ການແຂ່ງຂັນກິລາຕີດອກປີກໄກ່ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງໂຮງຮຽນຄົບຮອບ 08 ປີ (25/5/2012 - 25/5/2020)
- ສີ່ - 20/05/2020 18:44
- |ພິມອອກ
- |Đóng cửa sổ này

ເຂົ້າຮ່ວມແລະ ເປັນກຳລັງໃຈໃຫ້ແກ່ບັນດານັກກິລາມີ ປທ. ຫວໍ ຄັກ ຮວານ - ອຳນວຍການໂຮງຮຽນພ້ອມດ້ວຍບັນດາຫົວໜ້າໜ່ວຍງານຂອງໂຮງຮຽນ. ການແຂ່ງຂັນຕີດອກປີກໄກ່ແມ່ນ ກິດຈະກຳທີ່ມີປະໂຫຍດແລະ ມີຄວາມໝາຍເພື່ອດຶງດູດພະນັກງານ, ຄູອາຈານແລະ ຜູ້ອອກແຮງງານ ເຂົ້າຮ່ວມ ເປັນຈຳນວນຫຼວງຫຼາຍ. ພາຍຫຼັງການແຂ່ງຂັນທີ່ຟົດຟື້ນແລະ ດືງດູດໃຈນັ້ນມີ 02 ເນື້ອໃນການແຂ່ງຂັນ, ແມ່ນການແຂ່ງຂັນຄູ່ຍິງຊາຍ (06 ທີມ) ແລະຄູ່ຊາຍ (04 ທີມ), ຄະນະຈັດຕັ້ງໄດ້ສະຫຼຸບແລະ ມອບ 08 ລາງວັນໃຫ້ແກ່ບັນດາທີມທີ່ສາມາດຍາດໄດ້ຜົນງານອັນດີເດັ່ນ.
ການແຂ່ງຂັນຕີດອກປີກໄກ່ແມ່ນກິດຈະກຳທີ່ຈັດຂື້ນເພື່ອຊຸກຍູ້ຂະບວນການກິລາ, ຍົກສູງສຸຂະພາບ ຂອງພະນັກງານ, ຄູອາຈານແລະ ຜູ້ອອກແຮງງານ. ພ້ອມດຽວກັນນີ້, ຍັງເປັນ ໂອກາດໃຫ້ບັນດາໜ່ວຍງານຂອງໂຮງຮຽນມີໂອກາດພົບປະແລກປ່ຽນ, ຮໍ່າຮຽນ, ກໍຄືເປັນການຮັດແໜ້ນ ຄວາມສາມັກຄີລະຫວ່າງບັນດາພະນັກງານ, ຄູອາຈານ ແລະ ຜູ້ອອກແຮງງານຂອງໂຮງຮຽນ, ແຂ່ງຂັນ ເພື່ອມີຜົນງານໃນການຊົມເຊີຍວັນສ້າງຕັ້ງໂຮງຮຽນກົດໝາຍຊັ້ນກາງ ດົ່ງ ເຮືຍ ຄົບຮອບ 8 ປີແລະ ກອງປະຊຸມໃຫຍ່ຄະນະພັກໂຮງຮຽນ ກົດໝາຍຊັ້ນກາງ ດົ່ງ ເຮີຍ ຄັ້ງທີ I.
ນີ້ແມ່ນບາງຮູບພາບຂອງການແຂ່ງຂັນ: