![]() ![]() |
ປີ 2019 ຫວຽດນາມ ສືບຕໍ່ໃຫ້ການຊ່ວຍເຫຼືອລາວ 711 ຕື້ດົງ
ທ່ານ ຈິງ ດິງ ຢຸງ ຮອງນາຍົກລັດຖະມົນຕີ ສສ ຫວຽດນາມ ພ້ອມຄະນະ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ວັນທີ 24-25 ມິຖຸນາ 2019 ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ຄວາມສາ ມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ນັບມື້ແໜ້ນແຟ້ນຍິ່ງໆຂຶ້ນ.
ພິທີພົບປະສອງຝ່າຍ ຈັດຂຶ້ນວັນທີ 24 ມິຖຸນາ 2019 ຢູ່ຫໍປະຊຸມແຫ່ງຊາດ ເຊິ່ງຝ່າຍລາວນຳໂດຍທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ສປປ ລາວ ຝ່າຍຫວຽດນາມ ນຳໂດຍທ່ານ ຈິງ ດິງ ຢຸງ.
ທ່ານ ສອນໄຊ ສີພັນດອນ ໄດ້ຕີລາຄາສູງຕໍ່ການຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຂອງທ່ານ ຈິງ ດິງ ຢຸງ ພ້ອມຄະນະ ເຊິ່ງໄດ້ປະກອບສ່ວນສຳຄັນໃນການເພີ່ມທະວີ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມແຫ່ງສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ທີ່ມີມາແຕ່ດົນນານ ໃຫ້ມີຄວາມແໜ້ນແຟ້ນ ແລະ ມີປະສິດທິຜົນສູງກວ່າເກົ່າ ພ້ອມນີ້ ສອງຝ່າຍຍັງໄດ້ຕີລາຄາຄືນໝາກຜົນການຮ່ວມມື ລາວ-ຫວຽດນາມ ໃນໄລຍະຜ່ານມາ ປຶກສາຫາລືແຜນການຮ່ວມມືໃນຕໍ່ໜ້າ ເຊິ່ງການພົວພັນຮ່ວມມືດ້ານການເມືອງແມ່ນຢູ່ໃນລະດັບສູງສຸດ ສະແດງອອກການນຳສູງສຸດ ພັກ-ລັດສອງປະເທດ ໄດ້ມີການໄປ-ມາຫາສູ່ກັນຢ່າງເປັນປົກກະຕິ ສອງຝ່າຍໄດ້ຕີລາຄາສູງຕໍ່ພັກ-ລັດຖະບານຂອງສອງປະເທດ ທີ່ໄດ້ເອົາໃຈໃສ່ຊຸກຍູ້ການພົວພັນຮ່ວມມືດ້ານເສດຖະກິດ ໂດຍສະເພາະ ການຈັດຕັ້ງປະຕິບັດຂໍ້ຕົກລົງການຮ່ວມມືຕ່າງໆ ໃນບົດບັນທຶກຄວາມເຂົ້າໃຈຂອງສອງກົມການເມືອງ ບົດບັນທຶກຂອງກອງປະຊຸມ ຄັ້ງທີ 41 ຂອງສອງຄະນະກຳມະການຮ່ວມມື ລາວ-ຫວຽດນາມ ກໍຄື ຂໍ້ຕົກລົງຮ່ວມມື ປະຈຳປີ 2019 ແລະ ເອກະສານຮ່ວມມືອື່ນໆທີ່ສອງຝ່າຍໄດ້ມີການຕົກລົງຮ່ວມກັນ.
ດ້ານວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໄດ້ສືບຕໍ່ຮ່ວມມືກັນຢ່າງແໜ້ນແຟ້ນ ເພື່ອປົກປັກຮັກສາຜືນແຜ່ນດິນອັນຄົບຖ້ວນ ແລະ ແນວທາງການພັດທະນາຂອງແຕ່ລະປະເທດ ແນໃສ່ສ້າງເສັ້ນຊາຍແດນໃຫ້ເປັນເສັ້ນຊາຍແດນແຫ່ງສັນຕິພາບ ແລະ ມີການພັດທະນາແບບຍືນຍົງ ເຮັດໃຫ້ມູນຄ່າການຄ້າສອງຝ່າຍເພີ່ມ 13,24% ໃນ 5 ເດືອນຕົ້ນປີ 2019 ແລະ ໄດ້ຊຸກຍູ້ໃຫ້ມີການຮ່ວມມືກັນຫຼາຍຂຶ້ນດ້ານພະລັງງານໄຟຟ້າ ເພື່ອໃຫ້ສາມາດບັນລຸໄດ້ຕາມເປົ້າໝາຍ ປີ 2018 ການຄ້າສອງຝ່າຍ ບັນລຸໄດ້ 1 ຕື້ໂດລາສະຫະລັດ ຫວຽດນາມ ຈັດຢູ່ອັນດັບ 3 ຂອງການລົງທຶນຕ່າງປະເທດຢູ່ລາວ ນັບແຕ່ປີ 1989 ເປັນຕົ້ນມາ ມີ 413 ໂຄງການ ມູນຄ່າຫຼາຍກວ່າ 4,1 ຕື້ໂດລາສະຫະລັດ ຫວຽດນາມໄດ້ສືບຕໍ່ໃຫ້ການຊ່ວຍເຫຼືອລາວ ສະເພາະປີ 2019 ມີມູນຄ່າ 711 ຕື້ດົງ ເຊິ່ງໄດ້ຖືກນຳໃຊ້ໃນການຈັດຕັ້ງປະຕິບັດວຽກງານໃນໂຄງການຕ່າງໆຢ່າງມີຈຸດສຸມ ຮັບປະກັນຄຸນນະ ພາບ ແລະ ມີຄວາມຄືບໜ້າ ປັດຈຸບັນໂຄງການກໍ່ສ້າງຫໍສະພາແຫ່ງຊາດລາວຫຼັງໃໝ່ ມູນຄ່າ 111,75 ລ້ານໂດລາສະຫະລັດ ມີຄວາມຄືບໜ້າເລື້ອຍໆ ໂຄງການກໍ່ສ້າງໂຮງໝໍແຂວງຊຽງຂວາງ ແລະ ໂຮງໝໍແຂວງຫົວພັນ ຄາດວ່າຈະສຳເລັດໄວໆນີ້ ສຳລັບໂຄງການກໍ່ສ້າງສະໜາມບິນໜອງຄ້າງ ຄືບໜ້າປະມານ 75% ແລະ ສະເໜີໃຫ້ສືບຕໍ່ຊຸກຍູ້ໃຫ້ສຳເລັດຕາມກຳນົດເວລາ.
Ý kiến bạn đọc