ປະເພດ

ຕິດຕໍ່

ໂຮງຮຽນກົດໝາຍຊັ້ນກາງດົ່ງເຮິຍ
ທີ່ຕັ້ງ: ໜ່ວຍ 6, ຕາແສງ ບັກລີ໋, ນະຄອນ ດົ່ງເຮິຍ, ແຂວງ ກວາງບິ່ງ
 ໂທລະສັບ: +842326 258 016
Email: trungcapluat@gmail.com

ພະນັກງານປະຈຳການ
ທ່ານ ຫງວຽນ ເຈືອງ ແອງ ຕູ໋

ໂທລະສັບ: +842326 252 007
ມືຖື: +84971 990 882
  Email: anhtu.vientiane@gmail.com

Trang nhất » ຂ່າວ » ບົດລາຍງານກິດຈະກໍາ

ຈັດຕັ້ງການປະເມີນຜົນຕຳລາວິຊາຊີບກົດໝາຍຊັ້ນສູງໃນປີ 2020

ວັນພະຫັດ - 12/11/2020 09:23

ເພື່ອຕີລາຄາ, ປະເມີນຜົນບັນດາຕຳລາສອນໃຫ້ເປັນພື້ນຖານໃນການອະນຸມັດແລະ ນຳໃຊ້ບັນດາຕຳລາວິຊາຊີບກົດໝາຍຊັ້ນສູງໃນປີ 2020, ໃນວັນທີ 2 ແລະ 3 ພະຈິກ 2020 ທີ່ມະຫາວິທະຍາໄລກົດໝາຍ ຮ່າໂນ້ຍ, ວິທະຍາໄລກົດໝາຍພາກກາງໄດ້ດຳເນີນການປະເມີນຜົນຕຳລາວິຊາຊີບກົດໝາຍຊັ້ນສູງໃນປີ 2020

ເຂົ້າຮ່ວມກອງປະຊຸມປະເມີນຜົນ, ມີສະພາປະເມີນຜົນບັນດາຕຳລາວິຊາຊີບກົດໝາຍຊັ້ນສູງ; ບັນດາຫົວໜ້າບັນນາທິການແລະ ສະມາຊິກຂອງກຸ່ມຮຽບຮຽງຕຳລາ.
ສະພາປະເມີນຜົນໄດ້ດຳເນີນການປະເມີນຜົນໃຫ້ 04 ຕຳລາຕາມລຳດັບ: ຕຳລາກົດໝາຍວ່າດ້ວຍການແຕ່ງງານແລະ ຄອບຄົວຂອງຫວຽດນາມ; ຕຳລາກົດໝາຍແພ່ງຂອງຫວຽດນາມ; ຕຳລາກົດໝາຍແຮງງານຫວຽດນາມແລະ ຕຳລາກົດໝາຍການຄ້າຫວຽດນາມ. ພາຍຫຼັງທີ່ໄດ້ຮັບຟັງບັນດາຫົວໜ້າບັນນາທິການນຳສະເໜີໂດຍຫຍໍ້ເນື້ອໃນຂອງຕຳລາ, ບັນດາສະມາຊິກສະພາໄດ້ນຳສະເໜີຄຳເຫັນ, ຊີ້ແຈ້ງໃຫ້ເຫັນຈຸດດີ ຈຸດອ່ອນ, ເນື້ອໃນທີ່ຈະຕ້ອງດັດແປງໃຫ້ເປັນເອກະພາບ, ຜ່ານນັ້ນສະພາປະເມີນຜົນໄດ້ຮ່ວມກັນວິເຄາະ, ຕີລາຄາ, ສົນທະນາເພື່ອເຮັດໃຫ້ຈະແຈ້ງເນື້ອໃນໃນບັນດາຕຳລາ.

ພາຍຫຼັງສອງວັນເຮັດວຽກດ້ວຍຄວາມຮັບຜິດຊອບ, ກະຕືລືລົ້ນ, ສິ້ນສຸດກອງປະຊຸມປະເມີນຜົນ, ປະທານບັນດາສະພາໄດ້ຕີລາຄາສູງໃຫ້ການກະກຽມພ້ອມທັງຄຸນນະພາບຂອງຕຳລາ, ໂດຍພື້ນຖານແມ່ນຕອບສະໜອງ ຄວາມຕ້ອງການຂອງການກໍ່າສ້າງຊັ້ນສູງວິຊາຊີບກົດໝາຍ. ສອດຄ່ອງກັບເປົ້າໝາຍປະກອບບັນດາທັກສະປະຕິບັດຕົວຈິງຂອງອາຊີບຍຸຕິທຳ, ນອກຈາກນັ້ນ, ຄຳເຫັນຂອງສະມາຊິກສະພາກໍ່ໄດ້ເອົາໃຈໃສ່ເນື້ອໃນຕຳລາ ຊ່ວຍໃຫ້ກຸ່ມຮຽບຮຽງເຂົ້າໃກ້ແລະ ສົມບູນແບບເນື້ອໃນຢ່າງງ່າຍດາຍ. ພາຍຫຼັງການປະເມີນຜົນ, ກຸ່ມຮຽບຮຽງຈະສືບຕໍ່ປັບປຸງຕຳລາໃຫ້ ສົມບູນແບບກ່ອນທີ່ຈະມີການອະນຸມັດ, ຮັບຮອງແລະ ເຂົ້າໃນການນຳໃຊ້.
 
ເຈົ້າຂອງກະທູ້: Anh Tú

ຂ່າວຫຼ້າສຸດ

ຂ່າວເກົ່າ

 

ກິດຈະກໍາວິດີໂອ

ໂຮງຮຽນກົດຫມາຍໃນ Dong Hoi, Quang Binh

ຕິດຕໍ່ ເຊື່ອມໂຍງເວັບໄຊ

ສະຖິຕິ

  • ຜົນການຊອກຫາຜູ້ຊົມໃຊ້: 0
  • ໃນມື້ນີ້: 189
  • ເດືອນປັດຈຸບັນ: 2368
  • hits ທັງຫມົດ: 437901

ພາບກິດຈະກໍາ

  • 1
  • 1
  • 1
  • 1
  • 1