ຈັດຕັ້ງການປະເມີນຜົນຕຳລາວິຊາຊີບກົດໝາຍຊັ້ນສູງໃນປີ 2020
- ວັນພະຫັດ - 12/11/2020 09:23
- |ພິມອອກ
- |Đóng cửa sổ này

ເຂົ້າຮ່ວມກອງປະຊຸມປະເມີນຜົນ, ມີສະພາປະເມີນຜົນບັນດາຕຳລາວິຊາຊີບກົດໝາຍຊັ້ນສູງ; ບັນດາຫົວໜ້າບັນນາທິການແລະ ສະມາຊິກຂອງກຸ່ມຮຽບຮຽງຕຳລາ.
ສະພາປະເມີນຜົນໄດ້ດຳເນີນການປະເມີນຜົນໃຫ້ 04 ຕຳລາຕາມລຳດັບ: ຕຳລາກົດໝາຍວ່າດ້ວຍການແຕ່ງງານແລະ ຄອບຄົວຂອງຫວຽດນາມ; ຕຳລາກົດໝາຍແພ່ງຂອງຫວຽດນາມ; ຕຳລາກົດໝາຍແຮງງານຫວຽດນາມແລະ ຕຳລາກົດໝາຍການຄ້າຫວຽດນາມ. ພາຍຫຼັງທີ່ໄດ້ຮັບຟັງບັນດາຫົວໜ້າບັນນາທິການນຳສະເໜີໂດຍຫຍໍ້ເນື້ອໃນຂອງຕຳລາ, ບັນດາສະມາຊິກສະພາໄດ້ນຳສະເໜີຄຳເຫັນ, ຊີ້ແຈ້ງໃຫ້ເຫັນຈຸດດີ ຈຸດອ່ອນ, ເນື້ອໃນທີ່ຈະຕ້ອງດັດແປງໃຫ້ເປັນເອກະພາບ, ຜ່ານນັ້ນສະພາປະເມີນຜົນໄດ້ຮ່ວມກັນວິເຄາະ, ຕີລາຄາ, ສົນທະນາເພື່ອເຮັດໃຫ້ຈະແຈ້ງເນື້ອໃນໃນບັນດາຕຳລາ.

ພາຍຫຼັງສອງວັນເຮັດວຽກດ້ວຍຄວາມຮັບຜິດຊອບ, ກະຕືລືລົ້ນ, ສິ້ນສຸດກອງປະຊຸມປະເມີນຜົນ, ປະທານບັນດາສະພາໄດ້ຕີລາຄາສູງໃຫ້ການກະກຽມພ້ອມທັງຄຸນນະພາບຂອງຕຳລາ, ໂດຍພື້ນຖານແມ່ນຕອບສະໜອງ ຄວາມຕ້ອງການຂອງການກໍ່າສ້າງຊັ້ນສູງວິຊາຊີບກົດໝາຍ. ສອດຄ່ອງກັບເປົ້າໝາຍປະກອບບັນດາທັກສະປະຕິບັດຕົວຈິງຂອງອາຊີບຍຸຕິທຳ, ນອກຈາກນັ້ນ, ຄຳເຫັນຂອງສະມາຊິກສະພາກໍ່ໄດ້ເອົາໃຈໃສ່ເນື້ອໃນຕຳລາ ຊ່ວຍໃຫ້ກຸ່ມຮຽບຮຽງເຂົ້າໃກ້ແລະ ສົມບູນແບບເນື້ອໃນຢ່າງງ່າຍດາຍ. ພາຍຫຼັງການປະເມີນຜົນ, ກຸ່ມຮຽບຮຽງຈະສືບຕໍ່ປັບປຸງຕຳລາໃຫ້ ສົມບູນແບບກ່ອນທີ່ຈະມີການອະນຸມັດ, ຮັບຮອງແລະ ເຂົ້າໃນການນຳໃຊ້.