຍຈ້າງ. ຈາກການຈັດຕັ້ງປະຕິບັດຕົວຈິງນັ້ນ, ອອກບັນດາຮຽກຮ້ອງ ແລະ ສະເໜີ ແນະ ເພື່ອສົມບູນແບບກົດໝາຍກ່ຽວກັນທົດແທນຄ່າເສຍຫາຍໃນການພົວພັນແຮງງານ.
ຂໍ້ມູນສັງລວມກ່ຽວກັບການປະກອບສ່ວນໃໝ່ຂອງວິທະຍານິພົນ:
ແມ່ນຄົງການວິທະຍາສາດຄົ້ນຄວ້າຈຳເພາະຄົ້ນຄວ້າຢ່າງພໍສົມຄວນຮອບດ້ານ ແລະ ມີ ລະບົບກ່ຽວກັບ ກົດໝາຍທົດແທນຄ່າເສຍຫາຍໃນການພົວພັນແຮງງານ, ວິທະຍານິພົນມີບັນດາປະກອບສ່ວນໃໝ່ດັ່ງນີ້:
ທີໜື່ງ, ວິທະຍານິພົນເຮັດໃຫ້ບັນດາບັນຫາທິດສະດີພື້ນຖານກ່ຽວກັບທົດແທນຄ່າເສຍຫາຍ ແລະ ກົດໝາຍ ກ່ຽວກັບທົດແທນຄ່າເສຍຫາຍໃນການພົວພັນແຮງງານມີຄວາມເລີກເຊິ່ງ, ຄື: ນິຍາມ, ລັກສະນະ, ຄວາມໝາຍ, ແບ່ງປະເພດຂອງທົດແທນຄ່າເສຍຫາຍ ແລະ ນິຍາມ, ບົດບາດ, ຫຼັກການ, ເນື້ອໃນການປັບປຸງ ກົດໝາຍກ່ຽວກັບທົດແທນຄ່າເສຍຫາຍໃນການພົວພັນແຮງງານ; ແຕ່ນັ້ນປະກອບສ່ວນກໍ່ສ້າງ ແລະ ສ້າງພື້ນຖານທິດສະດີໃຫ້ສົມບູນແບບ ກ່ຽວກັບກົດໝາຍ ວ່າດ້ວຍການທົດແທນຄ່າເສຍຫາຍໃນການພົວພັນ ແຮງງານຢູ່ຫວຽດນາມ.
ທີສອງ, ວິທະຍານິພົນໃຫ້ຫັນສະບັນດາກຳນົດ ແລະ ຕົງຈິງໃນການປະຕິບັດກົດໝາຍ ແຮງງານກ່ຽວກັບ ການທົດແທນຄ່າເສຍຫາຍໃນການພົວພັນແຮງງານຂອງອົງການແຮງງານສາກົນ ແລະ ກົດ ໝາຍຂອງບັນດາ ປະເທດໃນໂລກ, ວິເຄາະ ແລະ ຊີ້ແຈ້ງບັນດາປະສົບການ, ສ້າງພື້ນຖານສຳຄັນເພື່ອສົມທຽບ ຕິລາຄາກົດໝາຍ ແຮງງານຂອງ ຫວຽດ ນາມ ພວມນຳໃຊ້ ແລະ ທາບທາມໃນຂະບວນປັບປຸງກົດໝາຍ ວ່າດ້ວຍການທົດແທນ ຄ່າເສຍຫາຍໃນການພົວພັນແຮງງານຢູ່ປະເທດຂອງພວກເຮົາ.
ທີສາມ, ອີງຕາມພື້ນຖານການວິເຄາະສະພາບຕົວຈິງກົດໝາຍກ່ຽວກັບທົດແທນຄ່າເສຍຫາຍໃນການພົວພັນ ແຮງງານຢູ່ ຫວຽດ ນາມ ພວມນຳໃຊ້ຕາມເນື້ອໃນລະອຽດ: ທົດແທນຄ່າເສຍຫາຍນເວລາຢຸດຕິສັນຍາ ແຮງງານຜິດກຳນົດຂອງກົດໝາຍ ແລະ ຂໍ້ຕົກລົງຂອງບັນດາຝ່າຍຕ່າງໆ; ທົດແທນຄ່າເສຍຫາຍທີ່ເກີດຈາກ ອຸປະຕິເຫດແຮງງານ, ພະຍາດອາຊີບ ແລະ ທົດແທນຄ່າເສຍຫາຍທີ່ກ່ຽວຂ້ອງກັບຊັບສິນຂອງນາຍຈ້າງ; ແຕ່ນັ້ນ, ຊີ້ໃຫ້ເຫັນໝາກຜົນທີ່ບັນລຸໄດ້, ບັນດາຈຸດບໍ່ພຽງພໍໃນລະບົບຂໍ້ມູນເອກະສານທີ່ເປັນລາຍອັກສອນ ໃນຂະບວນຈັດຕັ້ງປະຕິບັດກ່ຽວກັບການທົດແທນຄ່າເສຍຫາຍໃນການພົວພັນແຮງງານ; ແຕ່ນັ້ນ, ມັນເປັນພື້ນຖານໃຫ້ແກ່ການອອກບັນດວິທີການາແກ້ໄຂເຮັດໃຫ້ກົດໝາຍ ທີ່ສົມບູນກ່ຽວກັບການທົດແທນ ຄ່າເສຍຫາຍໃນການພົວພັນແຮງງານຢູ່ຫວຽດນາມ.
ທີສີ່, ວິທະຍານິພົນສະແດງຄວາມຕ້ອງການຕ້ອງສົມບູນ, ບັນດາຮຽກຮ້ອງຕ້ອງການສົມບູນ ແລະ ບັນດາ ສະເໜີແນະສົມບູນກົດໝາຍກ່ຽວກັບທົດແທນຄ່າເສຍຫາຍ ແລະ ມີການຫາລືອະທິບາຍດ້ວຍເຫັດຜົນຈະແຈ້ງ ອີງໃສ່ພື້ນຖານວິທະຍາສາດ ແລະ ຕົງຈິງເພື່ອຮັບປະກັນໃຫ້ລະບົບກົດໝາຍ ກ່ຽວກັບທົດແທນຄ່າເສຍຫາຍ ໃນການພົວພັນແຮງງານມີຄວາມສົມບູນກວ່າເກົ່າ. ພ້ອມດຽວກັນນັ້ນ, ຈະອອກບັນດາວິທີການແກ້ໄຂ ເພື່ອຍົກສູງປະສິດທິຜົນຂອງການປະຕິບັດກົດໝາຍ ວ່າດ້ວຍການທົດແທນຄ່າເສຍຫາຍໃນການພົວພັນ ແຮງງານ.
ຜົນຕົ້ນຕໍຂອງຫົວເລື່ອງໄດ້ຖືກລົງພິມໃນ:
- ວາລະສານປະຊາທິປະໄຕ ແລະ ກົດໝາຍ (ອົງການຂອງກະຊວງຍຸຕິທຳ), ISSN: 9866 - 7535, ເລກເດືອນມິຖຸນາ (327) ປີ 2019, ໜ້າ. 43 - 47;
- ວາລະສານອຸດສາຫະກຳ ແລະ ການຄ້າ (ອົງການຂໍ້ມູນທາງທິດສະດີຂອງກະຊວງອຸດສາຫະກຳ ແລະການຄ້າ), ISSN: 0866 - 7756, ເລກທີ 8 ພຶດສະພາ 2019, ໜ້າ. 69 - 73;
- ວາລະສານຄົ້ນຄ້ວານິຕິບັນຍັດ (ສະຖາບັນຄົ້ນຄວ້ານິຕິບັນຍັດຂື້ນກັບຄະນະປະຈຳສະພາແຫ່ງຊາດ), ISSN: 1859 - 253, ເລກທີ 16 (392) ຄັ້ງທີ 2 ສິງຫາ 2019, ໜ້າ 23 - 27.
- ປື້ມຄົ້ນຄວ້າຈຳເພາະ “ສິດທິມະນຸດໃນໄລຍະ 5 ປີປະຕິບັດລັດຖະທຳມະນູນປີ 2013”, ສຳນັກພິມຈຳ ຫນ່າຍມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ, ເດືອນທັນວາ 2019.
- ປະຕູເວັບໄຊຂອງກະຊວງສຶກສາ; ປະຕູເວັບໄຊຂອງມະຫາວິທະຍາໄລກົດໝາຍ ຮ່າ ໂນ້ຍ; ຫໍສະໝຸດ ວິທະຍາໄລກົດໝາຍ ຮ່າ ໂນ້ຍ, ຫໍສະໝຸດແຫ່ງຊາດ; ໜັງສືພິມປະຊາຊົນ, ວັນທີ 17 ມັງກອນ 2020 ...

ເຈົ້າຂອງກະທູ້: Nguyen Huong