ພິທີເປີດການສອບເສັງຈົບຊັ້ນກົດໝາຍຊັ້ນນກາງລະບົບປົກກະຕິ ຊຸດທີ 7 ສົກຮຽນ 2018 - 2020

ໃນຕອນເຊົ້າຂອງວັນທີ 15/10/2020, ວິທະຍາໄລກົດ ໝາຍ ພາກກາງໄດ້ຈັດພິທີເປີດການສອບເສັງຈົບຊັ້ນກົດໝາຍຊັ້ນນກາງລະບົບປົກກະຕິ ຊຸດທີ 7 ສົກຮຽນ 2018-2020
ເຂົ້າຮ່ວມພິທີດັ່ງກ່າວມີບັນດາຄູ - ອາຈານຈາກ, ຄະນະກຳມະການສອບເສັງຈົບຊັ້ນ, ບັນດາຄະນະຊ່ວຍວຽກແລະນ້ອງນັກຮຽນຈຳນວນ 92 ຄົນທີ່ມີເງື່ອນໄຂເຂົ້າຮ່ວມການສອບເສັງຈົບຊັ້ນມຢ່າງຄົບຖ້ວນ.
ຕາງໜ້າໃຫ້ຄະນະກຳມະການສອບເສັງຈົບຊັ້ນ, ທ່ານ ຫວໍ ຄັກ ຮວານ - ຮັກສາການ. ອຳນວຍການ, ປະທານຄະນະກຳມະການສອບເສັງຈົບຊັ້ນໄດ້ກ່າວຄຳປາໄສເປີດການສອບເສັງແລະ ຊົມເຊີຍນ້ອງນັກຮຽນທີ່ມີເງື່ອນໄຂເຂົ້າສອບເສັງຈຳນວນ 92 ຄົນ. ຮຽກຮ້ອງໃຫ້ສະມາຊິກຄະນະກຳມະການສອບເສັງຈົບຊັ້ນ, ຄະນະກວດກາການສອບເສັງ, ບັນດາຄະນະຊ່ວຍຊ່ວຍວຽກສອບເສັງ, ບັນດານັກຮຽນໃຫ້ປະຕິບັດຕາມລະບຽບການສອບເສັງ, ຂັ້ນຕອນ, ຖື້ກຕາມກຳນົດ, ຮັບປະກັນຄວາມເປັນຍຸຕິທຳ, ພາວະວິໄສ, ຈິງຈັງແລະ ອວຍພອນໃຫ້ນັກຮຽນມີມີຄວາມສະຫງົບແລະມີຄວາມໝັ້ນໃຈເພື່ອໃຫ້ການສອບເສັງໄດ້ຮັບຜົນສູງ.
ຕໍ່ໄປນັ້ນ, ທ່ານນາງ ຮວ່າງ ທີ້ ແອວັງ - ຮັກສາການ. ຫ້ອງການສຶກສາແລະ ກິດຈະການນັກຮຽນ, ນັກສຶກສາ, ເລຂາຄະນະກຳມະການໄດ້ຜ່ານບັນດາຂໍ້ຕົກລົງທີ່ກ່ຽວຂ້ອງກັບການສອບເສັງຈົບຊັ້ນຄື: ຂໍ້ຕົກລົງວ່າດ້ວຍການສ້າງຕັ້ງຄະນະກຳມະ ການ, ບັນດາຄະນະຊ່ວຍວຽກຄະນະກຳມະການ. ຂໍ້ຕົກລົງຮັບຮອງນັກຮຽນທີ່ມີສິດເຂົ້າສອບເສັງຈົບຊັ້ນແລະ ເຜີຍແຜ່ລະບຽບ ການສອບເສັງ, ຕາຕະລາງການສອບເສັງ.
ພາຍຫຼັງພິທີເປີດ, ການສອບເສັງຈົບຊັ້ນຈະດຳນີນໄປໃນວັນທີ 15 ແລະ 16 ຕຸລາ 2020 ລວມມີ 03 ວິຊາສອບເສັງຄື: ການເມືອງ, ກົດໝາຍແພ່ງ, ທັກສະບໍລິຫານຫ້ອງການ.

ເຈົ້າຂອງກະທູ້: Anh Tú