ຖອດຖອນບົດຮຽນວຽກງານ 3 ສ້າງ ຂະແໜງການສຶກສາ ແລະ ກິລາ
- ວັນພະຫັດ - 07/06/2018 14:29
- |ພິມອອກ
- |Đóng cửa sổ này


ການເປັນປະທານຂອງທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີກະຊວງສຶກສາທິ ການ ແລະ ກິລາ, ມີຮອງລັດ ຖະມົນຕີບັນດາຫົວໜ້າກົມ, ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງ, ນະຄອນ ຫຼວງວຽງຈັນ ແລະ ພາກສ່ວນ ທີ່ກ່ຽວຂ້ອງເຂົ້າຮ່ວມ. ກອງປະຊຸມຄັ້ງນີ້ ຜູ້ເຂົ້າ ຮ່ວມໄດ້ຮັບຟັງການສະຫຼຸບ ການຈັດຕັ້ງປະຕິບັດວຽກງານ 3 ສ້າງ ໃນຂະແໜງການສຶກສາ ແລະ ກິລາ ປະຈຳປີ 2017 ແລະ ວາງທິດທາງແຜນການຮອດປີ 2020, ທົບທວນນິຕິກຳກ່ຽວ ກັບການແບ່ງຂັ້ນຄຸ້ມຄອງການ ສຶກສາ ແລະ ກິລາ ໃນຂະແໜງ ການສຶກສາ ແລະ ກິລາ, ຖອດ ຖອນບົດຮຽນການຈັດຕັ້ງປະຕິ ບັດວຽກງານ 3 ສ້າງ ໃນຂະ ແໜງການສຶກສາ ແລະ ກິລາ, ຮັບຟັງການປະກອບຄຳຄິດຄຳ ເຫັນກ່ຽວກັບການເຄື່ອນໄຫວ ວຽກງານ 3 ສ້າງໃນໄລຍະພັກ ຮຽນ ປະຈຳປີ 2017, ຮັບຟັງ ການສະເໜີຮ່າງປັບປຸງນິຕິກຳ ການແບ່ງຂັ້ນຄຸ້ມຄອງການ ສຶກສາ ແລະ ກິລາ, ໂຄງການ ປັບປຸງຄຸນນະພາບການສຶກສາ ແລະ ກິລາຢູ່ເຂດຫ່າງໄກສອກ ຫຼີກ ແລະ ແຜນການໃນປີຕໍ່ ໜ້າ, ຈາກນັ້ນ ບັນດາຜູ້ເຂົ້າ ຮ່ວມໄດ້ພ້ອມກັນປະກອບຄຳ ຄິດຄຳເຫັນໃສ່ວຽກງານດັ່ງ ກ່າວ ແນໃສ່ເພື່ອເຮັດໃຫ້ການ ຈັດຕັ້ງປະຕິບັດໄດ້ຮັບຜົນສຳ ເລັດເປັນກ້າວໆ. (ຂ່າວ: ສຳນານ)