ພະແນກແຮງງານ - ທະຫານເສຍອົງຄະແລະ ສັງຄົມແຂວງກວາງບິ່ງມອບຂອງຂວັນໃຫ້ບັນດານັກສຶກສາທີ່ຄອບຄົວປະສົບກັບຄວາມສູນເສຍໜັກຍ້ອນຜົນກະທົບຈາກໄພນ້ຳຖ້ວມຮ້າຍແຮງຢ່າງອັນເປັນປະຫວັດສາດ.

ພະແນກແຮງງານ - ທະຫານເສຍອົງຄະແລະ ສັງຄົມແຂວງກວາງບິ່ງມອບຂອງຂວັນໃຫ້ບັນດານັກສຶກສາທີ່ຄອບຄົວປະສົບກັບຄວາມສູນເສຍໜັກຍ້ອນຜົນກະທົບຈາກໄພນ້ຳຖ້ວມຮ້າຍແຮງຢ່າງອັນເປັນປະຫວັດສາດ.
ຕອນບ່າຍວັນທີ 29 ຕຸລາ 2020, ພະແນກແຮງງານ, ທະຫານເສຍອົງຄະແລະ ສັງຄົມແຂວງກວາງບິ່ງໄດ້ລົງຢ້ຽມຢາມ, ຊຸກຍູ້ແລະ ມອບຂອງຂວັນໃຫ້ແກ່ນັກສຶກສາຂອງວິທະຍາໄລກົດໝາຍພາກກາງເຊິ່ງຄອບຄົວປະສົບຄວາມເສຍຫາຍຢ່າງໜັກຈາກ ຜົນກະທົບຂອງໄພໄພນ້ຳຖ້ວມຮ້າຍແຮງຢ່າງອັນເປັນປະຫວັດສາດ.
ເຂົ້າຮ່ວມລາຍການມີທ່ານ ດິງ ທີ້ ງອກ ລານ, ຫົວໜ້າຫ້ອງສຶກສາວິຊາຊີບ, ພະແນກແຮງງານ, ທະຫານເສຍອົງຄະແລະ ສັງຄົມແຂວງກວາງບິ່ງ; ອາຈານ ຫວໍ ຄັກ ຮວານ, ເລຂາຄະນະພັກ, ຮັກສາການອຳນວຍການໂຮງຮຽນແລະ ບັນດານ້ອງນັກສຶກສາ.
ຕາງໜ້າພະແນກແຮງງານ - ທະຫານເສຍອົງຄະແລະ ສັງຄົມແຂວງກວາງບິ່ງ, ສະຫາຍ ດິງ ທີ້ ງອກ ລານ ໄດ້ມອບຂອງຂວັນ 10 ຊຸດ, ແຕ່ລະຊຸດມີມູນຄ່າ 500.000 ດົ່ງ (ຫ້າແສນດົ່ງ) ໃຫ້ນັກສຶກສາ. ຂອງຂວັນດັ່ງກ່າວແມ່ນແບ່ງປັນດ້ວຍມີຄວາມປາດຖະໜາທີ່ຈະປະກອບສ່ວນໃດສ່ວນໜຶ່ງເພື່ອຫຼຸດຜ່ອນຄວາມເສຍຫາຍແລະ ຊ່ວຍຄອບຄົວຂອງນ້ອງໆນັກສຶກສາມີຊີວິດການເປັນຢູ່ໝັ້ນຄົງ.
ອາຈານ ຫວໍ ຄັກ ຮວານ, ເລຂາຄະນະພັກ, ຮັກສາການອຳນວຍການໂຮງຮຽນ, ຕາງໜ້າໃຫ້ພະນັກງານ, ຄູອາຈານແລະ ນັກສຶກສາທຸກຄົນໄດ້ກ່າວຂອບໃຈຢ່າງຈິງໃຈແລະ ຮູ້ບຸນຄຸນຢ່າງສຸດໃຈຕໍ່ພະແນກແຮງງານ -  ທະຫານເສຍອົງຄະແລະ ສັງຄົມແຂວງກວາງບິ່ງ. ໄດ້ເອົາໃຈໃສ່ເຖິງນັກສຶກສາໃນສະພາບການທີ່ຫຍຸ້ງຍາກ ມີຄອບຄົວຖືກສູນເສຍຢ່າງໜັກໃນໄພນໍ້າຖ້ວມຄັ້ງຜ່ານມາ. ພ້ອມດຽວກັນນີ້, ອາຈານຍັງລະດົມກຳລັງໃຈໃຫ້ນ້ອງ ນັກສຶກສາຈົງພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກ, ສືບຕໍ່ຕັ້ງໜ້າພະຍາຍາມ, ປະສົບຜົນສຳເລັດໃນການສຶກສາແລະ ຝຶກຝົນຫຼໍ່ຫຼອມໃຫ້ຫຼາຍຂື້ນ, ໃຫ້ສົມກັບຄວາມໄວ້ເນື້ອເຊື່ອໃຈແລະ ຄວາມຄາດຫວັງຂອງຄອບຄົວ  ຄູອາຈານແລະ ຄວາມເອົາໃຈໃສ່, ການສະໜັບສະໜູນຈາກອຳນາດການປົກຄອງບັນດາຂັ້ນ.
 

ເຈົ້າຂອງກະທູ້: Anh Tú