ໂຮງຮຽນກົດໝາຍຊັ້ນກາງດົງເຫີຍເຂົ້າຮ່ວມໃນລາຍການພົບປະແລກປ່ຽນ “ການເປີດສາກໄຊຊະນະຢ່າງເດັດຂາດ”

ໂຮງຮຽນກົດໝາຍຊັ້ນກາງດົງເຫີຍເຂົ້າຮ່ວມໃນລາຍການພົບປະແລກປ່ຽນ “ການເປີດສາກໄຊຊະນະຢ່າງເດັດຂາດ”
ໂດຍຕອບສະໜອງຕາມຄໍາເຊີນຂອງໂຮງຮຽນທະຫານກວ໊າງບີ່ງ, ໃນຕອນກາງຄືນວັນທີ 26/02/2019, ໂຮງຮຽນກົດໝາຍຊັ້ນກາງດົງເຫີຍໄດ້ເຂົ້າຮ່ວມງານສະແດງສິລະປະໃນລາຍການພົບປະແລກປ່ຽນ “ການເປີດສາກໄຊຊະນະຢ່າງເດັດຂາດ” ໂດຍກອງບັນຊາການທະຫານແຂວງກວ໊າງບີ່ງທີ່ຈັດຂຶ້ນ.
      ການເຂົ້າຮ່ວມໃນລາຍການພົບປະແລກປ່ຽນມີບັນດາສາຫາຍໃນຄະນະປະຈໍາພັກ, ກອງບັນຊາການທະຫານແຂວງກວ໊າງບີ່ງ ພ້ອມກັບຫົວໜ້າບັນດາອົງການ, ໜ່ວຍງານທີ່ຂຶ້ນກັບກອງບັນຊາການທະຫານກວ໊າງບີ່ງ. ໂດຍສະເພາະ, ຍັງມີການເຂົ້າຮ່ວມຂອງ 5 ໜ່ວຍງານ ລວມມີ: ຫ້ອງເສນາທິການ; ຫ້ອງພະລາທິການ; ຫ້ອງເຕັກນິກ; ກອງພັນໃຫຍ່ 996 ແລະ ໂຮງຮຽນທະຫານແຂວງກວ໊າງບີ່ງ ພ້ອມກັບບັນດາສະມາຊິກຊາວໜຸ່ມ, ຄູ-ອາຈານທີ່ມາຈາກບັນດາໜ່ວຍງານແຮກສ່ຽວ.

         ໂດຍຮູບການເວທີສະແດງ, ລາຍການພົບປະແລກປ່ຽນ “ການເປີດສາກໄຊຊະນະຢ່າງເດັດຂາດ” ໄດ້ຈັດຂຶ້ນໂດຍກອງບັນຊາການທະຫານກວ໊າງບີ່ງ ທີ່ມີຫົວຂໍ້: ການຝຶກອົບຮົມທີ່ດີ, ລະບຽບວິໄນຢ່າງເຂັ້ມງວດ, ກຽມພ້ອມສູ້ຮົບຢ່າງພິລະອາດຫານ. ອີງຕາມກົດລະບຽບ, ບັນດາທີມຈະໄດ້ຜ່ານຜ່າການສອບເສັງ 3 ສ່ວນຢ່າງທະຍອຍ ລວມມີ: ການສອບເສັງການທັກທາຍ, ການສອບເສັງຄວາມຮູ້ ແລະ ການສອບເສັງເວົ້າເກັ່ງ. 

         ທີ່ການແລກປ່ຽນ, ໂຮງຮຽນກົດໝາຍຊັ້ນກາງດົງເຫີຍມີ 02 ລາຍການສະແດງສິລະປະ ທີ່ໄດ້ເຂົ້າຮ່ວມໃນນີ້ ລວມມີ: ຮ້ອງຄູ່ “ເທີຕິ່ງກົ໊ວນຸ໋ຍ” ແລະ ຟ້ອນ “ທວ໋າງຊວນ” ໂດຍນັກເຕັ້ນລໍາ. ບັນດາລາຍການໄດ້ປະໄວ້ເປັນປະທັບໃຈຢ່າງເລິກເຊິ່ງ ແລະ ໄດ້ຮັບການຍົກຍ້ອງຢ່າງສູງໂດຍຜູ້ຊົມ.

C:\Users\Truong Xuan\Desktop\image1.jpg
ຮູບພາບທີ 1: ຮ້ອງຄູ່ “ເທີຕິ່ງກົ໊ວນຸ໋ຍ”
C:\Users\Truong Xuan\Desktop\image2.jpg

ຮູບພາບທີ 2: ຟ້ອນ “ທວ໋າງຊວນ”

         ນີ້ແມ່ນກິດຈະກໍາທີ່ສໍາຄັນ, ປະກອບສ່ວນໃນການສ້າງຄວາມສາມັກຄີຢ່າງຮັດແໜ້ນລະຫວ່າງສອງໜ່ວຍງານໂຮງຮຽນທະຫານແຂວງກວ໊າງບີ່ງ ແລະ ໂຮງຮຽນກົດໝາຍຊັ້ນກາງດົງເຫີຍ. ພ້ອມກັນນັ້ນ, ນີ້ກໍແມ່ນໂອກາດສໍາຄັນສໍາລັບຄູ-ອາຈານ ແລະ ນັກຮຽນຂອງໂຮງຮຽນທີ່ໄດ້ພົບປະແລກປ່ຽນກັບພະນັກງານ, ນັກຮົບມາຈາກບັນດາໜ່ວຍງານທະຫານໃນແຂວງເຊັ່ນດຽວກັນ, ກໍຄືສ້າງຄວາມເຂົ້າໃຈເພີ່ມເຕີມກ່ຽວກັບໜ້າທີ່ຂອງທະຫານລຸງໂຮ່ໃນໄລຍະປັດຈຸບັນນີ້.

 

ເຈົ້າຂອງກະທູ້: Ngoc Cam