ປະເພດ

ຕິດຕໍ່

ໂຮງຮຽນກົດໝາຍຊັ້ນກາງດົ່ງເຮິຍ
ທີ່ຕັ້ງ: ໜ່ວຍ 6, ຕາແສງ ບັກລີ໋, ນະຄອນ ດົ່ງເຮິຍ, ແຂວງ ກວາງບິ່ງ
 ໂທລະສັບ: +842326 258 016
Email: trungcapluat@gmail.com

ພະນັກງານປະຈຳການ
ທ່ານ ຫງວຽນ ເຈືອງ ແອງ ຕູ໋

ໂທລະສັບ: +842326 252 007
ມືຖື: +84971 990 882
  Email: anhtu.vientiane@gmail.com

Trang nhất » ຂ່າວ » ບົດລາຍງານກິດຈະກໍາ

ການແຂ່ງຂັນກິລາຕີດອກປີກໄກ່ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງໂຮງຮຽນຄົບຮອບ 08 ປີ (25/5/2012 - 25/5/2020)

ສີ່ - 20/05/2020 18:44

ໃນຕອນບ່າຍ ວັນທີ 18 ພຶດສະພາ 2020, ຄະນະຊາວໜຸ່ມ ປະສານສົມທົບກັບສະຫະພັນກຳມະບານ ໂຮງຮຽນກົດໝາຍຊັ້ນກາງ ດົ່ງ ເຮີຍ ຈັດການແຂ່ງຂັນຕີດອກປີກໄກ່ໃຫ້ພະນັກງານ, ຄູອາຈານ ແລະ ຜູ້ອອກແຮງງານໝົດທຸກຄົນຂອງໂຮງຮຽນເພື່ອສະເຫຼີມສະຫຼອງວັນສ້າງຕັ້ງໂຮງຮຽນຄົບຮອບ 08 ປີ (ວັນທີ 25 ພຶດສະພາ 2012 - 25 ພຶດສະພາ 2020) ແລະຊົມເຊີຍກອງປະຊູມໃຫຍ່ຄະນະພັກໂຮງຮຽນ ກົດໝາຍຊັ້ນກາງ ດົ່ງ ເຮີຍ ຄັ້ງທີ I ໄລຍະປີ 2020 - 2025.

ເຂົ້າຮ່ວມແລະ ເປັນກຳລັງໃຈໃຫ້ແກ່ບັນດານັກກິລາມີ ປທ. ຫວໍ ຄັກ ຮວານ - ອຳນວຍການໂຮງຮຽນພ້ອມດ້ວຍບັນດາຫົວໜ້າໜ່ວຍງານຂອງໂຮງຮຽນ. ການແຂ່ງຂັນຕີດອກປີກໄກ່ແມ່ນ ກິດຈະກຳທີ່ມີປະໂຫຍດແລະ ມີຄວາມໝາຍເພື່ອດຶງດູດພະນັກງານ, ຄູອາຈານແລະ ຜູ້ອອກແຮງງານ ເຂົ້າຮ່ວມ ເປັນຈຳນວນຫຼວງຫຼາຍ. ພາຍຫຼັງການແຂ່ງຂັນທີ່ຟົດຟື້ນແລະ ດືງດູດໃຈນັ້ນມີ 02 ເນື້ອໃນການແຂ່ງຂັນ, ແມ່ນການແຂ່ງຂັນຄູ່ຍິງຊາຍ (06 ທີມ) ແລະຄູ່ຊາຍ (04 ທີມ), ຄະນະຈັດຕັ້ງໄດ້ສະຫຼຸບແລະ ມອບ 08 ລາງວັນໃຫ້ແກ່ບັນດາທີມທີ່ສາມາດຍາດໄດ້ຜົນງານອັນດີເດັ່ນ.
ການແຂ່ງຂັນຕີດອກປີກໄກ່ແມ່ນກິດຈະກຳທີ່ຈັດຂື້ນເພື່ອຊຸກຍູ້ຂະບວນການກິລາ, ຍົກສູງສຸຂະພາບ ຂອງພະນັກງານ, ຄູອາຈານແລະ ຜູ້ອອກແຮງງານ. ພ້ອມດຽວກັນນີ້, ຍັງເປັນ ໂອກາດໃຫ້ບັນດາໜ່ວຍງານຂອງໂຮງຮຽນມີໂອກາດພົບປະແລກປ່ຽນ, ຮໍ່າຮຽນ, ກໍຄືເປັນການຮັດແໜ້ນ ຄວາມສາມັກຄີລະຫວ່າງບັນດາພະນັກງານ, ຄູອາຈານ ແລະ ຜູ້ອອກແຮງງານຂອງໂຮງຮຽນ, ແຂ່ງຂັນ ເພື່ອມີຜົນງານໃນການຊົມເຊີຍວັນສ້າງຕັ້ງໂຮງຮຽນກົດໝາຍຊັ້ນກາງ ດົ່ງ ເຮືຍ ຄົບຮອບ 8 ປີແລະ ກອງປະຊຸມໃຫຍ່ຄະນະພັກໂຮງຮຽນ ກົດໝາຍຊັ້ນກາງ ດົ່ງ ເຮີຍ ຄັ້ງທີ I.
ນີ້ແມ່ນບາງຮູບພາບຂອງການແຂ່ງຂັນ:





ເຈົ້າຂອງກະທູ້: Nguyen Huong

ຂ່າວຫຼ້າສຸດ

ຂ່າວເກົ່າ

 

ກິດຈະກໍາວິດີໂອ

ໂຮງຮຽນກົດຫມາຍໃນ Dong Hoi, Quang Binh

ຕິດຕໍ່ ເຊື່ອມໂຍງເວັບໄຊ

ສະຖິຕິ

  • ຜົນການຊອກຫາຜູ້ຊົມໃຊ້: 0
  • ໃນມື້ນີ້: 191
  • ເດືອນປັດຈຸບັນ: 4608
  • hits ທັງຫມົດ: 440141

ພາບກິດຈະກໍາ

  • 1
  • 1
  • 1
  • 1
  • 1