ຄະນະຊາວໜຸ່ມແຂວງກວາງບິ່ງຈັດຕັ້ງການມອບຂອງຂວັນໃຫ້ແກ່ນັກຮຽນ, ນັກສຶກສາລາວທີ່ມີຄວາມທຸກຍາກ

ຄະນະຊາວໜຸ່ມແຂວງກວາງບິ່ງຈັດຕັ້ງການມອບຂອງຂວັນໃຫ້ແກ່ນັກຮຽນ, ນັກສຶກສາລາວທີ່ມີຄວາມທຸກຍາກ
ຕອນບ່າຍວັນທີ 24 ຕຸລາ 2020, ທີ່ສູນບໍລິການວຽກງານຊາວໜຸ່ມແຂວງກວາງບິ່ງ, ຄະນະກຳມະການບໍລິຫານງານຊາວໜູ່ມວິທະຍາໄລກົດໝາຍພາກກາງໄດ້ສົມທົບກັບຄະນະປະຈຳຄະນະຊາວໜຸ່ມແຂວງຕັ້ງການມອບຂອງຂວັນໃຫ້ແກ່ນັກຮຽນ, ນັກສຶກສາລາວທີ່ມີຄວາມທຸກຍາກກຳລັງຮຽນຢູ່ທີ່ມະຫາວິທະຍາໄລແລະ ວິທະຍາໄລພາຍໃນແຂວງ.
ເຂົ້າຮ່ວມລາຍການມີທ່ານ ກາວ ວັນ ດິ້ງ, ກຳມະການຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາສຶກສາພັກແຂວງ; ທ່ານ ຫງວຽນ ຕ໋ຽນ ຮ່ວາງ - ກຳມະການພັກແຂວງ, ຮອງປະທານຄະນະກຳມະການປະຊາຊົນແຂວງ; ທ່ານ ດັ້ງ ດ້າຍ ບ່າງບາງ - ເລຂາຄະນະຊາວໜຸ່ມແຂວງ; ອາຈານ ວໍ ຄັກ ຮວານ - ຮັກສາການອໍານວຍການໂຮງຮຽນ; ຜູ້ຕາງໜ້າຄະນະນຳນວຍການຂອງມະຫາວິທະຍາໄລກວາງບິ່ງ, ວິທະຍາໄລການແພດກວາງບິ່ງແລະ ບັນດາສະຫາຍເປັນຜູ້ຕາງໜ້າຫົວໜ້າພະແນກຕ່າງໆຂັ້ນແຂວງ.
ສ/ຫ ດັ້ງ ດ້າຍ ບ່າງ - ເລຂາຄະນະຊາວໜຸ່ມແຂວງກ່າວປາໄສທີ່ພິທີ
ກ່າວຄຳເຫັນທີ່ພິທີ, ສ/ຫ ດັ້ງ ດ້າຍ ບ່າງ ເລຂາຄະນະຊາວໜຸ່ມແຂວງໃຫ້ຮູ້ວ່າ: ປະຕິບັດຕາມແຜນນະໂຍບາຍຂອງສູນກາງຊາວໜຸ່ມກອມມູນິດໂຮ່ຈີມິນກ່ຽວກັບການເປີດກວ້າງການຮ່ວມມື, ແລກປ່ຽນລະຫວ່າງຮຸ່ນໜຸ່ມຂອງສອງປະເທດກໍ່ຄື ໂຄງການຮ່ວມມືລະຫວ່າງຄະນະຊາວໜຸ່ມແຂວງກວາງບິ່ງແລະ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວແຂວງ ຄຳມ່ວນ, ການເຄື່ອນໄຫວຄັ້ງນີ້ມີເພື່ອສະໜັບສະໜູນ, ຊ່ວຍເຫຼືອນັກຮຽນ, ນັກສຶກສາລາວທີ່ມີຄວາມທຸກຍາກກຳລັງຮຽນຢູ່ທີ່ບັນດາມະຫາວິທະຍາໄລແລະ ວິທະຍາໄລພາຍໃນແຂວງກວາງບິ່ງ. ລາຍການບໍ່ພຽງແຕ່ສະແດງເຖິງມູນເຊື້ອມິດຕະພາບ, ຄວາມສາມັກຄີແບບພິເສດແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ປະຊາຊົນແລະ ຮຸ່ນໜຸ່ມ ຂອງສອງປະເທດເທົ່ານັ້ນ, ແຕ່ຍັງເປັນການປະກອບສ່ວນຊຸກຍູ້ແລະ ປຸກລະດົມບັນດານັກຮຽນອີກດ້ວຍ. ຫວັງວ່າບັນດານ້ອງໆນັກຮຽນຈະສືບຕໍ່ພະຍາຍາມຢ່າງສຸດຄວາມສາມາດເພື່ອສຶກສາ, ຝຶກຝົນຫຼໍ່ຫຼອມຕົນເອງໃຫ້ສົມບູນແບບເພື່ອວ່າຫລັງຈາກຮຽນຈົບແລ້ວກໍ່ກັບຄືນປະເທດເພື່ອປະກອບສ່ວນເຂົ້າໃນການພັດທະນາບ້ານເກີດເມືອງນອນຂອງຕົນແລະ ກາຍເປັນຂົວຕໍ່ສົ່ງເສີມຮີດຄອງປະເພນີອັນດີງາມຂອງມິດຕະພາບລະຫວ່າງປະຊາຊົນຂອງທັງສອງຊາດ.
ອາຈານ ວໍ ຄັກ ຮວານ ແລະ ຕາງໜ້າການນຳຄະນະຊາວໜຸ່ມແຂວງໄດ້ມອບຂອງຂວັນໃຫ້ນ້ອງນັກຮຽນ

ນັກສຶກສາ ນ. ພູມີ ໄຊຍະລາດ ກ່າວຄຳເຫັນທີ່ພິທີ
ຕາງໜ້າໃຫ້ນັກສຶກສາລາວຈຳນວນ 100 ຄົນທີ່ເຂົ້າຮ່ວມພິທີ, ນ້ອງນັກສຶກສາ ນ. ພູມີ ໄຊຍະລາດ ໄດ້ສະແດງຄວາມຂອບໃຈຕໍ່ຄະນະຊາວໜຸ່ມແຂວງກວາງບິ່ງເວົ້າສະເພາະແລະ ຮຸ່ນໜຸ່ມຫວຽດນາມໂດຍທົ່ວໄປທີ່ໄດ້ເອົາໃຈໃສ່ເບິ່ງແຍງແລະ ຊ່ວຍເຫລືອນັກຮຽນລາວ. ຫວັງວ່າຮຸ່ນໜຸ່ມຂອງສອງປະເທດເວົ້າລວມແລະ ຮຸ່ນ ໜຸ່ມ ຂອງລາວເວົ້າສະເພາະສືບຕໍ່ປະກອບສ່ວນ, ບຳລຸງສ້າງສາຍພົວພັນສາມັກຄີມິດຕະພາບຫວຽດນາມ - ລາວໃຫ້ພັດທະນາຍິ່ງກ່ວາອີກ./.

ເຈົ້າຂອງກະທູ້: Anh Tú