ພິທີໄຂສົກຮຽນຫ້ອງຮຽນບຳລຸງທັກສະການນຳພາຂັ້ນຫ້ອງການ ແລະ ທຽບເທົ່າຊຸດ1 ເປີດຢູ່ໂຮງຮຽນກົດໝາຍຊັ້ນກາງດົງເຮີຍ

ພິທີໄຂສົກຮຽນຫ້ອງຮຽນບຳລຸງທັກສະການນຳພາຂັ້ນຫ້ອງການ ແລະ ທຽບເທົ່າຊຸດ1 ເປີດຢູ່ໂຮງຮຽນກົດໝາຍຊັ້ນກາງດົງເຮີຍ
ຕອນເຊົ້າວັນທີ02/3/2019,ທີ່ໂຮງຮຽນກົດໝາຍຊັ້ນກາງດົງເຮີຍ,ມະຫາວິທະຍາໄລພາຍໃນຮ່າໂນ້ຍໄດ້ປະສານສົມທົບກັບໂຮງຮຽນກົດໝາຍຊັ້ນກາງດົງເຮີຍຈັດພິທີໄຂສົກຮຽນຫ້ອງຮຽນບຳລຸງທັກສະການນຳພາຂັ້ນຫ້ອງການແລະທຽບເທົ່າໃຫ້ບັນດາສຳມະນາກອນຜູ້ມາຈາກບັນດາພະແນກ,ຄະນະ,ຂະແໜງການຢູ່ຖິ່ນຖານແຂວງກວາງບີງ.
ເຂົ້າຮ່ວມພິທີມີປະລິນຍາເອກຮ່າກວາງງອກ,ອະດີດຮອງອຳນວຍການໂຮງຮຽນ,ກຳມະການສະພາມະຫາວິທະຍາໄລພາຍໃນຮ່າໂນ້ຍ;ປະລິຍາໂທຫງວຽນທີ້ເພືອງແທງ,ຫົວໜ້າສູນກາງໃຫ້ຄຳປຶກສາດ້ານກົດໝາຍແລະຫົວໜ້າຫ້ອງການຮອງຫົວໜ້າຫ້ອງການຂອງໂຮງຮຽນກົດໝາຍຊັ້ນກາງດົງເຮີຍ;ຄູປະຈຳຫ້ອງແລະສຳມະນາກອນທັງໝົດ.
ຫ້ອງຮຽນບຳລຸງທັກສະການນຳພາຂັ້ນຫ້ອງການເພື່ອປະກອບ,ອັບເດດຄວາມຮູ້,ທັກສະການນຳພາ,ບໍລິຫານຂັ້ນຫ້ອງການໃຫ້ລັດຖະກອນ,ພາລະກອນເພື່ອຍົກສູງປະສິດທິຜົນດ້ານນຳພາ,ບໍລິ ຫານໃນວິວັດການຮຳ່ຮຽນບັນດາສຳມະນາກອນຈະຄົ້ນຄ້ວາບັນດາຫົວເລື່ອງຕາມຫຼັກສູດຝຶກອົບ

ຮົມ, ບຳລຸງໄດ້ປະກາດໃຊ້ຕາມຂໍ້ຕົກລົງເລກທີ1245/QĐ-BNV ວັນທີ29/11/2012 ຂອງລັດຖະ ມົນຕີກະຊວງພາຍໃນ.

ກ່າວຄຳປາໄສທີ່ພິທີໄຂສົກຮຽນ, ປະລິນຍາເອກ ຮ່າກວາງງອກ, ອະດີດຮອງອຳນວຍການ ໂຮງຮຽນ, ກຳມະການສະພາມະຫາວິທະຍາໄລພາຍໃນຮ່າໂນ້ຍຕ່າງໜ້າໃຫ້ຄະນະຜູ້ນຳປະກາດໄຂ ສົກຮຽນຫ້ອງຮຽນ, ພ້ອມດຽວກັນສະແດງຄວາມດີໃຈເມື່ອປະຕິບັດການຮ່ວມກັນຝຶກອົບຮົມບັນດາ ຫ້ອງການບຳລຸງໄລຍະສັ້ນກັບໂຮງຮຽນກົດໝາຍຊັ້ນກາງດົງເຮີຍ,ຫົວໜ່ວຍຝຶກອົບຮົມມີຄວາມໄວ້ວາງໃຈ,ຄຸນນະພາບຂອງກະຊວງຍູຕິທຳຢູ່ພາກພື້ນທິດເໜືອພາກກາງ.ປະລິນຍາເອກຮ່າກວາງງອກຫວັງວ່າຊຸດຮຽນຈະໄດ້ຮັບໝາກຜົນທີ່ຈົບງາມ, ແມ່ນພື້ນຖານເພື່ອສືຕໍ່ປະສານສົມທົບ ສ້າງສາຍພົວພັນຍາວນານ,ໝັ້ນຄົງລະຫວ່າງສອງຫົວໜ່ວຍ.

C:\Users\Truong Xuan\Desktop\image1.jpg

(ປ.ອ ຮ່າ ກວາງ ງອກ, ຕ່າງໜ້າມະຫາວິທະຍາໄລພາຍໃນ)

ກໍທີ່ພິທີໄຂສົກຮຽນ,ປະລິຍາໂທຫງວຽນທີ້ເພືອງແທງ,ສູນກາງໃຫ້ຄຳປຶກສາດ້ານກົດໝາຍ,ຕ່າງໜ້າໂຮງຮຽນກົດໝາຍຊັ້ນກາງດົງເຮີຍໄດ້ລາຍງານວິວັດການຮ່ວມກັນ,ປະສານສົມທົບຄັດເລື້ອກນັກຮຽນ, ແຈ້ງຂ່າວຂໍ້ຕົກລົງເປີດຫ້ອງຮຽນແລະແຜນການຮຳ່ຮຽນ. ກັບຖານະແມ່ນຫົວໜ່ວຍປະ ສານສົມທົບ, ໂຮງຮຽນໝັ້ນໝາຍຈະຕອບສະໜອງກ່ຽວກັບພື້ນຖານວັດຖຸ,ອຸປະກອນຮຳ່ຮຽນ, ຮັບ ປະກັນການຮັບໃຊ້ຄວາມຕ້ອງການຂອງຫ້ອງຮຽນຢ່າງຫຼາຍສຸດ.ປະລິຍາໂທຫງວຽນທີ້ເພືອງແທງກໍ່ສະເໜີບັນດາສຳມະນາກອນປະຕິບັດ....ຂອງມະຫາວິທະຍາໄລພາຍໃນແລະລະບຽບພາຍໃນຂໍ້ກຳນົດຂອງໂຮງຮຽນກົດໝາຍຊັ້ນກາງດົງເຮີຍ,ສຳເລັດດີຊຸດຮຽນຕາມແຜນການໄດ້ວາງອອກ.

C:\Users\Truong Xuan\Desktop\image2.jpg

(ປ.ໂທ ຫງວຽນ ທີ້ ເພືອງ ແທງ, ຕ່າງໜ້າໂຮງຮຽນກົດໝາຍຊັ້ນກາງດົງເຮີຍ)

ຕ່າງໜ້າໃຫ້ບັນດາສຳມະນາກອນເຂົ້າຮ່ວມພິທີໄຂສົກຮຽນ,ສຳມະນາກອນເຫງວຽນວັນເພືອງ-ຫົວໜ້າ ຫ້ອງການແຮງງານ-ທະຫານເສຍອົງຄະແລະສັງຄົມເມືອງໂບແຈກ,ແຂວງກວາງບີງໄດ້ ກ່າວຄຳປາໄສສະແດງຄວາມມ່ວນຊື່ນຂອງບັນດາສຳມະນາກອນເມື່ອໄດ້ເຂົ້າຮ່ວມຊຸດຮຽນ,ຫວັງວ່າ ວມະຫາວິທະຍາໄລພາຍໃນແລະໂຮງຮຽນກົດໝາຍຊັ້ນກາງດົງເຮີຍອຳນວຍຄວາມສະດວກໃຫ້ສຳມະນາກອນສຳເລັດດີຊຸດຮຽນ. ຄາດຄະເນປິດສົກຮຽນຫ້ອງຮຽນໃນວັນທີ 21 ເມສາ ປີ 2019./.

 

ເຈົ້າຂອງກະທູ້: Doan Huyen