ຄະນະຜູ້ແທນສະຖານກົງສຸນລາວປະຈຳ ນະຄອນດ່າໜັງໄດ້ມາຢ້ຽມຢາມແລະເຮັດວຽກຢູ່ໂຮງຮຽນກົດ ໝາຍຊັ້ນກາງ ດົ່ງ ເຮີຍ

ຄະນະຜູ້ແທນສະຖານກົງສຸນລາວປະຈຳ ນະຄອນດ່າໜັງໄດ້ມາຢ້ຽມຢາມແລະເຮັດວຽກຢູ່ໂຮງຮຽນກົດ ໝາຍຊັ້ນກາງ ດົ່ງ ເຮີຍ
ໃນວັນທີ 29 ກໍລະກົດ 2019, ຄະນະຜູ້ແທນສະຖານກົງສຸນລາວປະຈຳ ນະຄອນດ່າໜັງນຳ ໂດຍທ່ານ ວຽງໄຊ ພອມມາຈາງ - ກົງສຸນໃຫຍ່ ໄດ້ມາຢ້ຽມຢາມ ແລະ ເຮັດວຽກກັບຄູອາຈານ ແລະ ນັກຮຽນຂອໂຮງຮຽນກົດໝາຍຊັ້ນກາງດົ່ງ ເຮີຍ.
ໃນກອງປະຊຸມ, ທ່ານ ຫວໍ ຄັກ ຮວານ - ຮັກສາການ ອໍານວຍການໂຮງຮຽນກົດໝາຍຊັ້ນກາງ ດົ່ງເຮີຍໄດ້ມີບົດລາຍງານກ່ຽວກັບການຝຶກອົບຮົມ, ການຄຸ້ມຄອງ ແລະ ນະໂຍບາຍພິເສດ ຂອງໂຮງຮຽນໃຫ້ແກ່ນັກຮຽນເກືອບ 250 ຄົນມາຈາກແຕ່ ສາທາລະນະລັດປະຊາທິປະໄຕປະຊາຊົນ ລາວ. ຜ່ານຟັງບົດລາຍງານດັ່ງກ່າວ, ທ່ານກົງສຸນໃຫຍ່ໄດ້ຕີລາຄາສູງຕໍ່ການຝຶກອົບຮົມ ແລະ ການຄຸ້ມຄອງນັກສຶກສາ ກໍຄືຂອບຂະໜາດ, ເງື່ອນໄຂພື້ນຖານວັດຖຸ, ອຸປະກອນທີ່ທັນສະໄໝ ຂອງໂຮງຮຽນ; ພ້ອມດຽວກັນນີ້, ທ່ານຍັງໄດ້ສະແດງຄວາມອຸ່ນອ່ຽນໃຈ ໃນເວລາທີ່ນັກຮຽນລາວໄດ້ຮ່ຳຮຽນ ທີ່ໂຮງຮຽນ ແລະ ຫວັງວ່າທາງໂຮງຮຽນຈະສືບຕໍ່ເອົາໃຈໃສ່ ແລະ ສະໜັບສະໜູນການຝຶກອົບຮົມໃຫ້ແກ່ນັກຮຽນລາວຕື່ມອີກ.
ທ່ານວຽງໄຊ ພອມມາຈາງ ໄດ້ມອບໃບຈາລຶກຄຸນງາມ
ຂອງເຈົ້າແຂວງແຂວງ ອັດຕະປືໃຫ້ແກ່ໂຮງຮຽນກົດໝາຍຊັ້ນກາງດົ່ງ ເຮີຍ
ໃນໂອກາດດັ່ງກ່າວ, ມອບສັນທະຈາກອຳນາດການປົກຄອງ, ປະຊາຊົນແຂວງອັດຕະປື, ທ່ານວຽງໄຊ ພອມມາຈາງ ໄດ້ສົ່ງ ຄຳຂອບໃຈຢ່າງຈິງໃຈແລະມອບໃບຈາລຶກຄຸນງາມຂອງເຈົ້າແຂວງແຂວງ ອັດຕະປື ໃຫ້ແກ່ໂຮງຮຽນກົດໝາຍຊັ້ນກາງດົ່ງ ເຮີຍຍ້ອນມີການປະກອບສ່ວນ, ການສະໜັບສະ ໜູນ ໃຫ້ແກ່ປະຊາຊົນແຂວງອັດຕະປືຖືກເສຍຫາຍຍ້ອນວ່າເຂື່ອນໄຟຟ້ານ້ຳ ຕົກ ເຊປຽນ ເຊນ້ຳນ້ອຍ ຢູ່ເມືອງສະໜາມໄຊ ແລະ ອີກເທື່ອໜຶ່ງ ສືບຕໍ່ຢັ້ງຢືນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມ, ຄວາມສາມັກຄີພິເສດແລະການຮ່ວມມືຮອບດ້ານລະຫວ່າງອ້າຍນ້ອງລາວ - ຫວຽດນາມ.

ເຈົ້າຂອງກະທູ້: Nguyen Huong