ປະເພດ

ຕິດຕໍ່

ໂຮງຮຽນກົດໝາຍຊັ້ນກາງດົ່ງເຮິຍ
ທີ່ຕັ້ງ: ໜ່ວຍ 6, ຕາແສງ ບັກລີ໋, ນະຄອນ ດົ່ງເຮິຍ, ແຂວງ ກວາງບິ່ງ
 ໂທລະສັບ: +842326 258 016
Email: trungcapluat@gmail.com

ພະນັກງານປະຈຳການ
ທ່ານ ຫງວຽນ ເຈືອງ ແອງ ຕູ໋

ໂທລະສັບ: +842326 252 007
ມືຖື: +84971 990 882
  Email: anhtu.vientiane@gmail.com

Trang nhất » ກ່ຽວກັບເລົາ

ວັນທີ 25 ພຶດສະພາ 2012, ໂຮງຮຽນກົດໝາຍຊັ້ນກາງດົ່ງເຮິຍໄດ້ແຕ່ງຕັ້ງຕາມຂໍ້ຕົກລົງເລັກທີ889/QĐ-BTP ຂອງລັດຖະມົນຕີກະຊວງຍຸຕິທຳ, ເປັນໂຮງຮຽນກົດໝາຍຊັ້ນກາງທຳອິດຕັ້ງຢູ່ເຂດພາກກາງ, ແມ່ນ ໂຮງຮຽນໜື່ງໃນລະບົບ 05 ໂຮງຮຽນກົດໝາຍຊັ້ນກາງຂອງ ສສ ຫວຽດນາມ ມີໜ້າທີ່ສ້າງຊັບພະຍາກອນມະນຸດດ້ານກົດໝາຍ; ເຂົ້າຮ່ວມໃນການຝຶກອົບຮົມວິຊາຊີບໃນໃນບັນດາຂົງເຂດພາຍໃຕ້ການຄຸ້ມຄອງລັດຂອງກະຊວງຍຸຕິທໍາສະເພາະພາກກາງ ແລະ ການຄົ້ນຄວ້າວິທະຍາສາດທາງດ້ານກົດຫມາຍ.
ສະຫາຍ ຮ່າຮູ່ງເກີ່ງ ກຳມະການສູນກາງພັກ, ລັດຖະມົນຕີກະຊວງຍຸຕິທຳ ປະກາດໃຊ້ຂໍ້ຕົກລົງແຕ່ງຕັ້ງໂຮງຮຽນ ແລະ ເປີດສົກຮຽນໃໝ່ງວດ 1 ໂຮງຮຽນກົດໝາຍຊັ້ນກາງດົ່ງເຮິຍ
ສະຫາຍ ຮ່າຮູ່ງເກີ່ງ ກຳມະການສູນກາງພັກ, ລັດຖະມົນຕີກະຊວງຍຸຕິທຳ ມອບຂໍ້ຕົກລົງແຕ່ງຕັ້ງໂຮງຮຽນກົດໝາຍຊັ້ນກາງດົ່ງເຮິຍໃຫ້ ທ່ານ ໂດດຶກຫົງຫ່າ - ອຳນວຍການໂຮງຮຽນ
ເວລາຕອນຕົ້ນຂອງການສ້າງຕັ້ງຂຶ້ນ, ໂຮງຮຽນຍັງປະເຊີນໜ້າກັບຄວາມຫຍຸ້ງຍາກຫຼາຍ ແລະ ສິ່ງທ້າທາຍໃນທຸກຂົງເຂດຂອງອົງການຈັດຕັ້ງໂຮງຮຽນລວມທັງຄະນະອຳນວຍການ ແລະ 05 ຫ້ອງຂື້ນກົບ, 03 ຄະນະວິຊາສະເພາະ, ແຕ່ມີພຽງແຕ່ 23 ຂ້າລັດຖະການ. ຈໍານວນພະນັກງານບໍ່ພຽງພໍເພື່ອຕອບສະຫນອງຄວາມຕ້ອງການຂອງວຽກງານ; ເງືອນໄຂກ່ຽວກັບພື້ນຖານຄົງຫ່າງ, ອຸປະກອນຍັງມີຄວາມຫຍຸ້ງຍາກ ແລະ ຂາດເຂີນຫຼາຍ. ເພື່ອເຄື່ອນໄຫວດໍາເນີນງານ, ປະຕິບັດຫນ້າທີ່ໄດ້ມອບຫມາຍຢ່າງດີ, ໂຮງຮຽນຈ້າງຂອງໂຮງຮຽນເຕັກນິກ ອຸດສາຫະກຳ - ກະສິກຳ ອາຄານ 02 ຊັ້ນໃກ້ກັບ 600 m2, 02 ຫ້ອງຮຽນ, ຫ້ອງສະຫມຸດ 01 ຫ້ອງ, 01 ຫໍພັກ, ໂຮງອາຫານ 01 ໂຮງ, 02 ສະໜາມກິລາ ... ໃນໄລຍະໍຕອນຕົ້ນຮັບປະກັນໃຫ້ການຮຽນການສອນ, ການຫຼີ້ນກິລາຢ່າງມ່ວນ ຊື່ນ,ໃຫ້ແກ່ນັກຮຽນນັກສຶກສາ.
ພາຍໃຕ້ການຊີ້ນໍາຢ່າງໃກ້ຊິດຂອງການນໍາຂອງກະຊວງຍຸຕິທໍາພ້ອມກັບການຊ່ວຍເຫຼືອຂອງອົງການຈັດຕັ້ງທີ່ກ່ຽວຂ້ອງ ແລະ ຄວາມພະຍາຍາມຂອງພະນັກງານຄູອາຈານ ແລະ ນັກຮຽນ, ໂຮງຮຽນກົດຫມາຍຊັ້ນກາງດົ່ງເຮິຍກຳລັງພັດທະນາ, ສົມບູນແບບເປັນແຕ່ລະມື້. ພື້ນຖານຄົງຫ່າງຂອງໂຮງຮຽນໄດ້ລົງທຶນຢ່າງເປັນມາດຕະຖານ, ຫຼັງຈາກໄດ້ຄະນະກຳມະການປົກຄອງແຂວງກວາງບີ່ງຈັດສັນທີ່ດິນທີ່ມີເນື້ອທີ່ທັງໝົດ 15,028 ເຮັກຕາ, ຮັບປະກັນໃຫ້ໂຮງຮຽນໄດ້ມີການວາງແຜນໄລຍະຍາວ ແລະ ການພັດທະນາແບບໝັ້ນຄົງໃນອະນາຄົດຕາມທິດທາງສ້າງເປັນສູນສຶກສາຝຶກອົບຮົມດ້ານກົດໝາຍຢູ່ທຸກຊັ້ນຂອງພາກກາງ, ຫຼາຍຂະແໜງການ ຫຼື ວິທະຍາໄລກົດຫມາຍ, ວັນທີ 15 ມີຖຸນາ 2014, ໂຮງຮຽນໄດ້ເປີດພິທີເລີ່ມປະຕິບັດໂຄງການກໍ່ສ້າງໂຮງຮຽນກົດໝາຍຊັ້ນກາງດົ່ງເຮິຍຢູ່ທີ່ ຄຸມບ້ານ ບັກລີ໋, ຄະຄອນ ດົ່ງເຮິຍ, ແຂວງ ກວາງບີ່ງ. ນີ້ແມ່ນໂຄງການກໍ່ສ້າງທີ່ຍິ່ງໃຫຍ່, ທັນສະໄຫມ, ເຊິ່ງໄດ້ຮັບອະນຸມັດຂອງກະຊວງຍຸຕິທໍາໂດຍມີພື້ນທີ່ກໍ່ສ້າງທັງຫມົດ 22.571m2 ການລົງທຶນ. ຖ້າວ່າໂຄງການກໍ່ສ້າງໄດ້ສໍາເລັດຈະຮັບປະກັນເງື່ອນໄຂໃຫ້ແກ່ການສິດສອນ, ການຮຽນຮູ້, ການຄົ້ນຄວ້າວິນິຕິສາດ, ຈັດຕັ້ງກິດຈະກໍາທີ່ສໍາຄັນ ແລະ ກິດຈະກໍາທາງສັງຄົມຂອງຄູອາຈານ ແລະ ນັກຮຽນ, ນັກສຶກສາຂອງໂຮງຮຽນ ແລະ ຂອງຂະແໜງການຍຸຕິທຳໃນຂົງເຂດພາກກາງ ແລະ ເປັນເງື່ອນໄຂສໍາຄັນເພື່ອຍົກລະດັບໂຮງຮຽນກ່າຍເປັນ ສູນຝຶກອົບຮົມດ້ານກົດໝາຍຂອງພາກກາງ ຫຼື ວິທະຍາໄລກົດໝາຍ.
ພິທີເລີ່ມປະຕິບັດໂຄງການກໍ່ສ້າງໂຮງຮຽນກົດໝາຍຊັ້ນກາງດົ່ງເຮິຍ
ຮູບພາບລວມຂອງໂຮງຮຽນກົດໝາຍຊັ້ນກາງດົ່ງເຮິຍ
ມາຮອດປີ 2016, ຈໍານວນຂ້າລັດຖະການ ແລະ ພະນັກງານຂອງໂຮງຮຽນແມ່ນ  41 ຄົນ, ລວມທັງຄູອາຈານ 22, 16 ຜູ້ຊ່ຽວຊານ, ນັກບັນຊີ ແລະ 05 ພະນັກງານເຊັນສັນຍາຕາມດໍາລັດ 68/2000/ND-CP, ໂຄງປະກອບການຈັດຕັ້ງໄດ້ປັບປຸງເພື່ອປະກອບມີຄະນະອຳນວຍການ, 04 ຫ້ອງການຂື້ນກັບ, 03 ຄະນະວິຊາ ແລະ 01 ສູນ: ຫ້ອງການຈັດຕັ້ງ - ການບໍລິຫານ ແລະ ຫໍສະຫມຸດ, ຫ້ອງການສຶກສາ ແລະ ກິດຈະການນັກສຶກສາ, ຫ້ອງການເງິນ - ການບັນຊີ, ຫ້ອງການຄຸ້ມຄອງ, ຄະນະສຶກສາຂັ້ນພື້ນຖານ, ຄະນະສຶກສາດ້ານວິຊາການ, ຄະນະສຶກສາ ດ້ານການເມືອງ - ທາງດ້ານຮ່າງກາຍ ແລະ ວັດທະນະທໍາ ແລະ ສູນປືກສາດ້ານກົດຫມາຍ. ພື້ນຖານການກໍ່ສ້າງຂອງໂຮງຮຽນຫຼັງຈາກສໍາເລັດໂຄງການກໍ່ສ້າງໄລຍະທີ 1 ໃນເນື້ອທີ່ທັງໝົດ 15 ເຮັກຕາມີ 6 ໂຮງ, ພື້ນຖານຄົງຫ່າງກວ້າງຂວາງ, ອຸປະກອນທີ່ທັນສະໄຫມ, ຮັບປະກັນແບບດີທີ່ສຸດສໍາລັບຄວາມເປັນຢູ່ ແລະ ການຮ່ຳຮຽນຂອງນ້ອງນັກຮຽນ.
ພິທີສຳເລັດໂຄງການກໍ່ສ້າງໄລຍະທີ 1 ຂອງໂຮງຮຽນກົດໝາຍຊັ້ນກາງດົ່ງເຮິຍ
ຕຶກຮຽນນຳໃຊ້ໃນການຮ່ຳຮຽນຂອງນັກຮຽນ
ພະນັກງານ, ຄູອາຈານຂອງໂຮງຮຽນກົດໝາຍຊັ້ນກາງດົ່ງເຮິຍ
ມາຮອດປະຈຸບັນ, ທາງໂຮງຮຽນໄດ້ມີການຄັດເລືອກນັກຮຽນ ແລະ ສຶກສາໃຫ້ນັກຮຽນມີຢູ່ 5 ຊຸດລວມເປັນເກືອບຮອດ 1,200 ຄົນ, ນອກຈາກການຝຶກອົບຮົມກົດໝາຍລະດັບຊ້ັນກາງ, ທາງໂຮງຮຽນກຳລັງສໍາເລັດເອກະສານ, ບັນດາຂັ້ນຕອນຕ່າງໆເພື່ອເປີດ ຂະແໜງບໍລິຫານຫ້ອງການ, ນອກຈາກການຝຶກອົບຮົມໃຫ້ແກ່ນັກຮຽນຫວຽດນາມ, ທາງໂຮງຮຽນຍັງດໍາເນີນການຄັດເລືອກ ແລະ ການຝຶກອົບຮົມໃຫ້ແກ່ນັກຮຽນນັກສຶກສາຄົນລາວນັບແຕ່ປີປີ 2015, ດ້ວຍມີຈໍານວນນັກສຶກສາລາວຫຼາຍກ່ວາ 300.
ນອກຈາກວຽກງານຕົ້ນຕໍແມ່ນສຶກສາກົດໝາຍຊັ້ນກາງ, ທາງໂຮງຮຽນຍັງມີການຮ່ວມມືກັບສະຖາບັນການສຶກສາຕ່າງໆ ຄືສະຖາບັນຍຸຕິທໍາ, ວິທະຍາໄລກົດໝາຍຮ່າໂນ້ຍ, ວິທະຍາໄລວິງ ... ເພື່ອເປີດບັນດາປະເພດການສຶກສາ, ຝຶກອົບຮົມຄືຫ້ອງປະລິນຍາບັດທີ 2, ທະນາຍຄວາມ, ຕໍ່ເນື່ອງຂື້ນກົດໝາຍຊັ້ນປະລິນຍາຕີ ... , ພ້ອມກັບການປະສານງານກັບບັນດາພາກສ່ວນທີ່ກ່ຽວຂ້ອງຈັດເປີດບັນດາຫ້ອງຝຶກອົບຮົມໝາຍໃຫ້ແກ່ລັດຖະກອນ ແລະ ພະນັກງານ ແລະ ຈຸດຜູ້ທີ່ມີຄວາມຕ້ອງການ.
ເພື່ອຂະຫຍາຍມູນເຊື່ອອັນດີງາມຂອງທາງໂຮງຮຽນ: ສາມັກຄີ, ຢູ່ສະເໝີດ້ວຍການຮຽນຮູ້, ການຝຶກອົບຮົມຕົນເອງເພື່ອປັບປຸງຄຸນນະພາບຂອງຄວາມສາມາດທາງດ້ານການເມືອງ ແລະ ດ້ານວິຊາການເພື່ອຕອບສະໜອງພາລະບົດບາດ ແລະ ຫນ້າທີ່ຂອງສະຖານທີ່ການສຶກສາກົດໝາຍຊັ້ນກາງມີຄຸນນະພາບດີຂອງເຂດພາກກາງ ແລະ ປະຕິບັດຕາມລຸງໂຮ່ໄດ້ສອນວ່າ: "ເພື່ອຜົນໃນສິບປີຕ້ອງປູກຕົ້ນໄມ້, ເພື່ອຜົນໃນຮ້ອຍປີຕ້ອງປູກຄົນ ", ຄູອາຈານແລະ ນັກຮຽນນັກສຶກສາຂອງໂຮງຮຽນກົດໝາຍຊັ້ນກາງດົ່ງເຮິຍກໍານົດຢ່າງຈະແຈ້ງພາລະບົດບາດ, ໜ້າທີ່ຂອງຕົນເອງ, ພະຍາຍາມຢ່າງສຸດໃຈເພື່ອປັບປຸງຄຸນນະພາບການສຶກສາ, ການຮັກສາມູນເຊື່ອອັນດີງາມຂອງໂຮງຮຽນ, ປະກອບສ່ວນຢ່າງຫຼວງຫຼາຍເພື່ອການສຶກສາໃນແຂວງ ແລະ ບັນດາແຂວງພາກກາງ. ເຖິງແມ່ນວ່າປະຈຸບັນ, ໂຮງຮຽນຍັງປະເຊີນໜ້າກັບຄວາມຫຍຸ້ງຍາກຫຼາຍ, ແຕ່ມີຄວາມເອົາໃຈໃສ່ຂອງອໍານາດການປົກຄອງທຸກຊັ້ນ ແລະ ທ້ອງຖິ່ນ, ການສະຫນັບສະຫນູນໂດຍອົງການຈັດຕັ້ງມະຫາຊົນ, ສະຖາບັນ, ຄຽງຄູ່ກັບການຄວາມຂອງພະຍາຍາມ, ຄູອາຈານ ແລະ ນັກຮຽນນັກສຶກສາ, ໂຮງຮຽນຈະກາຍເປັນດີຂື້ນຫຼາຍ, ວິວັດ ແລະ ການຂະຫຍາຍຂຶ້ນກັບຄວາມສູງໃໝ່.
 

ກິດຈະກໍາວິດີໂອ

ໂຮງຮຽນກົດຫມາຍໃນ Dong Hoi, Quang Binh

ຕິດຕໍ່ ເຊື່ອມໂຍງເວັບໄຊ

ສະຖິຕິ

  • ຜົນການຊອກຫາຜູ້ຊົມໃຊ້: 0
  • ໃນມື້ນີ້: 392
  • ເດືອນປັດຈຸບັນ: 4413
  • hits ທັງຫມົດ: 439946

ພາບກິດຈະກໍາ

  • 1
  • 1
  • 1
  • 1
  • 1