ວິທະຍາໄລກົດໝາຍພາກກາງຈັດງານພົບປະສຳມະນາເພື່ອສະເຫຼີມສະຫຼອງວັນຄູຫວຽດນາມ
- ທີສາມ - 08/12/2020 15:57
- |ພິມອອກ
- |Đóng cửa sổ này

ງານພົບປະສຳມະນາເພື່ອແນໃສ່ທົບທວນຄືນມູນເຊື້ອອັນສະຫງ່າງາມ, ຈາກນັ້ນສົ່ງຄວາມຈາລຶກບຸນຄຸນ, ກຽດຕິຍົດແລະ ຄວາມເຄົາລົບນັບຖືມາຍັງອາຈານຂອງວິທະຍາໄລກົດໝາຍພາກກາງບັນດາຮຸ່ນ. ພ້ອມດຽວກັນນີ້, ມັນຍັງເປັນໂອກາດໜຶ່ງທີ່ທາງໂຮງຮຽນໄດ້ໃຫ້ກຽດແກ່ຄູອາຈານທີ່ໄດ້ປະກອບສ່ວນຫຼາຍຢ່າງແລະ ໄດ້ຮັບຜົນງານດີເດັ່ນໃນການສິດສອນແລະ ຄົ້ນຄວ້າວິທະຍາສາດ. ນີ້ກໍ່ແມ່ນໂອກາດເພື່ອໃຫ້ນັກສຶກສາວິທະຍາໄລທຸກຄົນສະແດງມູນເຊື້ອເຄົາລົບນັບຖືຄູອາຈານ, ຈື່ກິນນ້ຳຕ້ອງຄິດຮອດບໍ່ເກີດ, ພ້ອມດຽວກັນນີ້ກໍ່ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ບັນດາຄູອາຈານທີ່ເຄີຍສິດສອນຢູ່ວິທະຍາໄລກົດໝາຍພາກກາງ.

ກ່າວເປີດພິທີ, ອາຈານ Vo Khac Hoan, ເລຂາຄະນະພັກ, ອຳນວຍການໂຮງຮຽນໄດ້ກ່າວຄຳປາໄສເພື່ອສະເຫຼີມສະຫຼອງວັນຄູຫວຽດນາມ, ໃນນັ້ນສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ການນຳກະຊວງຍຸຕິທຳແລະ ການນຳບັນດາແຂວງພາກກາງ ຍາມໃດກໍ່ເອົາໃຈໃສ່ຊີ້ນຳແລະ ສະໜັບສະໜູນ ທາງໂຮງຮຽນໃນໄລຍະທີ່ຜ່ານມາ. ພ້ອມກັນນັ້ນ, ສະແດງຄວາມສາມັກຄີ, ຄວາມຕັດສິນໃຈປັບປຸງຄຸນະພາບການຮຽນ - ການສອນຂອງຄູອາຈານແລະ ນັກຮຽນຢ່າງຕໍ່ເນື່ອງ, ສືບຕໍ່ສົ່ງເສີມຈິດໃຈສາມັກຄີ, ມີຫົວຄິດປະດິດສ້າງ, ສົ່ງເສີມປະຊາທິປະໄຕ, ມັດແໜ້ນລະບຽບວິໄນເພື່ອສ້າງໂຮງຮຽນນັບມື້ນັບຂະຫຍາຍໄປ.