ປະເພດ

ຕິດຕໍ່

ໂຮງຮຽນກົດໝາຍຊັ້ນກາງດົ່ງເຮິຍ
ທີ່ຕັ້ງ: ໜ່ວຍ 6, ຕາແສງ ບັກລີ໋, ນະຄອນ ດົ່ງເຮິຍ, ແຂວງ ກວາງບິ່ງ
 ໂທລະສັບ: +842326 258 016
Email: trungcapluat@gmail.com

ພະນັກງານປະຈຳການ
ທ່ານ ຫງວຽນ ເຈືອງ ແອງ ຕູ໋

ໂທລະສັບ: +842326 252 007
ມືຖື: +84971 990 882
  Email: anhtu.vientiane@gmail.com

Trang nhất » ຂ່າວ » ແຈ້ງການ

ແຈ້ງການຄັດເລືອກສຳມະນາກອນເຂົ້າຫ້ອງຝຶກອົບຮົມອາຊີບທະນາຍຄວາມປີ 2018

ວັນອາທິດ - 22/04/2018 10:34

ປະຕິບັດໂຄງການຮ່ວມມືກັບສະຖາບັນຍຸຕິທຳ, ໂຮງຮຽນກົດໝາຍ ຊັ້ນກາງດົ່ງເຮິຍດຳເນີນການຄັດເລືອກ ນັກສຶກສາຫ້ອງຝຶກອົບຮົມອາຊີບ ທະນາຍຄວາມເປີດທີ່ໂຮງຮຽນ (ນະຄອນດົ່ງເຮິຍ, ແຂວງ ກວາງບີ່ງ) ດ້ວຍມີບັນດາຂໍ້ມູນຄືດັ່ງຕໍ່ໄປນີ້:

I. ເງື່ອນໄຂເຂົ້ົ້ົ້າຮ່ວມການຄັດເລືອກ
- ພົນລະເມືອງທຸກຄົນບໍ່ຈຳແນກຊົນເຜົ່າ, ສາດສະໜາ, ຄວາມເຊື່ອຖື, ເພດ, ຕົ້ນກຳເນີດຂອງຄອບຄົວ, ຖານະຕຳແໜ່ງໃນສັງຄົມ, ສະພາບເສດຖະກິດ;
- ມີສຸຂະພາບຢ່າງເຕັມທີ່ສໍາລັບການສຶກສາຕາມລະບຽບການທີ່ພວມນຳໃຊ້, ບໍ່ຖືກເວລາຊອກຫາຫຼັກຖານກ່ຽວກັບຄວາມຮັບຜິດຊອບດ້ານອາຍາ ຫຼື ບໍ່ຖືກເວລາດຳເນີນຄະດີອາຍາ;
- ມີເອກະສານຈົດທະບຽນຖືກຕາມກຳນົດຂອງໂຮງຮຽນ ແລະ ມອບຄ່າທໍານຽມຄັດເລືອກຢ່າງຄົບຖ້ວນ.
II. ເປົ້າໝາຍ, ຮູບແບບ, ເວລາຄັດເລືອກ, ເວລາການສຶກສາ ແລະ ຕົວເລກຄາດໝາຍໃນການຄັດເລືອກ
1. ເປົ້າໝາຍ: ຜູ້ທີຈົບກົດໝາຍຊັ້ນປະລິນຍາຕີ (ບໍ່ຈຳແນກຮູບແບບການສຶກສາ).
2. ຮູບແບບການຄັດເລືອກ: ກວດຜ່ານ.
3. ເວລາເປີດສົກຮຽນ: ເດືອນ 8/2018.
4. ເວລາການສຶກສາ: 12 ເດືອນ (ໃນນັ້ນ, ເວລາຮຽນແທ້ຈິງ: 10,5 ເດືອນ).
5. ຕົວເລກຄາດໝາຍໃນການຄັດເລືອກ: 50 ຄົນ.
III. ເອກະສານຈົດທະບຽນການຄັດເລືອກ
ຜູ້ສະຫມັກປະກອບ 02 ຊຸດ, ແຕ່ລະຊຸດລວມມີ:
- 01 ໃບຄໍາຮ້ອງຂໍເຂົ້າຮຽນ;
- 01 ໃບລົງທະບຽນການຄັດເລືອກຕິດຮູບ, ມີຢັ້ງຢືນຂອງຫົວໜ້າອົງການ ຫຼື ອຳນາດການປົກຄອງຊັ້ນທ້ອງຖິ່ນ;
- 02 ຊອງຈົດຫມາຍ ຕິດສະແຕັມ ແລະ ຂຽນຊື່ແລະນາມສະກຸນ, ທີ່ຢູ່;
- 01 ຮັບສະບັບສຳເນົາໃບປະກາດປະລິນຍາຕີ.
IV. ຄ່າຮຽນ ແລະ ຄ່າທໍານຽມ
1. ຄ່າຮຽນ: 1,460,000 VND/ຄົນ/ເດືອນ x 10,5 ເດືອນ = 15,330,000 VND/ຄົນ/ສົກຮຽນ.
ສຳມະນາກອນຈ່າຍຄ່າຮຽນແບ່ງເປັນ 02 ເທື່ອ:
- ເທື່ອທີ 01: ເມື່ອຍື່ນເອກະສານສະໝັກ, ສຳມະນາກອນຈ່າຍ 8,650,000 VND;
- ເທື່ອທີ 02: ຫຼັງຈາກ 6 ເດືອນນັບແຕ່ວັນທີເຂົ້າຮຽນ, ສຳມະນາກອນຈ່າຍ 6,680,000 VND.
ໝາຍເຫດ: ຄ່າຮຽນຂ້າງເທິງບໍ່ປະກອບມີຄ່າໃຊ້ຈ່າຍໃນການເປີດຫ້ອງຮຽນຢູ່ທ້ອງຖິ່ນ, ຄ່າຮຽນແຕ່ລະປີອາດຈະເພີ່ມຂຶ້ນ 10% ຕາມກຳນົດກົດໝາຍ ແລະ ຂໍ້ຕົກລົງຂອງຫົວໜ້າສະຖາບັນຍຸຕິທຳ.
2. ຄ່າທໍານຽມ
- ຄ່າເອກະສານ: 50,000 VND/ຊຸດ;
- ຄ່າຄັດເລືອກ: 50,000 VND/ຜູ້ສະຫມັກ.
V. ຮູບແບບການສຶກສາ
ຮຽນນອກໂມງລັດຖະການ (ຕອນຄ່ຳວັນສຸກ, ວັນເສົາ ແລະ ວັນອາທິດ).
VI. ສະຖານທີ່ແຈກຢາຍເອກະສານ
1. ສະຖານທີ່ແຈກຢາຍເອກະສານ: ສູນປຶກສາດ້ານກົດໝາຍ, ໂຮງຮຽນກົດໝາຍຊັ້ນກາງດົ່ງເຮິຍ, ໜ່ວຍ 6, ຕາແສງ ບັກລີ໋, ນະຄອນ ດົ່ງເຮິຍ, ແຂວງ ກວາງບິ່ງ.
2. ເບີໂທລະສັບຕິດຕໍ່: ອາຈານ. ຮວ່າງ ກີມ ເກືອງ: 0974192466; ອາຈານ. ຝານ ແອງ ຫວູ: 01683281162.
ໝາຍເຫດ: ໂຮງຮຽນມີຫ້ອງພັກເຊົ່າທີ່ທັນສະໄໝໃຫ້ແກ່ນັກຮຽນມີຄວາມຕ້ອງການ.

ເຈົ້າຂອງກະທູ້: Anh Tu
 

ກິດຈະກໍາວິດີໂອ

ໂຮງຮຽນກົດຫມາຍໃນ Dong Hoi, Quang Binh

ຕິດຕໍ່ ເຊື່ອມໂຍງເວັບໄຊ

ສະຖິຕິ

  • ຜົນການຊອກຫາຜູ້ຊົມໃຊ້: 441
  • ບຸກຄົນທົ່ວໄປ: 354
  • ຄົ້ນຫາ Host: 87
  • ໃນມື້ນີ້: 30
  • ເດືອນປັດຈຸບັນ: 3011
  • hits ທັງຫມົດ: 434946

ພາບກິດຈະກໍາ

  • 1
  • 1
  • 1
  • 1
  • 1